GoBear ບໍລິສັດຂາຍປະກັນອອນລາຍປະກາດຍົກເລີກກິດຈະການໃນປະເທດໄທເພາະລະດົມເງິນທຶນເພີ່ມບໍ່ໄດ້


GoBear ບໍລິສັດຂາຍປະກັນອອນລາຍສັນຊາດສິງກະໂປທີ່ມາເຮັດຕະຫຼາດໃນປະເທດໄທ ປະກາດຍຸຕິກິດຈະການເນື່ອງຈາກບໍ່ສາມາດລະດົມເງິນທຶນເພິ່ມໄດ້ ແລະ ທຸລະກິດບາງສ່ວນໄດ້ຮັບຜົນກະທົບຈາກ COVID – 19 ເຊັ່ນ: ຂາຍປະກັນເດີນທາງໄດ້ໜ້ອຍລົງ.

GoBear ກໍ່ຕັ້ງໃນປີ 2015 ປັດຈຸບັນບໍລິສັດມີພະນັກງານ 165 ຄົນໃນ 7 ປະເທດຄື: ສິງກະໂປ, ໄທ, ມາເລເຊຍ, ຟິລິບປິນ, ຫວຽດນາມ, ອິນໂດເນເຊຍ ແລະ ຮົງກົງ GoBear ລະບຸວ່າຈະທະຍອຍປິດກິດຈະການເທື່ອລະເຟສໃນໄລຍະເວລາອັນໃກ້ຈະຮອດນີ້ ແລະ ພະນັກງານຈະໄດ້ຮັບແຈ້ງເລີກກິດຈະການພ້ອມທັງໄດ້ເງິນຊົດເຊີຍຕາມທີ່ກົດໝາຍແຕ່ລະປະເທດກຳນົດໄວ້.

ທີ່ມາ: https://www.blognone.com/node/120480