ເມື່ອທົ່ວໂລກອາດຈະບໍ່ໃຊ້ເງິນສົດອີກຕໍ່ໄປ! ເປີດມຸມມອງກະແສ “Contactless Payment” ຂອງ ທິມ ຄຸກ CEO ແຫ່ງ Apple.


ການຊຳລະຄ່າໃຊ້ຈ່າຍແບບ “Contactless” ຫຼື ແບບໄຮ້ສຳຜັດ ເປັນສິ່ງທີ່ເຮົາຄຸ້ນເຄີຍຫຼາຍຂຶ້ນກວ່າເມື່ອກ່ອນ ຍິ່ງໃນຍຸກທີ່ມີການລະບາດຂອງໄວຣັດໂຄວິດ-19 ຈະຍິ່ງເຫັນກະແສໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ຈາກພາກທຸລະກິດ ບໍ່ວ່າຈະເປັນການຄ້າຍ່ອຍ, ສາຍການບິນ ຈົນໄປເຖິງທຸລະກິດດ້ານເຕັກໂນໂລຊີຕ່າງໆ.

ສ່ວນປະເທດທີ່ໜ້າຈະເປັນກຸ່ມຜູ້ໃຊ້ກຸ່ມໃຫຍ່ທີ່ສຸດໃນໂລກ ຄົງບໍ່ພົ້ນ “ປະເທດຈີນ” ເຊິ່ງແອັບພິເຄຊັນຢ່າງ WeChat ເປັນແອັບອັນດັບ 1 ຕະຫຼອດການທີ່ຄົນຈີນນິຍົມໃຊ້ ແຖມຍັງເປັນປະເທດທີ່ກະຕືລືລົ້ນພັດທະນາເລື່ອງນີ້ກ່ອນໃຜ. ຖ້າຍ້ອນກັບໄປ ເຮົາໜ້າຈະເຫັນຄົນຈີນໃຊ້ລະບົບການຈ່າຍເງິນແບບ Contactless ມາຫຼາຍກວ່າ 5 ປີແລ້ວ ເພາະຈີນໃຊ້ລະບົບ “ສັງຄົມໄຮ້ເງິນສົດ” ມາດົນເປັນ 10 ປີ ຫຼືອາດຈະຫຼາຍກວ່ານັ້ນດ້ວຍຊໍ້າ.

ທັງນີ້ ທີ່ຜ່ານມາໃນລະຫວ່າງທີ່ “ທິມ ຄຸກ” CEO ຂອງ Apple ໄດ້ເວົ້າຖະແຫຼງກ່ຽວກັບຜົນປະກອບການໃນໄຕມາດສຸດທ້າຍຂອງປີ 2020 ມີປະເດັນເລື່ອງ “Contactless Payment” ທີ່ທຸກຄົນກຳລັງໃຫ້ຄວາມສົນໃຈ ແລະ ຖາມກ່ຽວກັບຄວາມຄິດເຫັນຂອງທິມ ຄຸກ ຫຼາຍທີ່ສຸດ.

ໂດຍທິມ ເວົ້າວ່າ “ກະແສຂອງ Contactless Payment ຈະເຕີບໃຫຍ່ໃນສະຫະລັດອາເມຣິກາຫຼາຍຂຶ້ນເປັນເທົ່າໂຕ ເພາະຄົນບໍ່ກ້າໃຊ້ເງິນສົດ ແລະ ບັດເຄດິດ/ເດບິດ, ເຊິ່ງສຳລັບສະຫະລັດອາເມຣິກາ ການໃຊ້ຈ່າຍແບບນີ້ຖືວ່າຍັງກ້າວຊ້າກວ່າຫຼາຍປະເທດທົ່ວໂລກ ແຕ່ການລະບາດກະຕຸ້ນໃຫ້ Contactless Payment ໄດ້ຮັບຄວາມນິຍົມໄວຂຶ້ນ”

