Oppenheimer ກວາດ 5 ຮາງວັນໃນງານ Golden Globes 2024


ສິ້ນສຸດການລໍຄອຍກັບການປະກາດຜົນລາຍຊື່ຜູ້ເຂົ້າຊິງຮາງວັນລູກໂລກທອງຄຳ (Golden Globes) ຄັ້ງທີ 81 ປະຈຳປີ 2024 ໂດຍພິທິການມອບຮາງວັນ ຈັດຂຶ້ນທີ່ໂຮງແຮມ Beverly Hilton ທີ່ນະຄອນລອສແອງເຈີລິສ ໃນສະຫະລັດອາເມຣິກາ.

ໂດຍຮູບເງົາທີ່ກວາດຮາງວັນໄດ້ຫຼາຍທີ່ສຸດຕົກເປັນຂອງ Oppenheimer ທີ່ສາມາດກວາດຮາງວັນໄປຮອດ 5 ຮາງວັນ ບໍ່ວ່າຈະເປັນ ຮາງວັນຮູບເງົາດີເດັ່ນ ປະເພດດຣາມ່າ, ຜູ້ກຳກັບດີເດັ່ນ, ນັກສະແດງຊາຍດິເດັ່ນ, ນັກສະແດງສົມທົບດີເດັ່ນ ແລະ ຮາງວັນເພງປະກອບດີເດັ່ນ ນັ້ນເອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/