ກຽມຕົວທ່ອງອະວະກາດ! ສາຍການບິນ Virgin ເຜີຍການທົດລອງປີ 2021


ອະວະກາດຈະບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປ ເມື່ອໃນປີ 2021 ນີ້ ຈະເປັນຄັ້ງທຳອິດທີ່ເປີດໃຫ້ຜູ້ຄົນໄດ້ທ່ອງອະວະກາດໄດ້ແທ້! ໂດຍບໍລິສັດ Virgin Galactic ກຽມບິນຖ້ຽວບິນການຄ້າຄັ້ງທຳອິດໂດຍໃຊ້ຍານ Unity ທີ່ຈະອອກຈາກຖານທີ່ສ້າງຂຶ້ນໂດຍສະເພາະໃນລັດ New Mexico ສະຫະລັດອາເມຣິກາ.

ບໍລິສັດດັ່ງກ່າວມີກຳນົດເລີ່ມຖ້ຽວບິນທ່ອງອາກາດຄັ້ງທຳອິດໃນປີນີ້ ໂດຍປັດຈຸບັນມີລູກຄ້າທີ່ຍອມຈ່າຍເງິນແລ້ວຫຼາຍກວ່າ 600 ຄົນ ເຊິ່ງໃນລາຍຊື່ນັ້ນລວມເຖິງ Justin Bieber ແລະ Leonardo Dicaprio ທີ່ໄດ້ຈອງປີ້ເປັນທີ່ຮຽບຮ້ອຍ.

ທັງນີ້ ກ່ອນທີ່ຈະເລີ່ມສາຍການບິນທາງການຄ້າ ຕາມແຜນຈະມີການບິນທົດສອບກ່ອນ 3 ຄັ້ງ ແລະ ໃນການທົດສອບຄັ້ງທີ 3 Sir Richard Branson ຜູ້ກໍ່ຕັ້ງ Virgin Group ຈະເປັນຄົນທົດລອງໃຊ້ບໍລິການດ້ວຍຕົວເອງ ຫຼັງຈາກທີ່ໄດ້ເຄີຍໃຫ້ຄຳໝັ້ນສັນຍາວ່າ Virgin ຈະມີບໍລິການທົວອະວະກາດໄວ້ເມື່ອ 16 ປີກ່ອນ.

ໃນການທົດສອບຄັ້ງທຳອິດ ຈະມີນັກບິນພຽງ 2 ຄົນທີ່ໂດຍສານຢູ່ເທິງຍານ ນັ້ນຄືອະດີດນັກບິນອະວະກາດ CJ Sturckow ແລະ ຫົວໜ້ານັກບິນທົດລອງຂອງ Virgin ຢ່າງ Dave Mackay ເຊິ່ງພວກເຂົາຈະເຮັດການທົດສອບຂັ້ນຕອນການປະຕິບັດງານຄືຖ້ຽວບິນແທ້ທັງໝົດທີ່ Spaceport America ເຊິ່ງເປັນຖານການປ່ອຍກະສວຍທີ່ໄດ້ຮັບການພັດທະນາຂຶ້ນເພື່ອການບິນພານິດໂດຍສະເພາະໃນລັດ New Mexico.

Will Whitehorn ປະທານອຸດສາຫະກຳອະວະກາດແຫ່ງສະຫະລາຊະອານາຈັກ ຫຼື ປະເທດອັງກິດ ລະບຸວ່າການບິນຄັ້ງນີ້ຖືເປັນບາດກ້າວທີ່ຍິ່ງໃຫຍ່ ນອກຈາກນີ້ເຂົາຍັງລະບຸດ້ວຍວ່າ ການທ່ອງທ່ຽວເທິງອະວະກາດນັ້ນບໍ່ໄດ້ມີການແຂ່ງຂັນອື່ນໃດນອກຈາກການແຂ່ງຂັນເລື່ອງຄວາມປອດໄພ ເຊິ່ງເປັນເລື່ອງທີ່ສຳຄັນທີ່ສຸດ.

ຫຼ້າສຸດ Virgin Galactic ໄດ້ເປີດຕົວຫ້ອງໂດຍສານສຳລັບນັກທ່ອງທ່ຽວອະວະກາດ ໂດຍຜູ້ໂດຍສານຈະນັ່ງເທິງຕັ່ງອີ້ທີ່ຖືກວາງລະບົບໃຫ້ມີຄວາມແຕກຕ່າງໃນແຕ່ລະຊ່ວງບິນ ໂດຍສະເພາະໃນລະຫວ່າງການຂຶ້ນແລະລົງພື້ນໂລກ.

ເຊິ່ງເບິ່ງຄືວ່າ Virgin Galactic ຈະໄດ້ສິດເປີດຕົວການທົວອະວະກາດເປັນເຈົ້າທຳອິດ ແຕ່ຫຼັງຈາກນີ້ເຮົາເຊື່ອວ່າໂລກອະນາຄົດອັນໃກ້ນີ້ກຳລັງເຂົ້າສູ່ສັກກະລາດແຫ່ງການທົວອະວະກາດຢ່າງແທ້ຈິງ ເພາະນອກຈາກ Virgin ແລ້ວ ບໍ່ວ່າຈະເປັນ Blue Origin ຂອງ Amazon, Space-X, Boeing ແລະ Orion Span ທີ່ຕ່າງກຳລັງມຸ່ງໜ້າສູ່ເສັ້ນທາງແລະເຕັກໂນໂລຊີທ່ອງອະວະກາດ ອັນເປັນການທ່ອງທ່ຽວແຫ່ງອະນາຄົດ.

ດັ່ງນັ້ນ ໂລກການທ່ອງທ່ຽວໃນອະນາຄົດອາດຈະບໍ່ໄດ້ຈົບແຕ່ເທິງດິນ ການບິນໄປທ່ຽວອີກຊີກໂລກອາດຈະບໍ່ໄກພໍໃນອະນາຄົດ ເພາະການນັ່ງຍານອະວະກາດໄປສ່ອງຄວາມກວ້າງຂວາງທີ່ບໍ່ສິ້ນສຸດ ຫຼື ການໄປນອນໂຮງແຮມຫຼູເທິງດວງຈັນກໍອາດຈະບໍ່ແມ່ນພາບຝັນອັນໄກເກີນເອື້ອມອີກຕໍ່ໄປ.

ເຮົາເອງກໍໄດ້ແຕ່ຫວັງວ່າການແຂ່ງຂັນຂອງບໍລິສັດອື່ນໆ ຈະເຮັດໃຫ້ການທ່ອງທ່ຽວອະວະກາດສາມາດເຂົ້າເຖິງ

ໄດ້ໃນລາຄາທີ່ໃຜໆກໍເອື້ອມເຖິງ.

ພາບ: The Verge, Space Insider

ທີ່ມາ: https://www.facebook.com/brandthink.me/photos/a.1767934240198787/2935234443468755/?_rdc=1&_rdr