ຕຳຫຼວດຊານຟານຊິສໂກ ກຽມຮັບມືກຸ່ມສະໜັບສະໜູນ Trump ປະທ້ວງຢູ່ທີ່ ສຳນັກງານໃຫຍ່ຂອງ Twitter


Twitter ໜ້າຈະເປັນໂຊຊຽວມີເດຍທີ່ຕ້ອງຮັບມືກັບ Donald Trump ຫຼາຍທີ່ສຸດ ໂດຍເຄສຫຼ້າສຸດເເຖິງກັບຕ້ອງແບນບັນຊີແບບຖາວອນ ແມ່ນວ່າຈະຍ້າຍໄປບັນຊີ @POTUS ກໍຕ້ອງຕາມໄປລົບ twitter ເຊິ່ງກໍມີລາຍງານວ່າກຸ່ມສະໜັບສະໜູນ Trump ນັດປະທ້ວງ Twitter ຜ່ານ Reddit ໃນວັນຈັນທີ່ຜ່ານມານີ້ (ຕາມເວລາທ້ອງຖິ່ນ) ເຮັດໃຫ້ກົມຕຳຫຼວດຂອງຊານຟານຊິສໂກກຽມຮັບມືກັບກຸ່ມຜູ້ສະໜັບສະໜູນ Trump ທີ່ສຳນັກງານໃຫຍ່ຂອງ Twitter ໃນຊານຟານຊິສໂກແລ້ວ ແມ່ນວ່າຈະບໍ່ມີພະນັກງານຢູ່ເພາະວິກິດໂຄວິດ-19 ກໍຕາມ  ໂດຍກົມຕຳຫຼວດໄດ້ລະບຸວ່າ  ຍິນດີຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ການຊຸມນຸມ ແລະ ການສະແດງອອກຕາມບົດບັດຍັດໃນລັດຖະທຳມະນູນ ແຕ່ກໍຮຽກຮ້ອງໃຫ້ໃຊ້ສິດຕາມລັດຖະທຳມະນູນຢ່າງສະຫງົບ ແລະ ນຶກເຖິງຄວາມປອດໄພຂອງຄົນອື່ນພ້ອມ.

ທີ່ມາ: https://www.blognone.com/node/120491