ຈີນຍິງລູກສອນໄຟຂ້າມ ເກາະໄຕ້ຫວັນ ເພີ່ມທະວີຄວາມເຄັ່ງຕຶງຂຶ້ນຕື່ມ ຫຼັງ Nancy Pelosi ມາຢາມໄຕ້ຫວັນ

ເກາະໄຕ້ຫວັນ

ເຖິງແມ່ນວ່າ ແນນຊີ ເພໂລຊີ ຈະກ້າວຂາເດີນທາງອອກຈາກໄຕ້ຫວັນເປັນທີ່ຮຽບຮ້ອຍ ແຕ່ສະຖານະການຄວາມເຄັ່ງຕຶງຍັງເບິ່ງຄືວ່າບໍ່ມີຄວາມຜ່ອນຄາຍລົງເລີຍ ເນື່ອງຈາກວ່າ ຈີນຍັງໄດ້ຊ້ອມຮົບຢ່າງຈິງຈັງໃນບໍລິເວນ ອ້ອມຮອບເກາະໄຕ້ຫວັນ.

ຫຼ້າສຸດ ເມື່ອວັນທີ 4 ສິງຫາ 2022 ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ຖະແຫຼງວ່າ ຈີນໄດ້ຍິງລູກສອນໄຟຈຳນວນ 11 ລູກ ແລະ ມີບາງລູກທີ່ໄດ້ຍິງເກາະໄຕ້ຫວັນ ເຊິ່ງຍິ່ງເພີ່ມທະວີຄວາມເຄັ່ງຕຶງຂອງສະຖານະການໃນຊ່ອງແຄບໄຕ້ຫວັນ ຂຶ້ນຕື່ມອີກ.

ເກາະໄຕ້ຫວັນ

ໃນຖະແຫຼງການຍັງເປີດເຜີຍອີກວ່າ ລູກສອນໄຟຂອງຈີນໄດ້ຖືກຍິງຂຶ້ນເໜືອຊັ້ນບັນຍາກາດ ສະນັ້ນທາງການໄຕ້ຫວັນຈຶ່ງເຫັນວ່າມັນບໍ່ໄດ້ສ້າງຄວາມສ່ຽງໃດໆ ໃຫ້ກັບເກາະໄຕ້ຫວັນ ແລະ ບໍ່ໄດ້ເປີດແຈ້ງເຕືອນການໂຈມຕີທາງອາກາດ ເພາະຜ່ານການປະເມີນແລ້ວລູກສອນໄຟຈະໄປຕົກຢູ່ນໍ້າທະເລທາງຝັ່ງຕາເວັນອອກ.

ນອກຈາກນີ້ ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ຍັງໄດ້ລາຍງານອີກວ່າ ມີລູກສອນໄຟ 5 ລູກ ຖືກຍິງມາຕົກໃນພື້ນທີ່ເສດຖະກິດຈຳເພາະຂອງຍີ່ປຸ່ນ (Exclusive Economic Zone) ແລະ ຄາດວ່າມີ 4 ລູກທີ່ຖືກຍິງຂ້າມມາແຕ່ເກາະໄຕ້ຫວັນ.

ເກາະໄຕ້ຫວັນ

ໂນບຸໂອະ ຄິຊິ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນກ່າວວ່າ: “ນີ້ເປັນບັນຫາຮ້າຍແຮງທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງຍີ່ປຸ່ນ ແລະ ຄວາມປອດໄພຂອງພົນລະເມືອງ ເຮົາຂໍປະນາມການກະທຳນີ້”. ຂະນະທີ່ ໂຍຊິມາສະ ຮາຍາຊິ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ອອກມາຮຽກຮ້ອງໃຫ້ຈີນ ຢຸດການຊ້ອມຮົບຄັ້ງນີ້ໂດຍທັນທີ.

ເກາະໄຕ້ຫວັນ

ທີ່ຜ່ານມາການຊ້ອມຮົບຂອງຈີນພຽງແຕ່ເປັນການຍິງລູກສອນໄຟ ໃນບໍລິເວນອ້ອມຮອບຂອງເກາະໄຕ້ຫວັນ ແຕ່ການຍິງລູກສອນໄຟຂ້າມເກາະໄຕ້ຫວັນຮອບນີ້ ຖືເປັນການຍົກລະດັບປະຕິບັດການທາງການທະຫານຄັ້ງໃຫຍ່ ແບບທີ່ບໍ່ເຄີຍມີມາກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