ວິທະຍາສາດກ້າວໄກ! ນັກວິໄຈພັດທະນາຮາກສະໝອງທຽມ ຊ່ວຍສ້າງພາບໃນສະໝອງ ໃຫ້ຄົນພິການທາງສາຍຕາຈິນຕະນາການພາບອອກ


ຖືວ່າເປັນຄວາມຫວັງໃຫ້ກັບຜູ້ທີ່ພິການທາງສາຍຕາທົ່ວໂລກ ຫຼັງຈາກທີ່ສະຖາບັນປະສາດວິທະຍາເນເທີແລນ ເປີດເຜີຍວ່າ ຂະນະນີ້ກຳລັງເຮັດການທົດລອງຝັງຮາກທຽມໃນສະໝອງລີງ ເພື່ອຮັກສາອາການຕາບອດ ໄດ້ປະສົບຄວາມສຳເລັດໃນຂັ້ນຕອນທຳອິດແລ້ວ, ເຊິ່ງວິທີນີ້ຈະຖືກພັດທະນາຕໍ່ໄປເພື່ອໃຊ້ໃນການຮັກສາມະນຸດ.

ສຳລັບວິທີການທີ່ນັກວິໄຈໃຊ້ຄື ການພັດທະນາຮາກສະໝອງທຽມທີ່ມີອີເລັກໂທຣດ ຫຼື ຂົ້ວໄຟຟ້າຈຳນວນ 1,024 ເສັ້ນ ເພື່ອເປັນການນຳຕົວກະແສໄຟຟ້າເຂົ້າ-ອອກຈາກສະໝອງ, ຈາກນັ້ນ ນຳໄປຝັງໄວ້ໃນເປືອກສະໝອງໃນສ່ວນ Visual Cortex ເຊິ່ງເປັນສ່ວນທີ່ຊ່ວຍໃນເລື່ອງການເບິ່ງເຫັນໃນລີງສອງໂຕ ເພືອທົດລອງການເຮັດວຽກຂອງອີເລັກໂທຣດ.
ຫຼັງຈາກຝັງອຸປະກອນເລັກນ້ອຍແລ້ວ ນັກວິໄຈໄດ້ປ່ອຍສັນຍານໄຟຟ້າໄປສູ່ອີເລັກໂທຣດທີ່ຝັງໄວ້ໃນສະໝອງລີງ ເຮັດໃຫ້ເກີດການສ້າງຟອສຟີນ ເຊິ່ງເປັນຈຸດທີ່ສະໝອງສາມາດເບິ່ງເຫັນ ຫຼື ຮັບຮູ້ ແລະ ສ້າງພາບເໝືອນຈິງຂອງຮູບຊົງ ແລະ ວັດຖຸໄດ້ໂດຍບໍ່ຕ້ອງໃຊ້ດວງຕາເປັນສື່ກາງ.

ລີງທີ່ໄດ້ຮັບການຝັງຮາກສະໝອງທຽມ ໄດ້ຮັບການທົດສອບທາງພຶດຕິກຳຫຼາຍຢ່າງ ແລະ ພົບວ່າລີງເຫຼົ່ານີ້ມີການຕອບສະໜອງຕໍ່ການເບິ່ງເຫັນທຽມໄດ້ເປັນຢ່າງດີ,​ ພວກມັນສາມາດຮັບຮູ້ຈຸດເຄື່ອນໄຫວ ສາມາດຈື່ຈຳຮູບຮ່າງ ລວມເຖິງເບິ່ງເຫັນຕົວອັກສອນ.

Pieter Roelfsema ນັກວິໄຈໂຄງການຝັງຮາກທຽມ ໄດ້ອະທິບາຍເຖິງວິທີຈັດການອີເລັກໂທຣດ ທີ່ເຮັດໃຫ້ລີງເຂົ້າໃຈຕົວອັກສອນວ່າ: ການກະຕຸ້ນສະໝອງດ້ວຍອີເລັກໂທຣດ ຈະເຮັດໃຫ້ເບິ່ງເຫັນແສງສະຫວ່າງໜຶ່ງຈຸດຂຶ້ນມາໄດ້ ແລະ ຈາກຮູບແບບທີ່ເຮົາທີ່ກຳນົດຂຶ້ນ ກໍຈະສາມາດສ້າງຮູບແບບຂອງຈຸດຂຶ້ນມາໄດ້ ກາຍມາເປັນຕົວອັກສອນທີ່ສາມາດສື່ຄວາມໝາຍໃຫ້ເຂົ້າໃຈ.

ລາວຍັງອະທິບາຍຕື່ມອີກວ່າ ຕາຂອງມະນຸດ ໄດ້ຮັບການກະທົບກະເທືອນຮຸນແຮງຈົນບໍ່ສາມາດໃຊ້ງານໄດ້ ເຍື່ອຫຸ້ມສະໝອງສ່ວນຂອງການເບິ່ງເຫັນຈະບໍ່ໄດ້ຮັບຂໍ້ມູນ, ດັ່ງນັ້ນສິ່ງທີ່ໂຄງການເຮັດກໍແມ່ນການຖ່າຍທອດພາບເຂົ້າໄປໃນສ່ວນຂອງເປືອກສະໝອງໂດຍກົງ ບໍ່ໄດ້ຮັກສາດວງຕາແຕ່ຢ່າງໃດ, ດັ່ງນັ້ນ ວິທີດັ່ງກ່າວຈຶ່ງສາມາດນຳໄປໃຊ້ກັບສະເພາະບຸກຄົນທີ່ຫາກໍສູນເສຍການເບິ່ງເຫັນພາຍຫຼັງ ບໍ່ສາມາດໃຊ້ໄດ້ກັບກໍລະນີພິການຕັ້ງແຕ່ກຳເນີດ.

ໂຄງການນີ້ ສ້າງຂຶ້ນເພື່ອຫວັງຈະຊ່ວຍເຫຼືອຜູ່ທີ່ພິການທາງສາຍຕາທົ່ວໂລກໃຫ້ສາມາດກັບມາໃຊ້ຊີວິດໄດ້ປົກກະຕິທີ່ສຸດເທົ່າທີ່ຈະເຮັດໄດ້ ຖ້າຫາກວ່າເປັນໄປຕາມແຜນ ເທັກໂນໂລຢີນີ້ພ້ອມຈະທົດລອງໃຊ້ກັບມະນຸດພາຍໃນປີ 2023.

ທີ່ມາ: https://www.facebook.com/thematterco/posts/2763424473872937