ເຊກອງ ມີໂຄງການສຶກສາ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າ 50 ກວ່າໂຄງການ


ແຂວງເຊກອງ ທາງພາກໃຕ້ຂອງ ສປປ ລາວ ມີໂຄງການສຶກສາ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າ 50 ກວ່າໂຄງການ, ປັດຈຸບັນ ມີແຫຼ່ງຜະລິດໄຟຟ້າທີ່ດຳເນີນການຢູ່ 3 ແຫ່ງ ສາມາດຂາຍໄຟຟ້າໄດ້ລວມກັນກວ່າ 64,61 ລ້ານໂດລາ.

ອີງຕາມການລາຍງານຂອງ ຂ່າວສານປະເທດລາວ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງ ມີໂຄງການທີ່ແຂວງ ແລະ ສູນກາງອະນຸຍາດການສຶກສາ, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 54 ໂຄງການ. ໃນນີ້, ໂຄງການທີ່ຢູ່ໃນຂັ້ນຕອນບັນທຶກຄວາມເຂົ້າໃຈ (MOU) 28 ໂຄງການ; ໂຄງການທີ່ຢູ່ໃນຂັ້ນຕອນສັນຍາພັດທະນາໂຄງການ (PDA) 15 ໂຄງການ ແລະ ໂຄງການທີ່ຢູ່ໃນຂັ້ນຕອນສັນຍາສໍາປະທານໂຄງການ (CA) 11 ໂຄງການ.

ພ້ອມນີ້, ທົ່ວແຂວງຍັງມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ດຳເນີນການຜະລິດທັງໝົດ 3 ແຫ່ງ, ມີກໍາລັງຕິດຕັ້ງລວມ 353 MW, ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 1.383,35 GWh/ປີ ຄື: ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ມີກຳລັງຕິດຕັ້ງ 88 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 370,6 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 0.67 GWh/ປີ, ຂາຍກະແສໄຟຟ້າໄດ້ 201,4 ຕື້ກີບ ຫຼື ປະມານ 9,3 ລ້ານໂດລາ; ເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມມີກຳລັງຕິດຕັ້ງ 15 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 48,2 GWh/ປີ, ທຽບໃສ່ປີ 2022 ຫຼຸດລົງ 12,2 GWh/ປີ, ຂາຍກະແສໄຟຟ້າໄດ້ 24,58 ຕື້ກີບ ຫຼື ປະມານ 1,11 ລ້ານໂດລາ ແລະ ເຂື່ອນໄຟຟ້າເຊກະໜານ 3 ມີກໍາລັງຕິດຕັ້ງ 250 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 964,55 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 16,69 GWh/ປີ, ຂາຍກະແສໄຟຟ້າໄດ້ 1.170 ຕື້ກີບ ຫຼື ປະມານ 54,20 ລ້ານໂດລາ.

ທ່ານ ສາກົນ ພອນປະເສີດ ຍັງໃຫ້ຮູ້ຕື່ມວ່າ: ທົ່ວແຂວງມີຕາຂ່າຍໄຟຟ້າຍາວທັງໝົດ 1.407.69 km/ວົງຈອນ. ໃນນີ້, ຕາຂ່າຍໄຟຟ້າ 22 KV ຍາວ 996,01 Km/ວົງຈອນ; ຕາຂ່າຍ 22,7 KV ຍາວ 29,89 Km/ວົງຈອນ; ຕາຂ່າຍ 0,4 KV ຍາວ 431,55 Km/ວົງຈອນ ແລະ ຕາຂ່າຍ 0,23 KV ຍາວ 1,65 Km/ວົງຈອນ; ມີໝໍ້ແປງທັງໝົດ 622 ໜ່ວຍ, ປະຊາຊົນໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 164 ບ້ານ 18.633 ຫຼັງຄາເຮືອນ ກວມເອົາ 83,51% ຂອງຈໍານວນຫຼັງຄາເຮືອນທົ່ວແຂວງ.

https://www.facebook.com/permalink.php?story_fbid=pfbid0zGoRxQFpzooLUrSuKqoXx9UsxfSBudtnXrSyjPRJAJTgUwyZXNKXNbzxXWPaXWDDl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/