ເມືອງອູຮັ່ນ ປະເທດຈີນ ກັບມາຈັດຄອນເສີດແບບບໍ່ໃສ່ຜ້າປິດປາກໄດ້ແລ້ວ!!


ເມື່ອທຸກຄົນໄດ້ຍິນຊື່ “ອູຮັ່ນ” ຕ້ອງຄິດຂຶ້ນມາໃນຫົວເລີຍທັນທີ ວ່າເປັນເມືອງທຳອິດທີ່ພົບກັບການລະບາດຂອງພະຍາດໂຄວິດ-19, ແຕ່ເມື່ອວັນທີ 1-2 ພຶດສະພາ 2021 ທີ່ຜ່ານມາ ເມືອງອູຮັ່ນໄດ້ຈັດຄອນເສີດກາງແຈ້ງຂຶ້ນ ຊື່ວ່າ “ຫວູ່ຮັ່ນ ສະຕໍເບີຣີ້” ມີຜູ້ເຂົ້າຮ່ວມເຖິງ 11.000 ຄົນ.

ມີຜູ້ເຂົ້າຮ່ວມຄອນເສີດຄົນໜຶ່ງກ່າວວ່າ “ມັນບໍ່ແມ່ນເລື່ອງງ່າຍເລີຍກວ່າຈະມາຮອດຈຸດນີ້ໄດ້ ປະຊາຊົນເມືອງອູຮັ່ນຕ້ອງແລກກັບຫຼາຍໆຢ່າງ ຂ້ອຍດີໃຈທີ່ມື້ນີ້ໄດ້ມາຢືນຢູ່ບ່ອນນີ້” ດັ່ງທີ່ຫຼາຍເດືອນທີ່ຜ່ານມາສຳນັກຂ່າວຫຼາຍສຳນັກໄດ້ລາຍງານສະພາບການຂອງເມືອງອູຮັ່ນມາຕະຫຼອດ,​ເຊິ່ງເມືອງໄດ້ Lockdown ເຖິງ 1 ປີ ຈົນໃນທີ່ສຸດຍອດຜູ້ຕິດເຊື້ອໃໝ່ພາຍໃນປະເທດເປັນ 0 ສ່ວນຜູ້ທີ່ຕິດແມ່ນມາຈາກຕ່າງປະເທດເທົ່ານັ້ນ ເຊິ່ງມີພຽງ 16 ຄົນທີ່ຢູ່ສະຖານທີ່ກັກຕົວ.

ເມືອງອູຮັ່ນຖືວ່າເປັນເມືອງທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງໂຄວິດໄປແລ້ວ 100% ລວມທັງຈີນເອງກໍມີຈຳນວນຜູ້ຕິດເຊື້ອທີ່ລົດລົງຕະຫຼອດ ເຮັດໃຫ້ເສດຖະກິດຈີນໃນຂະແໜງອຸດສາຫະກຳການທ່ອງທ່ຽວເລີ່ມດີຂຶ້ນ.

ປະຊາຊົນຈີນເລີມເດີນທາງທ່ອງທ່ຽວພາຍໃນປະເທດໃນວັນພັກຍາວເຖິງ 58 ລ້ານຄັ້ງ ພາຍໃນມື້ດຽວ, ທາງກະຊວງຄົມມະນາຄົມປະເທດຈີນຄາດການວ່າ ຈະມີຄົນເດີນທາງ 265 ລ້ານຄົນ ໃນວັນພັກຍາວ 5 ມື້ນີ້ ສະແດງໃຫ້ເຫັນວ່າເສດຖະກິດການທ່ອງທ່ຽວຂອງຈີນເລີ່ມກັບມາຟົດຟື້ນອີກຄັ້ງ.

ຂອບໃຈຂໍ້ມູນຈາກ:
https://bit.ly/3h7jF07
https://bit.ly/2QV2fZZ
https://tna.mcot.net/world-687751

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/