ສ.ເກົາຫຼີ ອະນຸມັດກົດໝາຍ “Goo Hara” ພໍ່ແມ່ທີ່ບໍ່ໄດ້ລ້ຽງລູກມາບໍ່ມີສິດຮັບມໍລະດົກຂອງລູກແລ້ວ


ໃນວັນທີ 24 ພະຈິກ 2019 ໄດ້ເກີດເຫດການທີ່ສະເທືອນວົງການ K-Pop ແລະ ແຟນຄລັບໄປທົ່ວໂລກ ເມື່ອນັກຮ້ອງສາວ ກູ-ຮາຣາ ໄດ້ຖືກພົບວ່າເສຍຊີວິດທີ່ບ້ານພັກສ່ວນຕົວ.

ຖ້າໃຜທີ່ຕິດຕາມ ຫຼື ເປັນແຟນຄລັບຂອງ ກູ-ຮາຣາ ຈະຮູ້ວ່າ ຊີວິດຂອງລາວເຕີບໃຫຍ່ມາໂດຍປາສະຈາກພໍ່ແມ່ລ້ຽງດູ ເຊິ່ງພໍ່ແມ່ຂອງລາວປະຮ້າງກັນຕັ້ງແຕ່ລາວມີອາຍຸ 14 ປີ ບໍ່ເຄີຍຈ່າຍຄ່າລ້ຽງດູ ກູ-ຮາຣາເລີຍ ແລະ ໄດ້ໄປອາໄສຢູ່ກັບປ້າ ກ່ອນຈະເປັນໄອດອລມີຊື່ສຽງ. ແຕ່ເມື່ອກູ-ຮາຣາ ເສຍຊີວິດໄປແລ້ວ ແມ່ຂອງລາວກໍໄດ້ມີການຍື່ນຮຽກຮ້ອງເອົາມໍລະດົກຂອງລາວໃນປີ 2020 ເຮັດໃຫ້ອ້າຍຂອງກູ-ຮາຣາ ແລະ ແຟນຄລັບບໍ່ພໍໃຈ ມໍລະດົກນັ້ນຄວນເປັນຂອງຄົນທີ່ລ້ຽງດູກູ-ຮາຣາຫຼາຍກວ່າ.

ການຮຽກຮ້ອງຂອງແຟນຄລັບຈຳນວນຫຼວງຫຼາຍ ເຮັດໃຫ້ເກີດການຮ່າງ  “ກົດໝາຍ Goo-Hara”  ຂຶ້ນມາ.​ ໂດຍໃນກົດໝາຍລະບຸວ່າ “ບຸກຄົນໃດຫາກລະເມີດໜ້າທີ່ໃນການລ້ຽງດູບຸດຢ່າງຮ້າຍແຮງເຊັ່ນ: ການປ່ອຍປະລະເລີຍການລ້ຽງດູ, ການສະແດງຄວາມກຽດຄ້ານ ຫຼື ກໍ່ອາຊະຍາກຳ-ທຳຮ້າຍ ແລະ ລ່ວງລະເມີດ ບຸກຄົນນັ້ນຈະຖືກຕັດສິດຈາກການໄດ້ຮັບມໍລະດົກຂອງບຸດຄົນດັ່ງກ່າວ ຖ້າຫາກວ່າການກະທຳຂອງພວກເຂົາຖືກພິສູດແລ້ວວ່າເປັນຄວາມຈິງ”

ຮ່າງກົດໝາຍດັ່ງກ່າວ ໄດ້ຜ່ານການພິຈາລະນາມາຫຼາຍເດືອນ ຈົນໃນທີ່ສຸດວັນທີ 29 ເມສາ 2021 ກົດໝາຍກູ-ຮາຣາກໍໄດ້ຖືກປະກາດໃຊ້ເປັນທາງການ.

ໜ້າເສຍດາຍທີ່ກົດໝາຍບໍ່ສາມາດໃຊ້ກັບກໍລະນີຂອງກູ-ຮາຣາໄດ້ ເພາະວ່າແມ່ຂອງລາວໄດ້ຮັບມໍລະດົກໄປແລ້ວ,​ ເຖິງຢ່າງໃດກໍຕາມ ກົດໝາຍກູ-ຮາຣາ ກໍໄດ້ເປັນປະຫວັດສາດໜຶ່ງຂອງການປ່ຽນແປງກົດໝາຍຄອບຄົວຂອງສ.ເກົາຫຼີ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຄວາມເປັນທຳ.

ຂອບໃຈຂໍ້ມູນຈາກ:
https://bit.ly/2SpdWIG
https://bit.ly/33kktH3
https://www.tvpoolonline.com/content/1553835

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/