ແມັກຊິໂກເລີ່ມແລ້ວ! ແບນພລາສຕິກຫຼາຍປະເພດ


Mexico City ເມືອງຫຼວງຂອງປະເທດແມັກຊິໂກ ສັ່ງແບນພລາສຕິກທີ່ໃຊ້ແລ້ວຖິ້ມທຸກປະເພດ! ມີທັງຖົງຢາງພລາສຕິກ, ບ່ວງ-ສ້ອມຢາງ, ທໍ່ດູດ, ຈອກຢາງ, ປຸມເປົ້າ… ຫຼັງຈາກທີ່ໄດ້ວາງແຜນມາແຕ່ປີ 2019 ແລະ ແບນຖົງຢາງພລາສຕິກໄປແລ້ວໃນປີ 2020.

ວັນທີ 1 ມັງກອນ 2021 ກະຊວງສິ່ງແແວດລ້ອມໄດ້ຖະແຫຼງຜ່ານທະວິດເຕີ້ວ່າ “ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈະບໍ່ມີການໃຊ້ພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມໃນ Mexico City”

ທາງເມືອງຕ້ອງການໃຫ້ປະຊາຊົນລົດຜ່ອນການໃຊ້ພລາສຕິກ ແລະ ຖືຖົງຜ້າ ຫຼື ອຸປະກອນທີ່ນຳກັບມາໃຊ້ໄດ້ສະເໝີແທນ ຄືກັບໂທລະສັບທີ່ພວກເຂົາພົກຕິດຕົວທຸກຄັ້ງກ່ອນອອກຈາກບ້ານ.

ຜົນຈາກກົດຂໍ້ຫ້າມດັ່ງກ່າວ ເຮັດໃຫ້ປະຊາຊົນໃນເມືອງ Mexico City ປະມານ 9 ລ້ານຄົນເລີ່ມປັບຕົວໄປຕາມກັນ, ຖົງທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບຖືກນຳກັບມາໃຊ້ຫຼາຍຂຶ້ນໃນເມືອງ ແລະ ຮ້ານອາຫານຕາມແຄມຫົນທາງ, ມີການໃຊ້ທໍ່ດູດຢ່າງໜ້ອຍລົງ.

ການແບນທີ່ເຟສ 2 ທີ່ຈະແບນຕັ້ງແຕ່ເລີ່ມປີ 2021 ຈະແບນພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມທຸກຊະນິດ ທັງຖົງຢາງພລາສຕິກ, ບ່ວງ-ສ້ອມຢາງ, ທໍ່ດູດ, ຈອກຢາງ, ປຸມເປົ້າ, ກ່ອງເຂົ້້າ, ກ້ານໄມ້ສຳລີ ແລະ ອື່ນໆອີກຫຼາຍ, ເຊິ່ງສຳລັບ Mexico City ການແບນໝາຍຄວາມວ່າ ຫ້າມຂາຍ, ຫ້າມຊື້ ແລະ ຫ້າມແຈກຈ່າຍ.

ໃນປະເທດລາວເຮົາກໍມີບາງຕະຫຼາດທີ່ເລີ່ມປະຕິບັດແລ້ວ ແຕ່ກໍຍັງມີຫຼາຍບັນຫາທີ່ຕາມມາເຊັ່ນດຽວກັນນັ້ນກໍແມ່ນ ສິນຄ້າບາງປະເພດກໍເໝາະກັບການບັນຈຸໃສ່ພລາສຕິກເທົ່ານັ້ນ, ປະຊາຊົນອາດຈະຍັງປັບຕົວບໍ່ໄດ້ຫຼາຍ… ແຕ່ນັ້ນກໍຖືວ່າເປັນບາດກ້າວທຳອິດທີ່ໜ້າຍິນດີ ໃນການເລີ່ມຕົ້ນການລົດຜ່ອນພລາສຕິກ.

ທີ່ມາ: https://www.facebook.com/environman.th/posts/3330973483697742