ສິ່ງທີ່ໜ້າສົນໃຈຄື ທິມ ຄຸກ ເວົ້າສຽງໜັກແໜ້ນວ່າ “ບໍ່ແມ່ນສະເພາະແຕ່ສະຫະລັດອາເມຣິກາ ແຕ່ມັນຈະເກີດກະແສນີ້ຂຶ້ນທົ່ວໂລກ ໂດຍສັດສ່ວນຈະເກີນເຄິ່ງແນ່ນອນແທນທີ່ເງິນສົດ/ບັດ ຫຼືເຮົາຈະບໍ່ກັບມາຢູ່ໃນຈຸດທີ່ຕ້ອງໃຊ້ເງິນສົດ ຫຼື ບັດອີກແລ້ວ” ສຳລັບ Apple ມີຄວາມກະຕືລືລົ້ນມາຕະຫຼອດທີ່ຈະພັດທະນາລະບົບການຊຳລະເງິນແບບໃໝ່ຢ່າງທີ່ຜ່ານມາ Apple ມີບໍລິການຊໍາລະເງິນດ້ວຍ “Apple Card” ແລະ “Apple Pay” ທີ່ເລີ່ມເຮັດໄດ້ມາຂ້ອນຂ້າງດີ.

ຂະນະທີ່ນັກວິເຄາະໄດ້ເວົ້າເຖິງ Apple Pay ວ່າເປັນລະບົບການຊໍາລະເງິນອອນລາຍທີ່ໃຫຍ່ເປັນອັນດັບ 3 ຖ້າທຽບກັບຈຳນວນຜູ້ໃຊ້ ເຊິ່ງອັນດັບ 1 ແນ່ນອນວ່າເປັນ WeChat – 1.2 ພັນລ້ານຄົນ, Google Pay – 1.15 ພັນລ້ານຄົນ ແລະ Apple Pay – 441 ລ້ານຄົນ, ສ່ວນ Samsung Pay ທີ່ຕິດຢູ່ໃນ Top5 ມີຖານຜູ້ໃຊ້ຢູ່ທີ່ 100 ລ້ານຄົນ.

ທາງດ້ານປະເທດທີ່ໃຊ້ເຕັກໂນໂລຊີການຊໍາລະເງິນແບບ contactless ຫຼາຍທີ່ສຸດໃນໂລກຄື “ຈີນ” ຕາມດ້ວຍ ນໍເວ, ອັງກິດ, ຍີ່ປຸ່ນ ແລະ ອົດສະຕາລີ. ສ່ວນອາເມຣິກາຕາມມາເປັນອັນດັບທີ 7 ເຊິ່ງມີປະຊາກອນທີ່ໃຊ້ລະບົບນີ້ 17%.

ຖ້າພິຈາລະນະຈາກຄຳເວົ້າຂອງ “ທິມ ຄຸກ” ແລະ ນັກວິເຄາະຫຼາຍໆຄົນ ເຫັນຊັດເຈນວ່າກະແສຂອງການຊໍາລະເງິນແບບໄຮ້ສຳຜັດໃນອະນາຄົດຈະມາແນ່ນອນ ແລະ ບໍ່ແມ່ນແຕ່ໃນລະດັບທີ່ເປັນຕົວເລືອກຄືໃນປັດຈຸບັນ ແຕ່ຈະເປັນພຶດຕິກຳການໃຊ້ຈ່າຍດ້ວຍລະບົບເຕັກໂນໂລຊີນີ້ມາແທນທີ່ຈະຊໍາລະເງິນແບບອື່ນ ຫຼື ແບບດັ້ງເດີມເຊິ່ງເປັນເງິນສົດ ພຽງແຕ່ແຕ່ລະປະເທດຈະໃຊ້ເວລາໃນການປ່ຽນແປງ ແລະ ພັດທະນາໂຕເອງດົນສ່ຳໃດເທົ່ານັ້ນ.

ທີ່ມາ: https://www.marketingoops.com/data/tim-cook-says-contactless-payments-are-more-popular-than-ever/