ໂຈໄບເດັນສັນຍາວ່າຈະຂຶ້ນຄ່າແຮງອາເມຣິກາຂັ້ນຕໍ່າເປັນ 15 ໂດລາຕໍ່ຊົ່ວໂມງ ໃນປີ 2022


ວັນທີ 28 ເມສາ ໂຈໄບເດັນ ປະທານາທິບໍດີສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງປະທານາທິບໍດີ ປະກາດຂຶ້ນຄ່າແຮງງານຂັ້ນຕ່ຳໃຫ້ແກ່ລູກຈ້າງລັດຖະບານກາງສະຫະລັດຈຳນວນຫຼາຍແສນຄົນ ເປັນ 15 ໂດລາ ຕໍ່ຊົ່ວໂມງ.

ຄຳສັ່ງດັ່ງກ່າວ ຈະສົ່ງຜົນໃຫ້ຄ່າແຮງຂັ້ນຕ່ຳຂອງລູກຈ້າງເຫຼົ່ານັ້ນເພີ່ມຂຶ້ນອີກ 37% ຈາກແຕ່ກ່ອນ 10.95 ໂດລາ ເຊິ່ງຈະເລີ່ມໃນເດືອນມີນາ 2022 ແລະ ຍັງກຳນົດໃຫ້ຂຶ້ນຄ່າແຮງຕາມອັດຕາເງິນເຟີ້ໃນອະນາຄົດອີກດ້ວຍ.

ການຂຶ້ນຄ່າແຮງຄັ້ງນີ້ ເປັນການຂຶ້ນຄ່າແຮງໃຫ້ກັບລູກຈ້າງ ເຊັ່ນ: ພະນັກງານອະນາໄມ, ພະນັກງານຊ່າງສ້ອມແປງ, ລູກຈ້າງບໍລິການຮ້ານອາຫານ, ຄົນຂັບລົດເມ ແລະອື່ນໆ ໂດຍກຸ່ມອາຊີບທີ່ກ່າວມາບໍ່ໄດ້ຂຶ້ນຄ່າແຮງງານມາດົນ ຂຶ້ນຫຼ້າສຸດຕັ້ງແຕ່ສະໄໝລັດຖະບານບາຣັກ ໂອບາມາ, ນອກຈາກນີ້ ຄຳສັ່ງດັ່ງກ່າວຍັງຢືນຢັນການຂຶ້ນຄ່າແຮງງານສຳລັບລູກຈ້າງທີ່ເປັນຄົນພິການອີກດ້ວຍ.

ກຸ່ມລູກຈ້າງພາກລັດ ເປັນກຸ່ມທີ່ ໂຈ ໄບເດັນ ໃຫ້ຄວາມສຳຄັນເປັນອັນດັບທຳອິດ ໂດຍເບິ່ງວ່າ ການມີສະຫະພາບແຮງງານທີ່ແຂງແກ່ນ ແລະ ມີຄ່າແຮງສູງຂຶ້ນຈະເປັນການຊ່ວຍພື້ນຖານຂອງຊົນຊັ້ນກາງອາເມຣິກາ, ຊ່ວຍແກ້ບັນຫາເສດຖະກິດ ແລະ ຄວາມເທົ່າທຽມກັນທາງດ້ານເຊື້ອຊາດ.

ປະທານາທິບໍດີ ໂຈໄບເດັນຍັງໄດ້ໂພສລົງໃນ Twitter ວ່າ “ບໍ່ມີໃຜທີ່ເຮັດວຽກເຕັມເວລາ ແຕ່ຍັງມີຊີວິດທີ່ທຸກຍາກຢູ່, ນັ້ນແມ່ນເຫດຜົນທີ່ເປັນຫຍັງ ຂ້າພະເຈົ້າຈຶ່ງຂຶ້ນຄ່າແຮງງານຂັ້ນຕ່ຳ ເປັນ 15 ໂດລາຕໍ່ຊົ່ວໂມງໃຫ້ລູກຈ້າງຂອງລັດທັງໝົດ”

ຂອບໃຈຂໍ້ມູນຈາກ:
https://bit.ly/3togTWK
https://www.matichon.co.th/foreign/news_2696210
https://twitter.com/POTUS/status/1387123131500924929

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/