ລາວ ພ້ອມເກືອບ 100% ແລ້ວ ເປັນປະທານອາຊຽນ 2024 ຢ່າງເຕັມຮູບແບບ


ປັດຈຸບັນນີ້ລາວມີຄວາມພ້ອມເກືອບຮ້ອຍເປີເຊັນແລ້ວ ເພື່ອເປັນປະທານອາຊຽນໃນປີ 2024, ມີແຕ່ບາງວຽກທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ກະກຽມ ເພາະວ່າບາງວຽກກໍຕ້ອງເຮັດໃຫ້ແລ້ວກ່ອນເປັນປະທານອາຊຽນ, ແຕ່ບາງວຽກກໍຍັງເປັນວຽກທີ່ຈະສືບຕໍ່ປະຕິບັດໃນເວລາພວກເຮົາເປັນປະທານອາຊຽນ ເຊັ່ນວ່າ: ສະຖານທີ່ພັກເຊົາ, ສະຖານທີ່ຈັດກອງປະຊຸມ, ການອໍານວຍຄວາມສະດວກຕ່າງໆໃຫ້ຄະນະຜູ້ແທນສະມາຊິກອາຊຽນ ກໍຄືຄູ່ຮ່ວມເຈລະຈາທີ່ຈະມາເຂົ້າຮ່ວມກອງປະຊຸມ.

ໃນໂອກາດໃຫ້ສໍາພາດກ່ຽວກັບການກະກາມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ ກະຊວງການຕ່າງປະເທດ, ວັນທີ 17 ພະຈິກ 2023 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ປີ 2024 ນີ້ ລາວຈະເປັນປະທານອາຊຽນຢ່າງເຕັມຮູບແບບ ພາຍຫຼັງມີພິທີມອບ-ຮັບການເປັນປະທານອາຊຽນຢ່າງເປັນທາງການຈາກປະເທດອິນໂດເນເຊຍທີ່ເປັນປະທານອາຊຽນໃນປີ 2023 ຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ການປະຕິບັດໜ້າທີ່ເປັນປະທານອາຊຽນຂອງລາວ ຈະເລີ່ມແຕ່ວັນທີ 01 ມັງກອນ 2024 ເປັນຕົ້ນໄປ. ສະນັ້ນ, ມາຮອດດຽວນີ້ ການກະກຽມຄວາມພ້ອມຂອງລາວຖືວ່າເກືອບເຕັມ 100% ແລ້ວ, ພາຍຫຼັງ ອະນຸກຳມະການຕ່າງໆໄດ້ຈັດຕັ້ງປະຕິບັດນັບແຕ່ປີ 2021 ເປັນຕົ້ນມາ. ໂດຍໄດ້ແຕ່ງຕັ້ງອະນຸກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກ ທັງໝົດ 14 ອະນຸກໍາມະການ.

ສໍາລັບ ສປປລາວ ຮັບໜ້າທີ່ເປັນປະທານອາຊຽນມາແລ້ວ 2 ຄັ້ງ, ສາມາດຖອດຖອນບົດຮຽນ ແລະ ປະສົບການສ່ວນໜຶ່ງແລ້ວ. ສ່ວນປີ 2024 ທີ່ຈະມາເຖິງນີ້ເປັນກາລະໂອກາດທີ່ສໍາຄັນໃນການເປັນປະທານອາຊຽນ ເຊິ່ງກົງກັບການປະກາດປີທ່ອງທ່ຽວລາວ 2024, ເຊິ່ງນີ້ແມ່ນໂອກາດສໍາຄັນທີ່ພວກເຮົາຈະສາມາດໂຄສະນາເຜີຍແຜ່ ສປປ ລາວ ເປັນຕົ້ນວຽກງານວັດທະນະທໍາ-ສັງຄົມ ແລະ ດຶງດູດນັກທ່ອງທ່ຽວ; ເປັນໂອກາດທີ່ລາວຈະສ້າງບົດບາດໃນເວທີພາກພື້ນ ແລະ ສາກົນ, ເພາະວ່າການເປັນປະທານອາຊຽນ ບໍ່ແມ່ນພຽງແຕ່ເປັນຮູບແບບ, ແຕ່ແມ່ນການປະກອບສ່ວນຢ່າງຫ້າວຫັນ ເຮັດແນວໃດຈະນໍາພາອາຊຽນ ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເປັນຮູບປະທໍາ. ດຽວນີ້ພວກເຮົາໄດ້ມີປະຊາຄົມເສດຖະກິດອາຊຽນແລ້ວ, ແຕ່ວ່າສິ່ງທີ່ຈະເປັນຮູບປະທໍາທີ່ສໍາຜັດໄດ້ຕົວຈິງນັ້ນຍັງບໍ່ຫຼາຍ. ສະນັ້ນ, ນີ້ເປັນໂອກາດດີທີ່ພວກເຮົາຈະສ້າງບົດບາດ, ຖ້າວ່າພວກເຮົາສາມາດນໍາພາອາຊຽນ ບັນລຸອັນໃດອັນໜຶ່ງທີ່ເຫັນປະຈັກຕາ ກໍຈະສະແດງໃຫ້ເຫັນວ່າ ພວກເຮົາມີບົດບາດທີ່ໂດດເດັ່ນໃນການເປັນປະທານອາຊຽນ. ນອກຈາກນັ້ນ, ລາວຈະຖືເອົາກາລະໂອກາດນີ້ໂຄສະນານະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ຫຼື ວ່າເປັນນະໂຍບາຍການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ລະຫວ່າງລາວ ແລະ ບັນດາປະເທດຕ່າງໆຢູ່ໃນໂລກ, ເພາະວ່າການເປັນປະທານອາຊຽນນີ້, ລາວຖືວ່າຢູ່ໃນຈຸດສໍາຄັນ ຈຸດສົນໃຈຂອງວົງຄະນະຍາດສາກົນ, ເຊິ່ງນີ້ຈະເປັນກາລະໂອກາດທີ່ສໍາຄັນທີ່ສຸດ ໃນການສົ່ງເສີມການທ່ອງທ່ຽວ, ການດຶງດູດການລົງທຶນຂອງຕ່າງປະເທດ, ການຮ່ວມມືທາງດ້ານການຄ້າ ລະຫວ່າງລາວກັບປະເທດຕ່າງໆຢູ່ໃນໂລກ. ແຕ່ທັງໝົດນີ້ຕ້ອງຮຽກຮ້ອງເຖິງການປະກອບສ່ວນສໍາຄັນຂອງທຸກຄົນຢູ່ໃນສັງຄົມທັງເປັນພາກລັດ, ພາກເອກະຊົນ ຫຼືວ່າປະຊາຊົນທົ່ວໄປໃນສັງຄົມ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງໄດ້ຊ່ວຍກັນປະກອບສ່ວນເຮັດແນວໃດໃຫ້ການເປັນປະທານອາຊຽນຂອງລາວ ບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ເຮັດໃຫ້ພວກເຮົາໄດ້ຮັບຜົນປະໂຫຍດຕົວຈິງໃນການເປັນປະທານອາຊຽນ.

ທີ່ມາ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/