ອິດສະລາເອວ ພົບ ເຄື່ອງມືຫີນສຳຫຼັບບົດອາຫານ ທີ່ມີອາຍຸ 3.5 ແສນປີໃນຖ້ຳບູຮານ


ເມື່ອວັນອາທິດ ທີ 27 ທັນວາ 2020 ມະຫາວິທະຍາໄລ ໄຮຟາ (UH) ທາງຕອນເໜືອຂອງ ອິດສະລາເອວ ເປີດເຜີຍວ່າ ຄະນະນັກບູຮານຄະດີອິດສະລາເອວໄດ້ຄົ້ນພົບເຄື່ອງມືອາຍຸ 3.5 ແສນປີ ເຊິ່ງຖືກໃຊ້ສຳຫຼັບບົດອາຫານ ແລະ ວັດຖຸອື່ນໆ.

ເຄື່ອງມືດັ່ງກ່າວ ເຊິ່ງເປັນກ້ອນຫີນໂດໂລໄມຊົງມົນຖືກຄົ້ນພົບໂດຍຄະນະນັກວິໄຈຂອງມະຫາວິທະຍາໄລໄຮຟາໃນຖ້ຳຍຸກກ່ອນປະຫວັດສາດແຫ່ງໜຶ່ງຢູ່ເທິງພູເຂົາຄາເມວ (Mount Carmel) ໃກ້ກັບເມືອງໄຮຟາ.

ໃນການສຶກສາດັ່ງກ່າວ ເຊິ່ງໄດ້ຮັບການຕີພິມໃນວາລະສານ Journal of Human Evolution ຄະນະນັກວິໄຈພົບຮອຍຂູດຂະໜາດນ້ອຍຫຼາຍຮອຍຢູ່ເທິງຫີນທີ່ມີຜິວຮຽບກ້ອນນີ້.

ຄະນະນັກບູຮານຄະດີຄົ້ນພົບຄວາມຄ້າຍຄືຫຼາຍປະການລະຫວ່າງຮອຍຢູ່ເທິງເຄື່ອງມືນີ້ ແລະ ເທິງໜັງສັດ ຈຶ່ງສະຫຼຸບໄດ້ວ່າເຄື່ອງມືຫີນບູຮານດັ່ງກ່າວຖືກໃຊ້ເພື່ອບົດວັດຖຸທີ່ມີຄວາມອ່ອນ ແລະ ຊີ້ວ່ານີ້ເປັນຫຼັກຖານທຳອິດສຸດຂອງການໃຊ້ເຄື່ອງມືຫີນເພື່ອການບົດຂອງບັນພະບຸລຸດຂອງມະນຸດບູຮານ (hominin) ກ່ອນທີ່ມະນຸດສະໄໝໃໝ່ ຫຼື ໂຮໂມເຊປຽນ (Homo sapiens) ຍຸກທຳອິດທີ່ປາກົດຂຶ້ນ.

ທີ່ມາ: https://today.line.me/th/v2/article/gpQOe2?utm_source=copyshare