ຄົ້ນພົບພູສູງ ທີ່ສູງເທົ່າຕຶກທີ່ສູງທີ່ສຸດໃນໂລກຕໍ່ກັນ 3 ເທື່ອ ຢູ່ໃຕ້ມະຫາສະໝຸດ


ພູທີ່ຄົ້ນພົບໃຕ້ທະເລ ມີຢູ່ 4 ໜ່ວຍ ແມ່ນຢູ່ນອກຊາຍຝັ່ງເປຣູ ແລະ ຊີລີ ໂດຍຍອດທີ່ສູງທີ່ສຸດ ມີຄວາມສູງ 2.6 ກິໂລແມັດ.

ພູທີ່ຢູ່ນຳກັນອີກ 3 ໜ່ວຍມີຄວາມສູງດັ່ງນີ້: 1591 ແມັດ, 1644 ແມັດ ແລະ 1873 ແມັດ ສ່ວນພູທີ່ສູງທີ່ສຸດ ທຽບກັບຕຶກ Burj Khalifa ຕຶກທີ່ສູງທີ່ສຸດໃນໂລກ 828 ແມັດ ແລ້ວ ມີຄວາມສູງກວ່າເຖິງ ສາມເທື່ອ ແລະ ພູດັ່ງກ່າວມີເນື້ອທີ່ກວ້າງເຖິງ 450 ກິໂລຕາແມັດ.

ນັກວິທະຍາສາດສັນນິຖານວ່າ ພວກມັນເປັນພູເຂົາໄຟທີ່ມອດແລ້ວ, ການສຳຫຼວດຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການໃໝ່ທີ່ຊື່ວ່າ Seadbed 2030 ເຊິ່ງມີເປົ້າໝາຍໃນການສ້າງແຜນທີ່ພື້ນທີ່ທະເລທັງໝົດຂອງໂລກພາຍໃນປີ 2030.

ນັກວິທະຍາສາດປະເມີນວ່າ ເລິກລົງໄປໃນມະຫາສະໝຸດ ຈະມີພູໃຕ້ທະເລອີກເຖິງ 100,000 ໜ່ວຍ ເຊິ່ງຫຼາຍກວ່າ 50% ຢູ່ໃນມະຫາສະໝຸດປາຊີຟິກ.

ທີ່ມາ: https://www.kidsnews.com.au/environment/four-gigantic-mountains-discovered-underwater-near-chile/news-story/59915f2261454a5b3394e6278e41af23

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/