OPPO ກຽມຜະລິດລົດໄຟຟ້າເປັນຂອງຕົນເອງ


OPPO ອີກໜຶ່ງແບຣນໂທລະສັບມືຖື ທີ່ເລີ່ມໃຫ້ຄວາມສົນໃຈການຜະລິດລົດໄຟຟ້າ ຫຼັງຈາກທີ່ກ່ອນໜ້ານີ້ແບຣນອື່ນໆບໍ່ວ່າຈະເປັນ Apple, HUAWEI ຫຼື Xiaomi ໄດ້ເລີ່ມຜະລິດລົດໄຟຟ້າຂອງຕົນເອງແລ້ວ, OPPO ກໍບໍ່ນ້ອຍໜ້າ ໄດ້ເຮັດການກະກຽມຜະລິດລົດໄຟຟ້າເປັນຂອງຕົນເອງເຊັ່ນກັນ.

ກ່ອນໜ້ານີ້ Tony Chen ຜູ້ກໍ່ຕັ້ງ ແລະ CEO ຂອງ OPPO ໄດ້ອອກມາໃຫ້ສຳພາດກັບສຳນັກຂ່າວຈີນແຫ່ງໜຶ່ງວ່າ ທາງ OPPO ກຽມທີ່ຈະພັດທະນາ ແລະ ຜະລິດລົດໄຟຟ້າເປັນຂອງຕົນເອງ ໂດຍໄດ້ຈ້າງທີມອອກແບບ ແລະ ວິສະວະກອນໄວ້ແລ້ວ ແລະ ໄດ້ເຈລະຈາກັບທາງ Tesla ເພື່ອເປັນຫຸ້ນສ່ວນໃນການຜະລິດຊິ້ນສ່ວນ ແລະ ອາໄຫຼ່ໃຫ້.

ນອກຈາກນີ້ Tony Chen ຍັງໄດ້ກ່າວອີກວ່າ “ສຳລັບການຜະລິດລົດແລ້ວ ເຮົາຈະເນັ້ນໄປໃນທາງທີ່ OPPO ມີຄວາມສາມາດພຽງພໍທີ່ຈະເຮັດໃຫ້ມັນອອກມາໄດ້ດີ ຖ້າຫາກວ່າບໍລິສັດລົດໄຟຟ້າອື່ນໆ ບໍ່ສາມາດສ້າງລົດໄຟຟ້າທີ່ດີໄດ້ ເຮົາກໍຈະຂໍລອງຜະລິດເອງໃນອະນາຄົດ”.

ຈາກນີ້ເຫັນໄດ້ວ່າຕະຫຼາດລົດໄຟຟ້າກຳລັງໄດ້ຮັບຄວາມນິຍົມຫຼາຍຈາກແບຣນດັງໆທົ່ວໂລກ ເຊິ່ງຄາດວ່າໃນອະນາຄົດ ອຸດສາຫະກຳລົດໄຟຟ້າຄົງຈະເປັນອີກອຸດສາຫະກຳທີ່ມີການແຂ່ງຂັນສູງ.

ຂອບໃຈຂໍ້ມູນຈາກ :https://droidsans.com/oppo-planning-for-electric-vehicle/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/