ລມຕ ກະຊວງກະສິກຳ ແລະ ປ່າໄມ້ ​ຮຽກ​ຮ້ອງ​ໃຫ້​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳຫຼາຍລາຍການ ເພື່ອຊຸກຍູ້ການຜະລິດພາຍໃນ


ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແນະນຳໃຫ້ ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ສັ່ງຫ້າມການນໍາເຂົ້າ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳຫຼາຍລາຍການ ລວມທັງຜັກບາງຊະນິດ ແລະ ຜະລິດຕະພັນກະເສດອື່ນໆ, ເພື່ອຊ່ວຍຊຸກຍູ້ການປູກພືດຊະນິດດັ່ງກ່າວໃນປະເທດ ພ້ອມດຽວກັນກັບການແກ້ໄຂບັນຫາໄພເງິນເຟີ້.

ໂດຍຄຳແນະນຳດັ່ງກ່າວ ທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ແນະນຳໃນກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງການກະສິກໍາ ແລະ ປ່າໄມ້ ຄັ້ງທີ 1 ປີ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍບັນຊີຜັກທີ່ທ່ານແນະນຳໃຫ້ໂຈະການນຳເຂົ້າປະກອບມີ ຜັກກາດຂາວ, ກະລໍ່າປີ, ຜັກບົ່ວ, ຜັກທຽມ, ໝາກເລັ່ນ, ໝາກເຜັດໃຫຍ່, ມັນຕົ້ນ, ກະຫຼົດ ແລະ ບີດຣູດ.

ນອກຈາກນີ້ ບັນດາ ຊີ້ນໝູ, ຊີ້ນງົວ ແລະ ບາງປະເພດ ກໍຈະຖືກໂຈະການນຳເຂົ້າເຊັ່ນກັນ ຍົກເວັ້ນບັນດາຊີ້ນງົວ ແລະ ຊີ້ນແກະ ເກຣດພຣີມຽມ ທີ່ບັນດາໂຮງແຮມຊັ້ນນຳຕ້ອງການ.

ທ່ານ ເພັດ ພົມພິທັກ ຍັງໃຫ້ຮູ້ອີກວ່າ: ຊາວກະສິກຳໃນລາວສາມາດຜະລິດເຂົ້າ, ພືດຜັກ ແລະ ຜົນຜະລິດກະສິກຳອື່ນໆໄດ້ປະມານ 6,53 ລ້ານໂຕນຕໍ່ປີ. ຕົວເລກດັ່ງກ່າວລວມມີເຂົ້າ 3,72 ໂຕນ, ພືດຜັກ ແລະ ພືດເສດຖະກິດ 2,31 ລ້ານໂຕນ, ຊີ້ນ, ປາ ແລະ ໄຂ່ 507,644 ໂຕນ. ປະລິມານດັ່ງກ່າວເຮັດໃຫ້ການບໍລິໂພກສະເລ່ຍຕໍ່ຫົວຄົນຕໍ່ປີໄດ້ພຽງແຕ່ 68.2 ກິໂລກຣາມ.

ແນວໃດກໍຕາມ, ຊາວກະສິກຳສ່ວນຫຼາຍຍັງນຳໃຊ້ວິທີພື້ນເມືອງໃນການປູກພືດ ແລະ ລ້ຽງສັດ ແລະ ຂຶ້ນກັບສະພາບດິນຟ້າອາກາດຕາມລະດູການ ໝາຍຄວາມວ່າການສະໜອງຜະລິດຕະພັນສົດແມ່ນມີຄວາມຜິດປົກກະຕິ ແລະ ບໍ່ແນ່ນອນ. ຊາວກະສິກຳຍັງປະສົບກັບຄວາມຫຍຸ້ງຍາກກັບລາຄາສິນຄ້າກະສິກໍາທີ່ນໍາເຂົ້າ, ໂດຍສະເພາະຝຸ່ນ ແລະ ອາຫານສັດ. ດ້ວຍລາຄາທີ່ສູງເຮັດໃຫ້ພໍ່ຄ້າບາງຄົນໄດ້ຫັນປ່ຽນການນໍາເຂົ້າສິນຄ້າເຫຼົ່ານີ້ມາຢ່າງຜິດກົດໝາຍ, ເຊິ່ງເຮັດໃຫ້ຈໍານວນຜູ້ຜະລິດທ້ອງຖິ່ນສາມາດຂາຍໄດ້ຫຼຸດລົງ.

ນອກຈາກນີ້ ຄ່າຂົນສົ່ງທີ່ສູງເປັນອີກບັນຫາໜຶ່ງຂອງຊາວກະສິກຳ ແລະ ການເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟຍັງເຮັດໃຫ້ຕົ້ນທຶນປູກພືດຜັກ ແລະ ຜົນຜະລິດອື່ນໆ ເຮັດໃຫ້ຊາວກະສິກຳຕ້ອງປະສົບກັບຄວາມຕ້ອງການຂອງຕະຫຼາດ.

https://vientianetimes.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/