ເຄີຍສົງໄສບໍ່ ແມ່ນຫຍັງທີ່ເຮັດໃຫ້ຈອກເກັບອຸນຫະພູມ


ສາມາດເກັບຄວາມຮ້ອນ-ເຢັນ ໄວ້ໄດ້ດົນ

ທຸກຄົນສັງເກດບໍ່ວ່າ ໄລຍະນີ້ ຈອກເກັບອຸນຫະພູມເປັນທີ່ນິຍົມຫຼາຍຂຶ້ນ ຈົນກາຍເປັນ Item ສຸດຮິດ ຕິດຕົວຫຼາຍຄົນ ບໍ່ວ່າຈະພົກພາໄປໃສ່ເຄື່ອງດື່ມຢູ່ຮ້ານ ຫຼື ພົກພາໄປຫ້ອງການ ກໍເບິ່ງທັນສະໄໝບໍ່ໜ້ອຍ. ນອກຈາກຈະຊ່ວຍເກັບອຸນຫະພູມຂອງເຄື່ອງດື່ມໄວ້ໄດ້ດົນແລ້ວ ຍັງເປັນການປະກອບສ່ວນຮັກສາສິ່ງແວດລ້ອມດ້ວຍການຫຼຸດຜ່ອນປະລິມານສິ່ງເສດເຫຼືອທີ່ເກີດຈາກການນຳໃຊ້ຈອກຢາງພລາສຕິກອີກດ້ວຍ.

ແຕ່ຫຼາຍຄົນເຄີຍສົງໄສບໍ່ວ່າເປັນຫຍັງຈອກເກັບອຸນຫະພູມສາມາດເກັບຄວາມຮ້ອນ ຫຼື ຄວາມເຢັນ ໄວ້ໄດ້ດົນ? ເຮົາມາເບິ່ງວ່າເບື້ອງຫຼັງຂອງກົນໄກນີ້ມີທີ່ໄປທີ່ມາຄືແນວໃດ ແລະ ຈະມີວິທີເລືອກຊື້ຈອກເກັບອຸນຫະພູມແນວໃດ ຈຶ່ງຈະມີຄວາມປອດໄພ ແລະ ທົນທານ.

ຈອກເກັບອຸນຫະພູມ ມີກົນໄກເກັບກັກອຸນຫະພູມ ໄດ້ຄືແນວໃດ?

ດັ່ງທີ່ເຮົາຮູ້ແລ້ວວ່າ ໜ້າທີ່ຫຼັກຂອງຈອກເກັບອຸນຫະພູມ ແມ່ນການເກັບຮັກສາອຸນຫະພູມທີ່ຢູ່ພາຍໃນຈອກ ໃຫ້ຢູ່ໃນລະດັບຄົງທີ່ ຫຼື ເກີດການປ່ຽນແປງໜ້ອຍທີ່ສຸດ. ແຕ່ຍ້ອນວ່າອຸນຫະພູມມັນເປັນສິ່ງທີ່ບໍ່ຄົງທີ່ ສາມາດປ່ຽນແປງໄດ້ຕະຫຼອດເວລາ ເຊິ່ງສາມາດຖ່າຍໂອນ ຫຼື ສົ່ງຜ່ານອຸນຫະພູມຈາກຈຸດໜຶ່ງໄປຍັງອີກຈຸດໄດ້.  ດັ່ງນັ້ນ, ກົນໄກການອອກແບບຂອງຈອກເກັບອຸນຫະພູມຈຶ່ງຖືກອອກແບບໂດຍຄໍານຶງເຖິງ 3 ຫຼັກການທາງວິທະຍາສາດຂອງການກະຈາຍຂອງຄວາມຮ້ອນ ຄື: ການນໍາຄວາມຮ້ອນ, ​ການພາຄວາມຮ້ອນ ແລະ ການແຜ່ລັງສີຄວາມຮ້ອນ.

