ເລີ່ມແລ້ວ! ສະຫະພາບ​ຢູໂຣບ​ໄດ້​ບັນລຸ​ຂໍ້​ຕົກລົງ​ທີ່​ຫ້າມ​ສົ່ງ​ຂີ້ເຫຍື້ອພລາສຕິກອອກ​ໄປ​ຍັງ​ປະ​ເທດ​ທຸກ​ຍາກ


ໃນວັນສຸກທີ່ຜ່ານມາ, ສະມາຊິກສະພາຢູໂຣບ ແລະ ບັນດາປະເທດສະມາຊິກໄດ້ຕົກລົງທີ່ຈະຫ້າມການສົ່ງອອກຂີ້ເຫຍື້ອພລາສຕິກໄປຫາບັນດາປະເທດທີ່ບໍ່ແມ່ນກຸ່ມ OECD, ເຊິ່ງສ່ວນໃຫຍ່ແມ່ນປະເທດທີ່ຮັ່ງມີນັບຕັ້ງ​ແຕ່​ກາງ​ປີ 2026 ​ເປັນ​ຕົ້ນ​ໄປ, ໂດຍຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ມີຂຶ້ນ​ຢູ່​ນະຄອນຫຼວງ​ໄນ​ໂຣ​ບີ, ປະ​ເທດ​ເຄັນ​ຢາ, ​ເພື່ອ​ສ້າງ​ສົນທິສັນຍາ​ລະດັບໂລກ​ກ່ຽວ​ກັບ​ມົນ​ລະ​ພິດຈາກ​ພລາສຕິກ.

Pernille Weiss, ສະມາຊິກສະພາຢູໂຣບຂອງເດນມາກກ່າວວ່າ “ເປັນອີກຄັ້ງໜຶ່ງ ທີ່ພວກເຮົາກຳລັງປະຕິບັດຕາມວິໄສທັດຂອງພວກເຮົາທີ່ວ່າ: ຂີ້ເຫຍື້ອຈະແມ່ນຊັບພະຍາກອນກໍຕໍ່ເມື່ອເຮົາມີການຈັດການຢ່າງເໝາະສົມ ແລະ ບໍ່ສົ່ງຜົນເສຍຕໍ່ສະພາບແວດລ້ອມ ​ ຫຼື ​ສຸຂະພາບ​ຂອງ​ມະນຸດບໍ່ວ່າຈະໃນກໍລະນີໃດກໍຕາມ”

ນອກ​ນີ້, ການ​ສົ່ງ​ອອກ​ຂີ້​ເຫຍື້ອ​ພລາສຕິກ​ໄປ​ຍັງ 38 ປະ​ເທດໃນກຸ່ມ OECD (ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ການ​ຄ້າ​ຂອງ​ໂລກ) ຈະຕ້ອງຢູ່ພາຍໃຕ້​ເງື່ອນ​ໄຂ​ເຂັ້ມ​ງວດ​ຫຼາຍຂຶ້ນ. ນີ້ລວມເຖິງພັນທະທີ່ຈະໃຊ້ຂັ້ນຕອນການແຈ້ງບອກລ່ວງໜ້າ ແລະ ການຍິນຍອມເຫັນດີນຳ, ພ້ອມຍັງຕ້ອງໄດ້ມີການ​ຕິດ​ຕາມ​ກວດ​ກາການປະຕິບັດຕາມກົດລະບຽບຢ່າງໃກ້ຊິດ.

ໂດຍໃນຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຖືກ​ປະ​ກາດ​ໃນ​ຂະ​ນະ​ທີ່ມີ​ການ​ເຈ​ລະ​ຈາ​ໂດຍ​ສະ​ຫະ​ປະ​ຊາ​ຊາດ​ສຳລັບການ​ປະ​ຕິ​ບັດ​ເພື່ອ​ແນ​ໃສ່​ການຫຼຸດ​ຜ່ອນ​ມົນ​ລະ​ພິດ​ພລາ​ສ​ຕິກ​ທີ່ເກີດຂຶ້ນໃນເຄັນຢາ.

