SpaceX ສຳເລັດການປ່ອຍຈະຫຼວດ Starship SN15 ແລ້ວກັບມາລົງຈອດໄດ້ໂດຍບໍ່ລະເບີດເປັນເທື່ອທຳອິດ


Starship ເປັນໂຄງການຂອງ Elon Musk ແລະ SpaceX ທີ່ມີຈຸດມຸ່ງໝາຍທີ່ຈະໃຊ້ນຳພາມະນຸດ ແລະ ສິ່ງຂອງຕ່າງໆຂຶ້ນໄປເທິງດວງເດືອນ, ດາວອັງຄານ ແລະ ຈຸດໝາຍຕ່າງໆທີ່ຢູ່ໃນອະວະກາດ.

ການທົດສອບການຂຶ້ນບິນ ແລະ ລົງຈອດຂອງຈະຫຼວດ Starship SN15 ໄດ້ເລີ່ມຂຶ້ນໃນວັນທີ 6 ເມສາ ຢູ່ທີ່ຖານປ່ອຍຈະຫຼວດ ທີ່ເມືອງ Boca Chica ລັດ Texas ໂດຍຈະຫຼວດໃຊ້ເຄື່ອງຈັກ Raptor ຈຳນວນ 3 ເຄື່ອງ ໃນການຍິງຂຶ້ນໄປສູງ 10 ກິໂລແມັດ ແລ້ວດັບເຄື່ອງກ່ອນຈະປີ້ນຕົວກັບລົງມາ ຈາກນັ້ນຈຶ່ງໄດ້ເປີດເຄື່ອງຈັກອີກເທື່ອໜຶ່ງ ເພື່ອໃຫ້ຈະຫຼວດຕັ້ງຂຶ້ນອີກເທື່ອ ແລ້ວລົງຈອດໄດ້ສຳເລັດໂດຍໃຊ້ເວລາລວມທັງໝົດ 6 ນາທີ.

ກ່ອນໜ້ານີ້ ທາງ SpaceX ກໍໄດ້ເຮັດການທົດສອບການໄປ-ກັບ ຂອງຈະຫຼວດ Starship SN10 ໃນວັນທີ 4 ມີນາ 2021 ໂດຍເປັນການທົດສອບທີ່ເອີ້ນໄດ້ວ່າເຂົ້າໃກ້ຄວາມສຳເລັດອີກຂັ້ນໜຶ່ງ, ແຕ່ຈະຫຼວດກໍລະເບີດໃນຕອນທ້າຍ ແລະ ເທື່ອຫຼ້າສຸດນີ້ຈຶ່ງຖືວ່າເປັນການປະສົບຜົນສຳເລັດເທື່ອທຳອິດ.

ຂອບໃຈຂໍ້ມູນຈາກ : https://www.blognone.com/node/122536

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/