ຈາກຜັກຕົບໄຮ້ຄ່າ ສູ່ນາງພະຍາໄຟເບີ ເມື່ອນຳມາແປຮູບເປັນ ໝີ່ຢົກຜັກຕົບ


ເມື່ອເວົ້າເຖິງຜັກຕົບ ເຮົາຈະນຶກເຖິງຜັກຂຽວໆລອຍນ້ຳ ທີ່ບໍ່ຮູ້ວ່າມັນມີປະໂຫຍດຫຍັງແດ່ ນ້ອງຈາກກີດຂວາງໜ້ານ້ຳເທົ່ານັ້ນ.

ມີຫຼາຍພາກສ່ວນ ສາມາດນຳຜັກຕົບໄປແປຮູບມາແລ້ວ ບໍ່ວ່າຈະເປັນ ເອົາໄປເຮັດເປັນກະເປົາ ຫຼື ເສັ້ນດ້າຍຖັກທໍເສື້ອຜ້າ ແຕ່ໜ້ອຍຫຼາຍທີ່ຈະເຫັນມັນຖືກນຳມາແປຮູບເປັນຂອງກິນ ແບບຊາວບ້ານເມືອງພາຊີ ແຂວງພະນະຄອນສີອະຍຸດທະຍາ ທີ່ແນວຄິດນຳເອົາຜັກຕົບມາປ່ຽນເປັນ ເສັ້ນໝີ່ຢົກ ຂອງກິນປະຈຳຂອງຊາວບ້ານ ແຖມຍັງມີປະໂຫຍດ ເພາະໃນຜັກຕົບ ມີວິຕາມິນ ແລະ ແຮ່ທາດຫຼາຍຊະນິດ ເຊັ່ນ: ວິຕາມິນ A, C, ແຄລຊຽມ, ຟອສຟໍຣັສ, ແມັກນີຊຽມ ແຖມຍັງມີໄຟເບີສູງ.

ຊາວບ້ານໄດ້ເວົ້າວ່າ ຢູ່ຄອງນ້ຳໃນທ້ອງຖິ່ນ ເກີດບັນຫາຜັກຕົບແຜ່ຫຼາຍ ສົ່ງຜົນກະທົບກັບສິ່ງແວດລ້ອມ ຈຶ່ງມີແນວຄິດນຳເອົາຜັກຕົບມາແປຮູບ ເປັນເສັ້ນໃຍຈົນສຳເລັດ ຈົນມີວິສາຫະກິດຊຸມຊົນທໍຜ້າ ແຕ່ພວກເຂົາຍັງບໍ່ຢຸດທີ່ຈະພັດທະນາ ແລະ ເຊື່ອວ່າຜັກຕົບສາມາດນຳມາໃຊ້ປະໂຫຍດໄດ້ທຸກສ່ວນ.

ທີ່ມາ:

https://feedforfuture.co/feed-news/48473/

Twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/