ເຕືອນໄພ!!! ລະວັງຖືກຕົວະເອົາຂໍ້ມູນເພື່ອ Hack WhatsApp


ໄລຍະນີ້ ຫຼາຍໆຄົນອາດຈະພົບເຫັນໝູ່ເພື່ອນ ຫຼື ຄົນໃນຄອບຄົວສົ່ງລິ້ງທີ່ແປກປອມບາງຢ່າງເຂົ້າມາທາງ WhatsApp ເພື່ອໃຫ້ເຮົາເຂົ້າໄປລົງທະບຽນ ໂດຍອາດຈະມີຂອງຮາງວັນ ຫຼື ໂປຣໂມຊັ່ນເປັນສິ່ງຕອບແທນ.

ຫ້າມເດັດຂາດ!!! ບໍ່ໃຫ້ເຮົາກົດເຂົ້າ ຫຼື ຕື່ມຂໍ້ມູນຂອງທ່ານໃຫ້ກັບເວັບທີ່ບໍ່ຫນ້າເຊື່ອຖື ເພາະສິ່ງນີ້ອາດຈະເປັນການລໍ້ລວງເອົາຂໍ້ມູນຜ່ານທາງອອນໄລນ໌ເພື່ອນຳໄປໃຊ້ໃນທາງທີ່ເສຍຫາຍ ບໍ່ວ່າຈະເປັນການ ຕົວະເອົາລະຫັດຜ່ານນຳໄປໃຊ້ເພື່ອປອມແປງຕົວຕົນເຂົ້າສູ່ລະບົບ, ເພື່ອປະກອບເອກະສານຕ່າງໆ ຫຼື ອາດຈະນຳໄປສູ່ການເຮັດທຸລະກຳທາງການເງິນຜ່ານທາງອອນໄລນ໌.

ສິ່ງທີ່ເກີດຂຶ້ນນີ້ເປັນການໂຈມຕີ ຫຼື ຄຸກຄາມທາງໄຊເບີ້ປະເພດໜຶ່ງ ທີ່ເອີ້ນວ່າ “Phishing” ຫຼື “Fishing” ທີ່ແປວ່າການຕຶກເບັດໂດຍການເອົາເງິນ ຫຼື ຮາງວັນມາເປັນເຫຍື່ອລໍ້ເພື່ອໃຫ້ເຮົາຫຼົງເຂົ້າໄປຕິດເບັດ ທີ່ຄົນບໍ່ຫວັງດີໄດ້ວາງໄວ້.

ການ Phishing ຫຼັກໆແລ້ວແບ່ງອອກເປັນ 2 ຮູບແບບຄື: 1. E-mail Phishing, 2. Web Phishing.

ສຳລັບກໍລະນີທີ່ເຮົາກຳລັງພົບຢູ່ນີ້ແມ່ນ “Web Phishing” ກໍຄືການສ້າງໜ້າເວັບ ແລະ ລິ້ງປອມຂຶ້ນມາເພື່ອຕົວະເອົາຂໍ້ມູນເຊັ່ນ:​ username ແລະ password ຂອງຜູ້ໃຊ້ງານ, ຫາກບໍ່ໄດ້ລະວັງ ແລະ ສັງເກດເຮົາກໍອາດຈະຫຼົງຕື່ມຂໍ້ມູນນັ້ນລົງໄປ ແລະ ຜູ້ບໍ່ຫວັງດີກໍຈະໄດ້ຂໍ້ມູນນັ້ນໄປໃຊ້ໃນທາງທີ່ບໍ່ດີ.

ຖ້າຫາກວ່າເຮົາກົດເຂົ້າລິ້ງ ແຕ່ບໍ່ໄດ້ປ້ອນຂໍ້ມູນຫຍັງໃສ່ ແມ່ນບໍ່ເປັນຫຍັງ, ແຕ່ຖ້າປ້ອນລະຫັດຜ່ານໃສ່ແລ້ວ ແມ່ນໃຫ້ເຮົາໄປປ່ຽນລະຫັດຜ່ານນັ້ນ (ປ້ອນລະຫັດຜ່ານເມວ ກໍປ່ຽນລະຫັດຜ່ານເມວ, ປ້ອນລະຫັດຜ່ານເຟສບຸກ ກໍໃຫ້ປ່ຽນລະຫັດຜ່ານເຟສບຸກ)

ຮຽບຮຽງໂດຍ : ເຊັນໄປ , ລຸງໂອສ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/