ການເພີ່ມຂຶ້ນຂອງຂີ້ເຫຍື້ອໃນສິ່ງແວດລ້ອມ ເຮັດໃຫ້ອັດຕາການເຈັບປ່ວຍເປັນໂຣກ Parkinson ຫຼາຍຂຶ້ນເຖິງ 30%


ຜົນການສຶກສາໃໝ່ທີ່ໄດ້ຕີພິມໃນວາລະສານການແພດ NTG ຂອງເນເທີແລນພົບວ່າ ການຄົ້ນຄວ້າທີ່ໄດ້ດຳເນີນການໃນໂຮງໝໍຂອງເນເທີແລນຫຼາຍແຫ່ງສະແດງໃຫ້ເຫັນວ່າຈຳນວນຜູ້ປ່ວຍເປັນໂຣກ Parkinson ໃນເນເທີແລນເພີ່ມຂຶ້ນ 30% ໃນໄລຍະທົດສະວັດທີ່ຜ່ານມາ.

Bas Bloem ຫົວໜ້າທີມນັກຄົ້ນຄວ້າກ່າວວ່າ ປະລິມານຂອງ “ຂີ້ເຫຍື້ອໃນສິ່ງແວດລ້ອມທີ່ເພີ່ມຂຶ້ນ” ລວມທັງຢາຂ້າແມງໄມ້ແມ່ນປັດໄຈສໍາຄັນທີ່ກໍ່ໃຫ້ເກີດໂຣກດັ່ງກ່າວ. ເຊິ່ງຊາວກະສິກອນ ແລະ ຊາວສວນຕະຫຼາດນັ້ນມີຄວາມສ່ຽງທີ່ຈະເປັນໂຣກ Parkinson ເພີ່ມຂຶ້ນ, ບໍ່ຕ່າງຈາກຜູ້ຄົນທີ່ອາໄສຢູ່ໃກ້ກັບຟາມ ຫຼື ການເພາະປູກທີ່ມີຄວາມສ່ຽງສູງ.

ໂຣກ Parkinson ແມ່ນໂຣກທາງສະໝອງທີ່ເຮັດໃຫ້ເກີດການເຄື່ອນໄຫວທີ່ໂດຍບໍ່ໄດ້ຕັ້ງໃຈ ຫຼື ບໍ່ສາມາດຄວບຄຸມໄດ້ເຊັ່ນ: ອາການສັ່ນ, ອາການແຂງເກັງ ແລະ ມີຄວາມຫຍຸ້ງຍາກໃນການຊົງຕົວ. ໂດຍອາການດັ່ງກ່າວຈະເລີ່ມຮ້າຍແຮງຂຶ້ນເມື່ຶອເວລາຜ່ານໄປ ແລະ ໃນປັດຈຸບັນຍັງບໍ່ທັນມີວິທີການປິ່ນປົວ, ຄົນເຈັບສ່ວນຫຼາຍແມ່ນຜູ້ສູງອາຍຸ.

ຄົນສ່ວນໃຫຍ່ຄິດວ່າໂຣກ Parkinson ເປັນໂຣກທີ່ມັກຈະເກີດຂຶ້ນກັບແຕ່ຜູ້ສູງອາຍຸເທົ່ານັ້ນ, ໃນປັດຈຸບັນໄດ້ມີການກວດພົບວ່າ ຜູ້ປ່ວຍ 1 ໃນ 3 ມີອາຍຸຕ່ຳກວ່າ 65 ປີ, ແລະໃນນັ້ນລວມທັງຄົນທີ່ມີອາຍຸ 20 ປີ, ອາຍຸ 30 ປີ ແລະ ໜ້ອຍສຸດ 13 ປີ.

ເມື່ອສິບປີກ່ອນ ປະຊາຊົນ 40,000 ຄົນໃນປະເທດເນເທີແລນໄດ້ຖືກກວດພົບວ່າເປັນໂຣກ Parkinson ຫຼື ອາການທີ່ຄ້າຍຄືກັນກັບມັນ. ຈໍານວນດັ່ງກ່າວໄດ້ມີການເພີ່ມຂຶ້ນໃນປັດຈຸບັນເປັນ 63,500 ຄົນ.

ໃນເດືອນມິຖຸນາ, ສານໃນ Assen ໄດ້ຍົກຟ້ອງກໍລະນີສໍາລັບການຢຸດເຊົາການໃຊ້ຢາປາບສັດຕູພືດໃນດອກກຸຫຼາບ ເນື່ອງຈາກວ່າພວກມັນອາດຈະເຮັດໃຫ້ເກີດພະຍາດທາງປະສາດ. ຜູ້ຮຽກຮ້ອງມີຫຼັກຖານເພື່ອພິສູດວ່າການສໍາຜັດກັບຢາປາບສັດຕູພືດນັ້ນ ເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ໂຣກຕ່າງໆເຊັ່ນ: ໂຣກ Parkinson. ໂຣກກ້າມຊີ້ນຫົດຕົວ, ALS ແລະ ໂຣກ Alzheimer

ທີ່ມາ:

dutchnews

ntvg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/