ກຣີກ ກາຍເປັນປະເທດທຳອິດທີ່ນັບຖືສາສະໜາຄຣິສອໍໂທດອກ ຜ່ານກົດໝາຍສົມຣົດເພດດຽວກັນ


ປະເທດ ກຣີກ ສ້າງປະຫວັດສາດໜ້າໃໝ່ ກາຍເປັນປະເທດທີ່ນັບຖືສາສະໜາ ຄຣິສ ນິກາຍອໍໂທດອກ ປະເທດທຳອິດທີ່ຜ່ານຮ່າງກົດໝາຍສົມຣົດເພດດຽວກັນ ເຖິງແມ່ນວ່າຈະຖືກຄັດຄ້ານຢ່າງໜັກໜ່ວງຈາກອົງກອນຜູ້ນັບຖືສາສະໜາຄຣິສກໍຕາມ.

ສະມາຊິກສະພາຜູ້ແທນຂອງກຣີກຈຳນວນ 176 ສຽງຈາກທັງໝົດ 300 ສຽງ ໄດ້ລົງຄະແນນເຫັນດີສະໜັບສະໜູນຮ່າງກົດໝາຍການສົມຣົດເພດດຽວກັນ ໂດຍກົດໝາຍສະບັບໃໝ່ນີ້ຈະອະນຸຍາດໃຫ້ການສົມຣົດເພດດຽວກັນຖືກຕ້ອງຕາມກົດໝາຍ ແຕ່ຍັງຄົງຈຳກັດສິດບໍ່ໃຫ້ຄູ່ຮັກເພດຊາຍມີລູກຜ່ານການອຸ້ມບຸນ.

ຈາກຜົນການສຳຫຼວດຄວາມຄິດເຫັນຊີ້ວ່າ ມີຜູ້ເຫັນດີກັບການປະຕິຮູບກົດໝາຍ ຫຼາຍກວ່າຜູ້ບໍ່ເຫັນດີ ແນ່ນອນວ່າປະເດັນນີ້ບໍ່ກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຄວາມແຕກແຍກໃນປະເທດ ເທົ່າກັບຂໍ້ກັງວົນຂອງປະຊາຊົນກ່ຽວກັບປະເດັນ “ຄ່າຄອງຊີບສູງຂຶ້ນ” ຫຼາຍກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/