ຫຼັງ​ຈາກ​ທີ່​ໃຊ້​ເວ​ລາ​ຫ້າ​ປີ​ຫຼັງ​ຈາກ​ການ​ນໍາ​ໃຊ້​ກົດລະບຽບ​ນີ້​ ບັນດາ​ປະ​ເທດ​ທີ່​ບໍ່​ແມ່ນສະມາຊິກ OECD ຈະສາມາດຮ້ອງ​ຂໍ​ອະນຸຍາດ​ໃນນຳ​ເຂົ້າຂີ້ເຫຍື້ອພລາສຕິກ​ຈາກ​ຄະນະ​ກຳມະການສະພາຢູໂຣບ (EU Commission), ເຊິ່ງເປັນຝ່າຍອົງການ​ບໍລິຫານ​ຂອງ​ກຸ່ມ ແລະ ຈະຖືກຍົກເລີກຄຳສັ່ງຫ້າມ ຖ້າພວກເຂົາພິສູດໄດ້ວ່າພວກເຂົາສາມາດເຮັດໄດ້ ແລະ ປະຕິບັດກັບຂີ້ເຫຍື້ອພລາສຕິກຢ່າງເໝາະສົມ.

ແລະເພື່ອໃຫ້ໝັ້ນໃຈວ່າຈະບໍ່ເຮັດຜິດຕາມກົດລະບຽບ, ຜູ້ເຈລະຈາຈະຕ້ອງຈັດຕັ້ງກຸ່ມຂຶ້ນເພື່ອປະສານການດຳເນີນງານຂອງປະເທດສະມາຊິກເພື່ອກວດກາ ແລະ ປ້ອງກັນໃນພາກສ່ວນນີ້.

“ການ​ຫ້າມ​ສົ່ງ​ອອກ​ຂີ້ເຫຍື້ອພລາສຕິກ​ໄປຍັງ​ປະ​ເທດ​ທີ່​ບໍ່​ແມ່ນສະມາຊິກ OECD ​ຖືເປັນ​ການ​ຕັດສິນ​ໃຈ​ທີ່​ສຳຄັນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເປັນ​ເລື່ອງ​ໜ້າ​ຜິດ​ຫວັງ​ທີ່​ວ່າບໍ່​ໄດ້​ມີການ​ຫ້າມ​ສົ່ງ​ອອກ​ຢ່າງ​ເດັດຂາດ ແລະ ບໍ່ມີການຫ້າມສົ່ງຂີ້ເຫຍື້ອພລາສຕິກທີ່ເປັນອັນຕະລາຍ ແລະ ຂີ້ເຫຍື້ອປະສົມໄປຍັງຕຸຣເຄຍ, ທີ່ເປັນທັງຜູ້ນໍາເຂົ້າຂີ້ເຫຍື້ອພາສຕິກທີ່ໃຫຍ່ທີ່ສຸດໃນສະຫະພາບຢູໂຣບ ແລະ ເປັນສະມາຊິກ OECD”

ໃນເມື່ອກ່ອນ, ພລາສຕິກສ່ວນໃຫຍ່ໃນຢູໂຣບໄດ້ຖືກເຜົາຖິ້ມ ແລະ ໜ້ອຍກວ່າ 1 ໃນ 3 ຖືກນໍາກັບມາໃຊ້ໃໝ່. ນັກ​ເຄື່ອນ​ໄຫວ​ດ້ານ​ສິ່ງ​ແວດ​ລ້ອມ​ເຊື່ອ​ວ່າ​ມີພລາສຕິກບາງ​ຊະນິດໄດ້​ຖືກ​ສົ່ງ​ໄປ​ຕ່າງປະ​ເທດ, ໂດຍສະເພາະແມ່ນປະເທດທີ່ທຸກຍາກ ເຊິ່ງຈົບລົງດ້ວຍການຝັງກົບ ແລະ ຖືກປະຖິ້ມໄວ້ເປັນກອງ.

ອີງຕາມການລາຍງານຂອງສະຫະພາບຢູໂຣບ ການຜະລິດພລາສຕິກທົ່ວໂລກເພີ່ມຂຶ້ນຈາກ 1.5 ລ້ານໂຕນໃນປີ 1950 ເປັນ 359 ລ້ານໂຕນໃນປີ 2018 ແລະ ໃນຖານະທີ່ເປັນສ່ວນໜຶ່ງຂອງຂໍ້ຕົກລົງສີຂຽວ, 55% ຂອງຂີ້ເຫຍື້ອຫຸ້ມຫໍ່ພລາສຕິກຄວນຈະຖືກນໍາມາໃຊ້ຄືນໃນປີ 2030.

ທີ່ມາ:

theguardian

apnews

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/