OPPO ກຽມເປີດຕົວ Reno 5 Series 5G ໃນປະເທດໄທໃນວັນທີ 26 ມັງກອນ 2021


OPPO ໄດ້ເປີດຕົວມືຖື 5G ຄື:  OPPO Reno5 ແລະ Reno5 Pro ແບບ Global ໄປເມື່ອເດືອນທັນວາ ປີ 2020 ທີ່ຜ່ານມາດ້ວຍສະເປກ + Feature ທີ່ໜ້າສົນໃຈທັງໜ້າຈໍ OLED 90Hz, ກ້ອງຫຼັງ 4 ຕົວ 64MP, Battery 4300mAh ແລະ ລະບົບສາກໄວ SuperVOOC 2.0 65W ເຊິ່ງຫາກໃຜທີ່ສົນໃຈມືຖືສະເປກແໜ້ນໆແບບນີ້ກໍກຽມຕົວກັນໄດ້ເລີຍເພາະ OPPO ກຳລັງຈະນຳເອົາມືຖື Series OPPO Reno5 ມາວາງຈຳໜ່າຍຢູ່ໄທແລ້ວໃນວັນທີ 26 ມັງກອນ 2021 ນີ້.

ຫຼ້າສຸດທາງ OPPO ຂອງປະເທດເພື່ອນບ້ານ (ໄທ) ໄດ້ອອກມາໂພສເພື່ອດຶງດູດຄວາມສົນໃຈເອົາໄວ້ແລ້ວ “ກຽມພົບກັບ OPPO Reno5 Series 5G ຮຸ່ນໃໝ່ຫຼ້າສຸດພ້ອມກັນໃນວັນທີ 26 ມັງກອນ 2021 ນີ້”

ສະເປກຂອງ OPPO Reno5

  • ໜ້າຈໍ OLED ຄວາມລະອຽດ  FHD+  ຂະໜາດ 6.43 ນິ້ວ  Refresh 90Hz
  • CPU: Snapdragon 765G
  • GPU: Adreno 620
  • RAM: (LPDDR4x) 8GB / 12GB
  • ຄວາມບັນຈຸ: (UFS 2.1) 128GB / 256GB ບໍ່ຮອງຮັບ microSD  Card
  • ກ້ອງຫຼັງ 4 ຕົວ
  • ກ້ອງຫຼັກ 64MP (f/1.7)
  • ກ້ອງ Ultrawide 8MP (f/2.2)
  • ກ້ອງ Macro 2 MP (f/2.4)
  • ກ້ອງຈັບຄວາມເລິກ 2MP (f/2.4)
  • ກ້ອງໜ້າ : 32MP
  • ເຊັນເຊີ : Fingerprint (ລຸ່ມຈໍ), accelerometer, gyro, proximity, compass
  • ການເຊື່ອມຕໍ່ : Wi – Fi 802.11 a/b/g/n/ac, dual – band, Wi – Fi Direct, hotspot, BT 5.1
  • ມີຮູຫູຟັງ 3.5 ມມ.
  • ແບັດເຕີຣີ່ : 4300mAh  ຮອງຮັບລະບົບສາກໄວ SuperVOOC 2.0 65W
  • ລະບົບ Android 11 ຄອບດ້ວຍ ColorOS 11.1
  • ຂະໜາດ / ນ້ຳໜັກ : 159.1 x 73.4 x 7.9 mm. / 172g

ສະເປກຂອງ OPPO RENO5 PRO

  • ໜ້າຈໍ OLED ຄວາມລະອຽດ FHD+ ຂະໜາດ 6.55 ນິ້ວ Refresh 90Hz
  • CPU: Dimensity 1000+
  • GPU: Mali – G77
  • RAM: (LPDDR4x) 8GB / 12GB
  • ຄວາມບັນຈຸ: (UFS 2.1) 128GB / 256GB ບໍ່ຮອງຮັບ microSD card
  • ກ້ອງຫຼັງ 4 ຕົວ
  • ກ້ອງຫຼັກ 64MP (f/1.7)
  • ກ້ອງ Ultrawide 8MP (f/2.2)
  • ກ້ອງ Macro 2MP (f/2.4)
  • ກ້ອງຈັບຄວາມເລິກ 2MP (f/2.4)
  • ກ້ອງໜ້າ : 32MP
  • ເຊັນເຊີ : Fingerprint (ດ້ານລຸ່ມຈໍ), accelerometer, gyro, proximity, compass
  • ການເຊື່ອມຕໍ່: Wi – Fi 802.11 a/b/g/n/ac/6, dual – band, Wi – Fi Direct, hotspot, BT 5.1
  • ບໍ່ມີຮູຫູຟັງ 3.5 ມມ.
  • ແບັດເຕີຣີ່ : 4350mAh ຮອງຮັບລະບົບສາກໄວ SuperVOOC 2.0 65W
  • ລະບົບ Android 11 ຄອບດ້ວຍ ColorOS 11.1
  • ຂະໜາດ / ນ້ຳໜັກ : 159,7 x 73.0 x 7.6 mm. / 173g

ຕາມສະເປັກຈະເຫັນວ່າທັງຄູ່ຕ່າງກັນຢູ່ບ່ອນຂະໜາດຂອງໜ້າຈໍຮຸ່ນທຳມະດາຢູ່ທີ່ 6.43 ນິ້ວ ແລະ ເປັນຈໍແບບແບນຊື່ ໃນຂະນະທີ່ຮຸ່ນ Pro ຈະໃຫຍ່ກວ່າຢູ່ທີ່ 6.55 ນິ້ວ ຈໍຂອບໂຄ້ງ,  CPU ຮຸ່ນທຳມະດາໃຊ້ Snapdragon 765G ສ່ວນຮຸ່ນ Pro ໃຊ້ Dimensity 1000+, ຮຸ່ນທຳມະດາຮອງຮັບ Wi – Fi 5 ສ່ວນຮຸ່ນ Pro ຮອງຮັບ Wi – Fi 6 ແລະ ຮຸ່ນທຳມະດາຍັງມີຮູຫູຟັງ 3.5 ມມ. ແຕ່ສ່ວນຮຸ່ນ Pro ບໍ່ມີຮູຫູຟັງ.

ທີ່ມາ: https://droidsans.com/oppo-reno-5-series-5g-thailand-januray-26-2021/