Hyundai ກຽມເປັນພາດເນີລົດໄຟຟ້າອັດຕະໂນມັດກັບ Apple ເລີ່ມຜະລິດໃນປີ 2024


ຫຼັງ Hyundai ອອກມາຍອມຮັບເລື່ອງການເຈລະຈາກັບ Apple ກ່ຽວກັບເລື່ອງການພັດທະນາລົດໄຟຟ້າໄຮ້ຄົນຂັບ.

ຫຼ້າສຸດ Reuters ລາຍງານ ແລະ ອ້າງອີງກັບສື່ທ້ອງຖິ່ນເກົາຫຼີ Korea IT News ວ່າທັ້ງສອງບໍລິສັດກຽມລົງນາມເປັນ Partner ກັນພາຍໃນເດືອນ ມີນາ ປີ 2021 ທີ່ຈະມາຮອດນີ້ ແລະ ຈະເລີ່ມການຜະລິດໃນປີ 2024 ຢູ່ສະຫະລັດອາເມຣິກາ  ເຊິ່ງສອດຄ້ອງກັບການວິເຄາະຂອງ Ming – Chi Kuo ວ່າລົດ Apple ໜ້າຈະເປີດຕົວໄດ້ໄວທີ່ສຸດໃນປີ 2025.

Korea IT News ເຜີຍອີກດ້ວຍວ່າ Hyundai ແລະ Apple ຈະອອກລົດ Version ເບຕ້າອອກມາກ່ອນໃນປີ 2022.

ທີ່ມາ: https://www.blognone.com/node/120482