ເປີດຕົວ OnePlus Band ສະເປັກແໜ້ນ Feature ຄົບລາຄາສະບາຍກະເປົາ


ມາຕາມນັດແທ້ໆ  ສຳລັບ OnePlus Band ສາຍຮັດຂໍ້ມືຈາກ OnePlus ໂດຍສະເປັກບອກໄດ້ເລີຍວ່າຄັກອີຫຼີແຖມ Feature ຊີວິດປະຈຳວັນກໍໃສ່ມາໃຫ້ແບບເຕັມໆ ບໍ່ວ່າຈະເຊັນເຊີວັດອັດຕາການເຕັ້ນຂອງຫົວໃຈຕະຫຼອດໝົດມື້, SpO2 ວັດຄວາມໜາແໜ້ນຂອງອົກຊີແຊນໃນເລືອດ ແລະ ແບັດເຕີຣີ່ອຶດທົນໃຊ້ງານໄດ້ເພີນໆເຖິງ 2 ອາທິດ ແຖມລາຄາຍັງສະບາຍກະເປົາອີກພ້ອມ.

 OnePlus Band ມາພ້ອມກັບໜ້າຈໍ AMOLED ສະແດງຜົນສີ ຂະໜາດ 1.1 ນິ້ວ ຄວາມລະອຽດ 126 x 294 ພິກເຊວ ຮອງຮັບການສະແດງຜົນ P3 100% ໂດຍຕົວສາຍຈະເປັນເປັນແບບຊິລີໂຄນ ມີ Optical HR Sensor ວັດອັດຕາການເຕັ້ນຂອງຫົວໃຈໄດ້ຕະຫຼອດ 24 ຊົ່ວໂມງ, 3 – Axis Accelerometer, Gyroscope ແລະ ເຊັນເຊີ SpO2 ທີ່ຈະເຂົ້າມາຊ່ວຍວັດຄວາມໜາແໜ້ນຂອງຄ່າອົກຊີແຊນໃນເລືອດນັ້ນເອງ.

OnePlus Band ສາມາດນັບກ້າວບາດຍ່າງໃນແຕ່ລະມື້ ລວມເຖິງການເຜົາຜານແຄລໍຣີ່ຂອງຜູ້ໃສ່ໄດ້ ນອກຈາກນີ້ຍັງມີໂຫມດວັດຄຸນະພາບການນອນ ແລະ ຮອງຮັບການອອກກຳລັງກາຍຫຼາຍເຖິງ 13 ແບບອີກດ້ວຍ.

ສາມາດສະແດງການແຈ້ງເຕືອນຂອງ Smart Phone ທີ່ເຊື່ອມຕໍ່ໄດ້ດ້ວຍ ຄວບຄຸມການຫຼິ້ນເພງ ລວມເຖິງ Sync ໃຊ້ງານ Zen Mode ກັບມືຖື OnePlus ໄດ້ອີກຕ່າງຫາກ, ແລະ ແນ່ນອນວ່າ OnePlus Band ສາມາດເລືອກທີ່ຈະກົດປະຕິເສດຕັດສາຍເວລາມີຄົນໂທເຂົ້າມາໄດ້ອີກດ້ວຍ ໂດຍ OnePlus Band  ຈະມາກັບມາດຕະຖານກັນນ້ຳກັນຝຸ່ນ IP68 ໃສ່ລອຍນ້ຳອອກກຳລັງກາຍໄດ້ແບບຫາຍຫ່ວງ.

OnePlus Band ຮອງຮັບ Bluetooth 5.0 ແບບ Low Energy ແລະ ແບັດເຕີຣີ່ຂະໜາດ 100mAh ທີ່ທາງຄ້າຍໄດ້ເວົ້າວ່າສາມາດໃຊ້ງານຕໍ່ເນື່ອງໄດ້ແບບຍາວໆເພີນໆເຖິງ 14 ມື້ ສາກໄຟຜ່ານ USB–A.

ແຕ່ເຖິງຢ່າງໃດກໍຕາມ ຜູ້ໃສ່ຈຳເປັນຕ້ອງດາວໂຫລດແອັບ OnePlus Health  ຫາກມີຄວາມປະສົງຕ້ອງການຈະເບິ່ງຂໍ້ມູນການອອກກຳລັງກາຍ ຫຼື ບາດກ້າວເວລາເຮົາຍ່າງໃນແຕ່ລະມື້ຂອງເຮົາ ໂດຍ OnePlus Band ສາມາດໃຊ້ງານກັບມືຖືລະບົບປະຕິບັດການ iOS ຫຼື Android 6.0 ຂຶ້ນໄປ.

ສະເປັກ ONEPLUS BAND

  • ຂະໜາດ 40.4 x 17.6 x 11.45 mm
  • ນ້ຳໜັກ 22.6 g
  • ໜ້າຈໍ AMOLED 1.1 ນິ້ວ ຄວາມລະອຽດ 126 x 294 ພິກເຊວ ເຄືອບສາຍປ້ອງກັນຮອຍຂີດ
  • ເຊັນເຊີວັດອັດຕາການເຕັ້ນຂອງຫົວໃຈ, SpO2
  • Bluetooth 5.0 BLE
  • IP68
  • Battery 100mAh

OnePlus Band ມີໃຫ້ເລືອກເຖິງ 3 ສີໄດ້ແກ່ ສີດຳ Black, ສີນ້ຳເງິນ Navy ແລະ ສີເທົາ Tangerine Gray ຕັ້ງລາຄາຢູ່ທີ່ 2,499 ຣູປີ ຫຼຶ 340,000 ກີບ ເລີ່ມວາງຈຳໜ່າຍໃນອິນເດຍເປັນປະເທດທຳອິດໃນວັນທີ 13 ມັງກອນ 2021 ນີ້ ສ່ວນຈະນຳເຂົ້າມາລາວ ຫຼື ບໍ່? ອັນນີ້ເຮົາມາລໍຖ້າລຸ້ນໄປພ້ອມກັນ.

ທີ່ມາ: https://droidsans.com/oneplus-band-fitness-tracker-launched/