  • ການນໍາຄວາມຮ້ອນ (Conduction): ແມ່ນໝາຍເຖິງການຖ່າຍໂອນຄວາມຮ້ອນ ໂດຍມີວັດຖຸຂອງແຂງເປັນຕົວກາງ ຕົວຢ່າງເຊັ່ນ: ການເອົາຈອກນ້ຳຮ້ອນໄປວາງໄວ້ຈອກອີກໜ່ວຍໜຶ່ງທີ່ມີຂະໜາດໃຫຍ່ກວ່າເຊິ່ງມີນ້ຳເຢັນຢູ່ໃນຈອກ ເມື່ອເວລາຜ່ານໄປໄລຍະໜຶ່ງ ນ້ຳໃນຈອກທັງສອງໜ່ວຍ ຈະມີອຸນຫະພູມທີ່ເທົ່າໆກັນ.
  • ການພາຄວາມຮ້ອນ (Convection):​ ແມ່ນການຖ່າຍໂອນຄວາມຮ້ອນຜ່ານຕົວກາງທີ່ສາມາດເຄື່ອນທີ່ໄດ້ ແລະ ຊ່ວຍນໍາພາຄວາມຮ້ອນເຄື່ອນທີ່ໄປນຳ ເຊັ່ນ: ເວລາທີ່ເຮົານັ່ງໃກ້ກອງໄຟ ແລ້ວເຮົາສຳຜັດໄດ້ເຖິງຄວາມຮ້ອນທີ່ມາກັບລົມ ເຊິ່ງລົມຈະເຮັດໜ້າທີ່ເປັນຕົວກາງນັ້ນເອງ;
  • ການແຜ່ລັງສີຄວາມຮ້ອນ (Radiation): ແມ່ນການຖ່າຍໂອນຄວາມຮ້ອນຜ່ານຄື້ນແມ່ເຫຼັກໄຟຟ້າຊະນິດໜຶ່ງທີ່ເຮົານິຍົມເອີ້ນກັນວ່າ ລັງສີອິນຟາເຣດ (Infrared Radiation, IR) ເຊິ່ງສາມາດເຄື່ອນທີ່ໄດ້ໂດຍບໍ່ຜ່ານຕົວກາງ ແລະ ແຜ່ຄວາມຮ້ອນໄດ້ຮອບທິດທາງຂອງວັດຖຸ ເຊິ່ງວັດຖຸໃດທີ່ມີຄວາມຮ້ອນຫຼາຍກວ່າຈະແຜ່ລັງສີອອກມາໄດ້ຫຼາຍກວ່າ. ນອກນັ້ນ, ຄວາມສາມາດໃນການດູດຊັບຄວາມຮ້ອນກໍຈະແຕກຕ່າງກັນອອກໄປ ຂຶ້ນກັບລັກສະນະ ແລະ ຄຸນສົມບັດຂອງວັດຖຸນັ້ນໆ ເຊັ່ນວ່າ: ວັດຖຸໃດທີ່ມີສີເຂັ້ມ ແລະ ມີລັກສະນະດ້ານ ຈະແຜ່ ແລະ ດູດຊັບຄວາມຮ້ອນໄດ້ຫຼາຍກວ່າວັດຖຸທີ່ມີສີອ່ອນ ແລະ ມັນເງົາ, ວັດຖຸໃດທີ່ມີລັກສະນະບາງກວ່າ ກໍຈະສາມາດແຜ່ລັງສີຄວາມຮ້ອນອອກໄດ້ໄວກວ່າວັດຖຸທີ່ມີຄວາມໜາ.

ຈາກຂໍ້ມູນຂ້າງເທິງ ຈຶ່ງມີພຽງແຕ່ 3 ຫຼັກການນີ້ເທົ່ານັ້ນ ທີ່ຈະເຮັດໃຫ້ອຸນຫະພູມເກີດການປ່ຽນແປງ ແລະ ຖ້າເຮົາຢາກຮັກສາອຸນຫະພູມໃຫ້ຄົງທີ່ ຫຼື ປ່ຽນແປງໜ້ອຍທີ່ສຸດ ກໍຕ້ອງຮູ້ວິທີເຮັດໃຫ້ຈອກເກັບອຸນຫະພູມ ເກີດຈຸດທີ່ຄວາມຮ້ອນຢູ່ໃນລະດັບສົມດຸນ. ສະນັ້ນ, ຈອກເກັບອຸນຫະພູມສ່ວນໃຫຍ່ຈຶ່ງເຮັດດ້ວຍສະແຕນເຫຼດທີ່ໜາສອງຊັ້ນ ໂດຍບໍ່ມີຊ່ອງວ່າງສູນຍາກາດ ຈຶ່ງເປັນສາເຫດໃຫ້ຄວາມຮ້ອນ ບໍ່ສາມາດຜ່ານເຂົ້າ-ອອກບໍລິເວນດ້ານຂ້າງຂອງຈອກເກັບອຸນຫະພູມໄດ້. ພ້ອມນັ້ນ, ການອອກແບບຝາປິດດ້ານເທິງ ສ່ວນໃຫຍ່ຈະເຮັດມາຈາກຢາງພລາສຕິກ ທີ່ເປັນຊະນວນກັນຄວາມຮ້ອນ ຈຶ່ງເຮັດໃຫ້ຄວາມຮ້ອນ ຖ່າຍໂອນພະລັງງານເຂົ້າ-ອອກໄດ້ພຽງແຕ່ເລັກໜ້ອຍເທົ່ານັ້ນ ເຮັດໃຫ້ອຸນຫະພູມຈາກພາຍໃນ ແລະ ພາຍນອກຂອງຈອກ ບໍ່ສາມາດຖ່າຍເທອາກາດໄດ້ດີເທົ່າທີ່ຄວນ ຈຶ່ງເປັນສາເຫດໃຫ້ອຸນຫະພູມທີ່ຢູ່ໃນຈອກ ເກີດການປ່ຽນແປງໄດ້ຊ້ານັ້ນເອງ ເຊິ່ງຈະເຫັນວ່າຈອກເກັບອຸນຫະພູມບາງຊະນິດກໍສາມາດເກັບອຸນຫະພູມໄດ້ດົນເຖິງ 24 ຊົ່ວໂມງ.

