ທີມບານເຕະຍິງລາວ ໄດ້ເຂົ້າຮ່ວມຮອບຄັດເລືອກ AFC U-20 Women’s Asian Cup 2022


ຂໍສະແດງຄວາມຍິນດີກັບທີມເຕະບານຍິງລາວເຮົາ ທີ່ໄດ້ຕິດໜຶ່ງໃນຈໍານວນ 34 ລາຍຊື່ ໄດ້ຖືກເຂົ້າຮ່ວມໃນການແຂ່ງຂັນຮອບຄັດເລືອກ AFC U-20 Women’s Asian Cup 2022. ໃນການແຂ່ງຂັນຈະເປັນການຄັດເລືອກເອົາຈໍານວນ 11 ທີມ ເຂົ້າໄປເຕະໃນຮອບສຸດທ້າຍໃນປະເທດ India ເຊິ່ງການແຂ່ງຂັນຄັ້ງນີ້ແມ່ນປະເທດອິນເດຍໄດ້ຮັບກຽດເປັນເຈົ້າພາບຢ່າງສະຫງ່າຜ່າເຜີຍ ແລະ 5 ທີມທີ່ຜ່ານເຂົ້າຮອບ ຈະໄດ້ມີສິດເຂົ້າຮ່ວມການແຂ່ງຂັນກິລາບານເຕະຍິງຊີງແຊ້ມໂລກ 2023 ເຊິ່ງຮອບສຸດທ້າຍແມ່ນປະເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ຮັບກຽດເປັນເຈົ້າພາບ, ສ່ວນອີກ 2 ທີມ ແມ່ນຈະໄດ້ສິດ Playoffs ກັບ 8 ທີມຈາກທະວີບອື່ນເພື່ອຫາອີກ 3 ທີມ ເຂົ້າຮ່ວມໃນການແຂ່ງຂັນບານເຕະຍິງຊີງແຊ້ມໂລກ 2023.

  ແນວໃດກໍຂໍເປັນແຮງຈິດແຮງໃຈໃຫ້ທີມຊາດລາວເຮົາ ຈົ່ງມີແຕ່ໂຊກໄຊປະສົບຜົນສໍາເລັດດ້ວຍ.

  ສ່ວນລາຍຊື່ທີມທີ່ຖືກຄັດເລືອກມີດັ່ງຕໍ່ໄປນີ້:

  1. ອັ​ຟ​ກາ​ນິ​ສ​ຖານ
  2. ອົ​ດ​ສະຕ​າ​ລີ
  3. ບາ​ເຣນ
  4. ບັງ​ກະ​ລາ​ເທດ
  5. ສ​ປ ຈີນ
  6. ໄຕ​້​ຫວັນ
  7. ສ​ປ​ປ ເກົາ​ຫລີ
  8. ກວມ
  9. ຮົງ​ກົງ
  10. ອິນ​ເດຍ
  11. ອິນ​ໂດ​ເນ​ເຊຍ
  12. ອີ​ຣັກ
  13. ອີ​ຣ່ານ
  14. ຍີ່​ປຸ່ນ
  15. ຈໍ​ແດນ
  16. ສ.ເກົາ​ຫລີ
  17. ສ​ປ​ປ​ ລາວ
  18. ເລ​ບາ​ນອນ
  19. ມາ​ເກົາ
  20. ມາ​ເລ​ເຊຍ
  21. ມາ​ລ​ດິບ
  22. ມົງ​ໂກ​ລີ
  23. ມຽນ​ມາ
  24. ເນ​ປານ
  25. ປາ​ກິ​ສ​ຖານ
  26. ປາ​ເລ​ສ​ຕິນ
  27. ຟີ​ລິບ​ປິນ
  28. ສິງ​ກະ​ໂປ
  29. ທາ​ຈີ​ກິ​ສ​ຖານ
  30. ໄທ
  31. ເຕິກ​ເມ​ນິ​ສ​ຖານ
  32. ສະ​ຫະ​ອາ​ຣັບ​ເອ​ມີ​ເຣດ
  33. ອຸ​ເບ​ກິ​ສ​ຖານ
  34. ຫວຽດ​ນາ​ມ

ສ່ວນກໍານົດເລື່ອງເວລາແຂ່ງຂັນທາງສະຫະພັນບານເຕະຍິງຈະແຈ້ງຕື່ມອີກ.

ຂໍຂອບໃຈທີ່ມາ:

https://www.facebook.com/LaoFF/photos/a.410411102313166/3814527345234841/?cft[0]=AZWYLtJFdyaDuhBPdkhvuarkvURfTCVNCFIdU5LccB7zik-AcBl6MU7w-0aoKQG9V4lSm4lB8_dNhF2h5RuePTgTzs_nR57v1qHYvkywsxniyS2DcBJER-MqD9IAIMNYOM6a8N-hlRWTHU2ckTWKVOiv&tn=EH-R