ການຮຽນຮູ້ແບບ 70-20-10 ທີ່ເໝາະແກ່ ພະນັກງານ ຫຼື ຄົນເຮັດວຽກ


ການຮຽນຮູ້ແບບ 70-20-10 ແມ່ນຫຍັງ ແລະ ສໍາຄັນແນວໃດ?

ບາງຄົນກໍອາດເຄີຍໄດ້ຍິນ ຫຼື ຮູ້ກ່ຽວກັບ ການຮຽນຮູ້ແບບ 70-20-10 ມາກ່ອນແລ້ວ ແຕ່ສຳລັບບາງຄົນເລື່ອງນີ້ກໍອາດເປັນເລື່ອງໃໝ່ ແຕ່ແນວໃດກໍດີ ແນວຄິດການຮຽນແບບນີ້ບໍ່ແມ່ນຫາກໍມີ ມັນຖືກຄິດຄົ້ນມາແຕ່ປີ 1980 ໂດຍທີມນັກວິໄຈຂອງ ສູນການເປັນຜູ້ນຳແບບສ້າງສັນ (Center for Creative Leadership) ເຊິ່ງເປັນອົງກອນທີ່ບໍ່ຫວັງຜົນກຳໄລ ແຕ່ມີຈຸດປະສົງສ້າງບຸກຄະລາກອນທີ່ດີເພື່ອຮັບໃຊ້ສັງຄົມ.

ເຖິງວ່າສູດການຮຽນແບບນີ້ ຈະມີມາດົນແລ້ວ ມັນກໍຍັງທັນສະໄໝ ເໝາະສົມແກ່ການຮຽນຮູ້ໃນປັດຈຸບັນຢູ່ ແລະ ຂ້ອນຂ້າງໄດ້ຜົນ ເໝາະແກ່ການນຳໃຊ້ເພື່ອພັດທະນາທັກສະບຸກຄະລາກອນໄດ້ ແຕ່ອັດຕາສ່ວນ OSF (On-the-job, Social, Formal) ອາດແຕກຕ່າງຈາກ 70-20-10 ເຊິ່ງມັນກໍຂຶ້ນກັບລັກສະນະສະເພາະຂອງວຽກ, ຜູ້ສຶກສາ ແລະ ຂົງເຂດວຽກງານຂອງແຕ່ລະອົງກອນ.

70-20-10 ນີ້ ແມ່ນມີຫຍັງແດ່?

70% ແມ່ນ ມາຈາກເວລາທີ່ໃຊ້ໃນການຮຽນຈາກປະສົບການ ທີ່ໄດ້ຈາກການເຮັດວຽກ
ຟັງເບິ່ງກໍອາດຄືຈະເຮັດໄດ້ງ່າຍ ແຕ່ມັນກໍບໍ່ງ່າຍປານໃດ ເພາະໃນເວລາເຮັດວຽກ ເຮົາກໍມຸ່ງໝັ້ນເຮັດວຽກ ເຮັດໄປເຮັດມາ ກໍເລີ່ມຮູ້ສຶກວ່າໄດ້ເຮັດແຕ່ແນວເກົ່າວົນໄປວົນມາ ເຮັດໃຫ້ໄດ້ຮຽນຮູ້ຈາກວຽກໜ້ອຍລົງ ຄວາມທ້າທາຍໜ້ອຍລົງ ແລ້ວຊິເຮັດແນວໃດ ຈຶ່ງຈະຮຽນຮູ້ຈາກການເຮັດວຽກໄດ້ຫຼາຍຂຶ້ນ? ມັນກໍມີຫຼາຍວິທີ.

ມີ CEO ຂອງບໍລິສັດແຫ່ງໜຶ່ງ ໄດ້ກ່າວວ່າ ການຈະເຮັດໃຫ້ພະນັກງານ ຫຼື ລູກຈ້າງ ຮູ້ສຶກມີຄວາມທ້າທາຍຕະຫຼອດເວລາ ແມ່ນຕ້ອງສ້າງຄວາມທ້າທາຍໃຫ້ພວກເຂົາ. ລາວເລົ່າວ່າ ທຸກຄັ້ງທີ່ Pixar (ບໍລິສັດສ້າງອະນິເມຊັນ) ຈະສ້າງໜັງໃໝ່ ສິ່ງທີ່ພວກເຂົາເຮັດ ແມ່ນສ້າງຄວາມທ້າທາຍໃໝ່ໆ ຢ່າງໜ້ອຍໜຶ່ງຢ່າງຂຶ້ນມາ ໃຫ້ທີມງານ ເຊັ່ນ ຕອນສ້າງໜັງກາຕູນ Finding Nemo ເຊິ່ງເປັນໜັງກາຕູນທີ່ມິສາກຈຳລອງໃຕ້ທະເລ ກ່ອນໜ້ານັ້ນ ທີມງານຄຸ້ນເຄີຍແຕ່ການເຮັດສາກເທິງບົກຕະຫຼອດ ເຊິ່ງການເຄື່ອນໄຫວຢູ່ເທິງບົກ ແລະ ໃຕ້ທະເລນັ້ນ ແຕກຕ່າງກັນ. ດັ່ງນັ້ນ ພວກທີມງານສ້າງກາຕູນ ຈຶ່ງຕ້ອງໄດ້ຮຽນດຳນ້ຳ ເພື່ອທີ່ຈະສາມາດສ້າງ ຫຼື ຈຳລອງການເຄື່ອນໄຫວຂອງບັນດາສັດນ້ຳ ແລະ ສິ່ງຂອງໃຕ້ນ້ຳ ໃຫ້ເບິ່ງຄືແທ້ທີ່ສຸດ.