ຖ້າຢາກເລືອກຊື້ຈອກເກັບອຸນຫະພູມໃຫ້ປອດໄພ ແລະ ທົນທານ ຄວນມີວິທີເລືອກຄືແນວໃດ?

  1. ຕ້ອງເປັນຈອກທີ່ສາມາດເກັບໄດ້ທັງອຸນຫະພູມເຢັນ ແລະ ຮ້ອນ: ຈອກເກັບອຸນຫະພູມແຕ່ລະແບບ ຖືກອອກແບບມາໃຫ້ເກັບອຸນຫະພູມໄດ້ແຕກຕ່າງກັນ ເຊັ່ນ: ບາງຍີ່ຫໍ້ ເກັບອຸນຫະພູມເຢັນໄດ້ດົນເຖິງ 24 ຊົ່ວໂມງ ແຕ່ອາດເກັບຄວາມຮ້ອນໄດ້ພຽງ 6 ຊົ່ວໂມງ. ດັ່ງນັ້ນ, ກ່ອນທີ່ຈະຕັດສິນໃຈຊື້ຈອກເກັບອຸນຫະພູມ ຕ້ອງກວດສອບປະສິດທິພາບຂອງຈອກສາກ່ອນ ເພື່ອໃຫ້ກົງກັບຈຸດປະສົງທີ່ຈະເອົາໄປນໍາໃຊ້.
  2. ເລືອກຈອກເກັບອຸນຫະພູມທີ່ເປັນສະແຕນເລດ Food Grade: ດັ່ງທີ່ເຮົາຮູ້ແລ້ວວ່າ ໂລຫະທີ່ເປັນສະແຕນເລດ (Food Grade) ຈະມີຄວາມທົນທານ, ທຳຄວາມສະອາດງ່າຍ ແລະ ປອດໄພຕໍ່ສຸຂະພາບ ເຊັ່ນ: ຖ້າເຮົາເລືອກຈອກທີ່ຄຸນະພາບບໍ່ດີ ຫຼື ເລືອກໂລຫະທີ່ບໍ່ແມ່ນ Food Grade, ເມື່ອເຮົາໃສ່ເຄື່ອງດື່ມບາງຊະນິດລົງໄປ ອາດເກີດປະຕິກິລິຍາກັບໂລຫະໃນຈອກ ລະລາຍອອກມາກັບນ້ຳດື່ມ ຈົນເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບໃນໄລຍະຍາວໄດ້.
  3. ມີຝາປິດມິດຊິດ, ປ້ອງກັນການຮົ່ວໄຫຼ, ການຊຶມຂອງນ້ຳ: ທົດສອບເບິ່ງວ່າຈອກມີລັກສະນະການຮົ່ວໄຫຼໄດ້ງ່າຍຫຼືບໍ່, ສາມາດພົກພາໄປໄດ້ສະດວກ ໂດຍບໍ່ມີການກະເດັນຂອງນ້ຳອອກມາຫຼືບໍ່.
  4. ມີຂະໜາດບັນຈຸທີ່ເໝາະສົມກັບຈຸດປະສົງການໃຊ້ງານ: ພິຈາລະນາຈາກຈຸດປະສົງຂອງແຕ່ລະບຸກຄົນ ເຊັ່ນ: ຖ້າມັກດື່ມນ້ຳຕະຫຼອດວັນ ໃຫ້ເລືອກຊື້ແບບທີ່ສາມາດບັນຈຸນ້ຳໄດ້ຫຼາຍທີ່ສຸດ ຈຶ່ງບໍ່ຕ້ອງເຕີມນ້ຳເລື້ອຍໆ, ຖ້າເປັນຄົນມັກເດີນທາງໄປມາຕະຫຼອດ ອາດເລືອກແບບທີ່ມີຫູຫິ້ວ, ມີສ່ວນໂຄ້ງຂອງຈອກໃຫ້ຈັບໄດ້ສະດວກ, ຖ້າເປັນຄົນທີ່ຕ້ອງຂັບລົດປະຈໍາ ໃຫ້ເລືອກຫາຈອກທີ່ສາມາດໃສ່ໄດ້ພໍດີກັບບ່ອນວາງນ້ຳດື່ມທີ່ຢູ່ໃນລົດ ເປັນຕົ້ນ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/2nppvsxj

http://tinyurl.com/2p8xy2ry

http://tinyurl.com/5bjc5bxu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/