ເກີດຫຍັງຂຶ້ນ! ເຕົ່ານ້ອຍໃນ ອອສເຕຣເລຍ ຖ່າຍອອກມາເປັນພລາສຕິກ ຕິດຕໍ່ກັນ 6 ມື້

ອອສເຕຣເລຍ

ປັດຈຸບັນ ບັນຫາເລື່ອງຂີ້ເຫຍື້ອພລາສຕິກ ແລະ ສິ່ງແວດລ້ອມ ເລີ່ມສະແດງຜົນຜົນກະທົບ ໃຫ້ເຮົາໄດ້ເຫັນນັບມື້ນັບຊັດເຈນຂຶ້ນ ເພາະຫຼ້າສຸດ ເຕົ່າທະເລ ທີ່ຖືກຊ່ວຍເຫຼືອໂດຍສວນສັດ ທາຣອງກາ (Taronga) ໃນປະເທດ ອອສເຕຣເລຍ ຂັບຖ່າຍອອກມາເປັນພລາສຕິກ ຕິດຕໍ່ກັນ 6 ມື້ ເຊິ່ງສະແດງໃຫ້ເຫັນເຖິງສະພາບແວດລ້ອມທາງທະເລທີ່ປ່ຽນໄປ ແລະ ຜົນກະທົບຂອງມົນລະພິດຕໍ່ສັດນໍ້າ.

ອອສເຕຣເລຍ

ເມື່ອບໍ່ດົນມານີ້ ສວນສັດ ທາຣອງກາ ໄດ້ໂພສ ວິດີໂອ ລົງໃນ Twitter ຂອງສວນສັດ ໂດຍເປັນວີດີໂອ ທີ່ ຊາຣ່າ ເມວ (Sarah Male) ນາງພະຍາບານຂອງສວນສັດ ທີ່ກຳລັງອະທິບາຍເຖິງເຕົ່າທະເລ ທີ່ຖືກຊ່ວຍຂຶ້ນມາຈາກຊາຍຫາດທີ່ໃກ້ຄຽງ. ໂດຍເຕົ່ານ້ອຍນີ້ ຂາຫຼັງຟາກຂວາ ໄດ້ຖືກຕັດອອກໄປ.

ອອສເຕຣເລຍ

ແຕ່ເລື່ອງທີ່ໜ້າເສົ້າໄປກວ່ານັ້ນກໍຄື ເຕົ່ານ້ອຍນີ້ຂັບຖ່າຍອອກມາເປັນພລາສຕິກຕິດຕໍ່ກັນ 6 ມື້ ແລ້ວ ໂດຍ ຊາຣ່າ ເມວ ບອກວ່າ: “ເມື່ອເຕົ່າຂັບຖ່າຍອອກມາ ມັນມີແຕ່ ພລາສຕິກລ້ວນໆເປັນເວລາ 6 ມື້ ຕິດຕໍ່ກັນແລ້ວ ແລະ ບໍ່ມີຂອງເສຍອອກມາເລີຍແມ່ນແຕ່ໜ້ອຍດຽວ ເຊິ່ງເປັນພາບທີ່ຫົດຫູ່ຫຼາຍ ແຕ່ຂ່າວດີກໍຄື ເຕົ່ານ້ອຍໄດ້ຂັບຖ່າຍພລາສຕິກອອກມາຈາກທ້ອງໝົດແລ້ວ”.

ອອສເຕຣເລຍ

ໂດຍ WFF ກອງທຶນສັດປ່າໂລກສາກົນ ກ່າວກ່ຽວກັບບັນຫາຂີ້ເຫຍື້ອພລາສຕິກວ່າ: “ໃນຂະນະທີ່ພລາສຕິກໄດ້ເຂົ້າມາປະຕິວັດວິຖີຊີວິດຂອງມະນຸດໂລກ ໃນປີ 1950 ແຕ່ນັບຕັ້ງແຕ່ຕອນນັ້ນມີບັນຫາໜຶ່ງ ແລະ ເປັນບັນຫາໃຫຍ່ກໍຄື ພລາສຕິກສ່ວນຫຼາຍທີ່ຖືກຖິ້ມແລ້ວ ຍັງຄົງຫຼົງເຫຼືອຢູ່ໃນໂລກເຮົາ ແລະ ຄາດວ່າ ພລາສຕິກ​ໃນ​ມະຫາ​ສະໝຸດ​ ຈະ​ເພີ່ມ​ຂຶ້ນ​ເປັນ ​2 ເທົ່າ​ໃນ 15 ປີ​ຕໍ່ໜ້າ, ​ແລະ ​ຮອດ​ປີ 2050 ໃນມະຫາສະໝຸດ ອາດ​ຈະ​ມີ​ປະລິມານພລາສຕິກ​ຫຼາຍ​ກວ່າ​ສັດນໍ້າຕ່າງໆໃນມະຫາສະໝຸດກໍເປັນໄດ້”.

ອອສເຕຣເລຍ

ປັດຈຸບັນ ບັນຫາເລື່ອງຂີ້ເຫຍື້ອພລາສຕິກ ເປັນບັນຫາທີ່ທຸກຄົນທົ່ວໂລກຄວນຈະຄຳນຶງເຖິງ ແລະ ຍົກສູງຄວາມສຳຄັນໃນເລື່ອງນີ້ ເພາະນອກຈາກມັນຈະສົ່ງຜົນຕໍ່ມະນຸດເຮົາໃນອະນາຄົດແລ້ວ ມັນຍັງສົ່ງຜົນຕໍ່ສັດຕ່າງໆໃນໂລກ ທີ່ມີຄວາມສຳຄັນຕໍ່ລະບົບນິ້ເວດຂອງໂລກນີ້ເປັນຢ່າງສູງ.

ຂອບໃຈຂໍ້ມູນຈາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