ດັ່ງນັ້ນ ການສ້າງສິ່ງທ້າທາຍ ກໍຖືວ່າເປັນຮູບແບບໜຶ່ງຂອງການຮຽນຮູ້ຈາກການເຮັດວຽກ. ເຖິງຢ່າງໃດກໍຕາມ ການຮຽນຮູ້ຈະມີປະສິດທິພາບໄດ້ດີທີ່ສຸດ ກໍຕໍ່ເມື່ອ:

  • ຫົວໜ້າໃຫ້ຄວາມສຳຄັນຕໍ່ກັບການຮຽນຂອງລູກນ້ອງ: ໃຫ້ເວລາ ໃຫ້ຄວາມໃສ່ໃຈໃນການອອກແບບປະສົບການໃນການຮຽນຮູ້ຈາກໜ້າວຽກໃຫ້ກັບລູກທີມຂອງຕົນເອງ.
  • ມີການໃຫ້ຄຳຄິດຄຳເຫັນ: ການຮຽນຮູ້ທີ່ດີ ຕ້ອງມີຄຳຕຳນິຕິຊົມຢ່າງເປັນລະບົບ.

20% ມາຈາກການເຮັດວຽກຮ່ວມກັບຄົນອື່ນ
ເລື່ອງນີ້ກໍສາມາດຮຽນໄດ້ຫຼາຍຮູບແບບເຊັ່ນກັນ ເຊັ່ນ ການເອົາຄົນຈາກພະແນກອື່ນມາຮ່ວມເຮັດໂຄງການຮ່ວມກັນ ເປັນລັກສະນະຂອງທີມງານຊົ່ວຄາວ ຫຼື ທີມງານສະເພາະກິດ ຫຼື ເອົາຄົນຫຼາຍພະແນກມາລອງເຮັດວຽກງານໃດໜຶ່ງຮ່ວມກັນ. ນອກຈາກນີ້ ກໍມີ Knowledge Sharing ກໍຄື ການແບ່ງປັນປະສົບການ ຫຼື ຄວາມຮູ້, ໃຜຢາກມາແບ່ງປັນເລື່ອງໃດກໍໄດ້ ອາດຈະບໍ່ກ່ຽວກັບວຽກ ແຕ່ກໍເປັນກິດຈະກຳໜຶ່ງທີ່ຊ່ວຍໃຫ້ເຮົາຮຽນຮູ້ການເຮັດວຽກກັບຜູ້ອື່ນເຊັ່ນກັນ ໂດຍສະເພາະການໄດ້ໂອ້ລົມກັບຫົວກະທິຂອງພະແນກອື່ນ ຫຼື ຄົນທີ່ສາມາດສ້າງແຮງຈູງໃຈໃຫ້ຄົນອື່ນໄດ້.

10% ມາຈາກການຮຽນຢ່າງເປັນທາງການ
ມັນກໍເປັນການຮຽນແບບທົ່ວໄປ ອາດຮຽນອອນລາຍ ຫຼື ຮຽນແບບປົກກະຕິ Offline ກໍໄດ້. ຂໍ້ດີ ໃນຍຸກປັດຈຸບັນຄື ບໍ່ວ່າເຮົາຈະຕ້ອງການຄວາມຮູ້ເພີ່ມໃນດ້ານໃດ ເຮົາກໍສາມາດເລືອກຮຽນກັບຄົນທີ່ເກັ່ງທີ່ສຸດໃນດ້ານນັ້ນໆໄດ້ ບໍ່ວ່າຈະຢູ່ໃສໃນໂລກ ໂດຍຜ່ານລະບົບອອນລາຍ.

ດຽວນີ້ ເຮົາຢູ່ໃນຍຸກຂອງການຮຽນຮູ້ສິ່ງໃໝ່ໆ ມີຄວາມສຳຄັນເກືອບເທົ່າໆກັບການເຮັດວຽກ ດັ່ງນັ້ນ ເພື່ອເພີ່ມຂີດຄວາມອາດສາມາດໃຫ້ແກ່ຕົນເອງ ແລະ ອົງກອນ ຄວນມີແນວຄິດ ມັກຮັກໃນການຮຽນຮູ້ຕະຫຼອດເວລາ (Life Long Learning) ແລະ ຄວາມສາມາດໃນການປັບຕົວ (Adaptability) ດັ່ງຄຳເວົ້າທີ່ວ່າ ຫາກເຈົົ້າຫຼົງໄຫຼໃນການຮຽນຮູ້ ເຈົ້າຈະບໍ່ມີມື້ຢຸດພັດທະນາ ແລະ ເຕີບໃຫຍ່  (“Develop a passion for learning. If you do, you will never cease to grow. ܋ Anthony J. D’Angelo).

ທີ່ມາ: https://www.facebook.com/missiontothemoonofficial/posts/1172611136276795/