ZICO ສິລະປິນ ແລະ ໂປດິວເຊີຊື່ດັງທີ່ກັບມາພ້ອມຜົນງານເພງໃໝ່ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໃນເພງ ‘SPOT!’ ພ້ອມໄດ້ຮ່ວມງາມກັບສາວ JENNIE ແລະ ການ comeback ຄັ້ງນີ້ເປັນການສະຫຼອງຄອບຮອບ 10 ປິໃນການເດບິວເປັນສິລະປິນດ່ຽວຂອງ ZICO ແນ່ນອນວ່າຕ້ອງບໍ່ທຳມະດາ.
ໂດຍເພງ ‘SPOT!’ ມີບັນຍາກາດເພງທີ່ມ່ວນຊື່ນ ແລະ ບັນຍາກາດແນວປາຕີ້ສາຍເຕັ້ນ ເຊິ່ງຫຼັງຈາກການປ່ອຍເພງນີ້ໃນແພັດຟອມຕ່າງໆ ຊື່ເພງນີ້ລວມໄປຮອດ ZICO ແລະ JENNIE ກໍໄດ້ຄອງ TOP3 ຄຳຄົ້ນຫາເທິງແພັດຟອມສະຕຣີມມິງເພງຕ່າງໆໃນເກົາຫຼີທັນທີ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/