ຈີນຕັ້ງໜ້າສູ່ສະຖາປັດຍຸກໃໝ່ ຫ້າມສ້າງຕຶກສູງ! ທຸກຕຶກຕ້ອງເປັນມິດກັບສິ່ງແວດລ້ອມ


ຂໍ້ມູນນີ້ຖືກເຜີຍແຜ່ໂດຍກະຊວງພັດທະນາທີ່ຢູ່ອາໄສ ແລະ ພັດທະນາເມືອງ ໃນເດືອນເມສາ 2020 ໂດຍມີການຫ້າມສ້າງຕຶກທີ່ສູງກວ່າ 250 ແມັດ, ແລະ ຕຶກທີ່ສູງກວ່າ 100 ແມັດ ຈະຕ້ອງມີການສຶກສາຢ່າງຮອບຄອບ. ນອກຈາກນັ້ນ ສູນບັນເທີງທີ່ໃຫຍ່ກວ່າ  30,000 ຕາແມັດ ກໍຈະຖືກຄວບຄຸມຢ່າງຈິງຈັງ.

ແທນທີ່ຈະສ້າງຕຶກທີ່ສູງໃຫຍ່ ແລະ ແປກແນວຮຽນແບບຕ່າງປະເທດນັ້ນ ທຸກເມືອງທີ່ຈະສ້າງຕຶກໃໝ່ນັ້ນຈະຕ້ອງຄຳນຶງເຖິງ “ຄວາມເໝາະກັບການໃຊ້ງານ, ກຸ້ມຄ່າ, ເປັນມິດກັບສິ່ງແວດລ້ອມ ແລະ ມີສີລະປະ”

“ໃນອະດີດ ເຮົາໃຫ້ຄວາມສຳຄັນກັບປະສິດທິພາບຂອງການໃຊ້ພື້ນທີ່ ແຕ່ຕອນນີ້ເຮົາໃຫ້ຄວາມສຳຄັນກັບຄວາມປອດໄພຂອງການພັດທະນາເມືອງ” Song Yingchang ນັກວິໄຈຈາກ Institute for Urban and Environmental Studies ກ່າວ “ໂດຍສະເພາະພາຍຫຼັງທີ່ເກີດການລະບາດໂຄວິດ-19 ເຮົາຍິ່ງຄຳນຶງເຖິງຄວາມສ່ຽງໃນການຄວບຄຸມການແຜ່ລະບາດນັ້ນສູງຫຼາຍ ເຊິ່ງນີ້ອາດນຳໄປສູ່ການປ່ຽນແປງມາດຕະການ”

ນອກຈາກນັ້ນ ເມື່ອເດືອນພະຈິກ 2020 ທີ່ຜ່ານມາ ປະທານປະເທດ ແຫ່ງ ສປ ຈີນ ສີ ຈິ້ນຜິງ ໄດ້ເຕືອນວ່າເມືອງໃນຈີນນັ້ນ “ບໍ່ສາມາດຂະຫຍາຍຕໍ່ໄປໄດ້ຢ່າງໄຮ້ຂີດຈຳກັດ”  ທຸກເມືອງຄວນຈະຄວບຄຸມຄວາມໜາແໜ້ນຂອງປະຊາກອນ ແລະ ເມືອງຂະໜາດໃຫຍ່ຕ້ອງມີມາດຕະການໂດຍສະເພາະ.

ໃນນາມທີ່ເຮົາເປັນປະເທດທີ່ກຳລັງພັດທະນາ ເຮົາຄິດແນວໃດກັບການພັດທະນາບ້ານເມືອງໃນອະນາຄົດ ຢາກມີຕຶກສູງທີ່ທັນສະໄໝຫຼາຍໆ ຫຼື ຕຶກທີ່ຄຳນຶງເຖິງສິ່ງແວດລ້ອມເປັນຫຼັກ?

ທີ່ມາ: https://www.facebook.com/environman.th/posts/3326629340798823