ບໍ່ເຕັນ-ບໍ່ຫານ ກາຍເປັນປະຕູດ່ານສາກົນທາງລົດໄຟອັນດັບໜຶ່ງຂອງຈີນ ຕໍ່ອາຊຽນ


ຂໍ້ມູນຕົວເລກສະຖິຕີຂອງດ່ານພາສີຄຸນໝິງ ໄດ້ສະແດງໃຫ້ເຫັນວ່າ ປີ 2023 ທີ່ຜ່ານມາ ປະລິມານສິນຄ້າທີ່ຜ່ານ ຂາເຂົ້າ- ຂາອອກດ່ານທາງລົດໄຟ ໂດຍໄດ້ຮັບການກວດສອບ ແລະ ຜ່ານດ່ານຂອງຄະນະກວດກາ ແລະ ຄວບຄຸມບັນລຸເຖິງ 4,2 ລ້ານກວ່າໂຕນ, ເພີ່ມຂຶ້ນ 94,91% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກາຍເປັນດ່ານທາງລົດໄຟອັນດັບໜຶ່ງຂອງຈີນຕໍ່ອາຊຽນ.

ອີງຕາມການລາຍງານຂອງ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ເມື່ອບໍ່ດົນມານີ້ ທ່ານ ຫຼິວ ຈ່າ ເຊີນ (Liu Jiachen) ເຈົ້າຄອງນະຄອນຄຸນໝິງ ໄດ້ລາຍງານໃນກອງປະຊຸມຄັ້ງທີ 4 ຂອງກອງປະຊຸມສະພາຜູ້ແທນປະຊາຊົນນະຄອນຄຸນໝິງ ສະໄໝທີ 15 ວ່າ: ປີ 2024 ນີ້ ຈະສູ້ຊົນບັນລຸປະລິມານລວມຂອງການນຳເຂົ້າ ແລະ ສົ່ງອອກ ໃນດ່ານບໍ່ຫານ ໃຫ້ໄດ້ 9 ລ້ານໂຕນ ແລະ ມູນຄ່າສິນຄ້າໃຫ້ໄດ້ 50 ຕື້ຢວນ.

ທ່ານ ຫຼິວ ຈ່າ ເຊີນ ຍັງໃຫ້ຮູ້ອີກວ່າ: ສິ່ງສຳຄັນທີ່ຈະຕ້ອງກ່າວເຖິງ ແມ່ນດ່ານທາງລົດໄຟບໍ່ຫານ ເປັນດ່ານລົດໄຟຂ້າມຊາຍແດນທີ່ບໍ່ຈໍາເປັນຈະຕ້ອງປ່ຽນຖ້ຽວລົດໄຟ ຫຼື ປ່ຽນເສັ້ນທາງລົດໄຟໃນລະຫວ່າງການເດີນທາງ, ສິ່ງທີ່ເປັນເອກະລັກ ແລະ ຄວາມສະດວກສະບາຍນີ້ ເຮັດໃຫ້ການຂົນສົ່ງສິນຄ້າທາງລົດໄຟມີຄວາມສະດວກ, ວ່ອງໄວຍິ່ງຂຶ້ນ ແລະ ເຮັດໃຫ້ປະລິມານການຂົນສົ່ງສິນຄ້າ ຂາເຂົ້າ-ຂາອອກ ຈາກດ່ານທາງລົດໄຟຫາອາຊຽນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນປີ 2024, ເຂດຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ ຄື: ການກໍ່ສ້າງໂຄງການ, ລະດົມການລົງທຶນໃຫ້ເກີດຜົນເປັນຈິງ, ຊີວິດການເປັນຢູ່ ແລະ ສະຫວັດດີການທີ່ດີຂອງປະຊາຊົນ, ເປີດປະຕູສູ່ພາຍນອກ ແລະ ການພັດທະນາຂອງພາກພື້ນ,ໃນເບື້ອງຕົ້ນ ໄດ້ວາງແຜນ 134 ໂຄງການທີ່ສຳຄັນຢູ່ຕົວເມືຶອງດ່ານສາກົນບໍ່ຫານ ດ້ວຍມູນຄ່າການລົງທຶນທັງໝົດແມ່ນ 67.846 ຕື້ຢວນ ແລະ ແຜນການລົງທຶນປະຈຳປີແມ່ນ 6 ຕື້ 500 ລ້ານຢວນ.

https://www.facebook.com/lnrlao/posts/pfbid026Hrn2MemimGXLyv5CobkPKoM33NfqdVyEYfvppEgGyqf1AWdj8ZteLvYCZbqQxUtl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/