ຮຽນຈົບແລ້ວ ມາຂາຍເຄື່ອງ ຜິດຫຼືບໍ່? ລີລາວັນ ຈັນທະວົງ ເຈົ້າຂອງຮ້ານແມ່ກຸກ ມີຄຳຕອບ!

ຮຽນຈົບແລ້ວ

ລີລາວັນ ຈັນທະວົງ (ແບ໋ລີ) ອາຍຸ 28 ປີ ເປັນບຸກຄົນໜຶ່ງທີ່ມີຄວາມສາມາດທາງດ້ານການຮ່ຳຮຽນການສຶກສາ, ມີປະສົບການໃນການໄປແລກປ່ຽນຢູ່ຕ່າງປະເທດ ແລະ ເປັນອາສາສະໝັກໃຫ້ກັບບາງໜ່ວຍງານທີ່ສຳຄັນ. ສະໄໝຢູ່ຮົ້ວມະຫາວິທະຍາໄລ ຜົນງານຂອງ ແບ໋ລີ ກໍໂດດເດັ່ນຢູ່ສະເໝີ.

ຫຼັງຈາກຈົບການສຶກສາ ກໍໄດ້ເຮັດວຽກກັບບໍລິສັດທີ່ປຶກສາສິ່ງແວດລ້ອມປະມານ 1 ປີ (ທີ່ມີບໍລິສັດແມ່ຢູ່ອອສເຕຣເລຍ). ຫຼັງຈາກນັ້ນ ກໍບໍ່ໄດ້ເຮັດຕໍ່ ເພາະໄດ້ຫັນມາສູ່ການຄ້າຂາຍອາຫານ ຈົນປະສົບຜົນສຳເລັດໃນທຸລະກິດດ້ານນີ້. ແຕ່ກວ່າຈະມາຮອດຈຸດນີ້ ກໍມີຄຳຖາມຕ່າງໆນານາທີ່ພົບເປັນປະຈຳໃນໄລຍະທີ່ກຳລັງເຮັດທຸລະກິດອາຫານ ເຊັ່ນ: ຈົບມາຄືເຮັດວຽກນີ້?

ຈະເປັນແນວໃດນັ້ນ ເຮົາມາຕິດຕາມປະສົບການຂອງ ລີລາວັນ ຈັນທະວົງ ໃນບົດສຳພາດນີ້ໄດ້ເລີຍ.
ສຳລັບນ້ອງໆທີ່ຈົບມາໃໝ່ ຫຼື ທຸກຄົນທີ່ເຮັດອາຊີບນີ້ ຈະໄດ້ທັງປະສົບການ ແລະ ໄດ້ຄຳແນະນຳ ຈາກ ແບ໋ລີ ບໍ່ໜ້ອຍກໍຫຼາຍ.

1. ແນະນຳຊື່ກັບອາຍຸໃຫ້ແດ່?

ຊື່ ລີລາວັນ ຈັນທະວົງ (ແບ໋ລີ) ອາຍຸ 28 ປີ

2. ຈົບການສຶກສາຈາກໃສ?

ຈົບປະລິນຍາຕີ ພາກວິຊາການຈັດການສິ່ງແວດລ້ອມ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ.

ຊີວິດໃນຮົ້ວມະຫາວິທະຍາໄລ ແມ່ນເປັນອາສາສະໝັກ ໃຫ້ກັບໜ່ວຍງານ SEED, ປີ 2 ໄປເປັນນັກຮຽນແລກປ່ຽນຢູ່ເກົາຫຼີ ແລະ ປີ 4 ໄປເຝິກອົບຮົມກ່ຽວກັບສິ່ງແວດລ້ອມຢູ່ສິງກະໂປ.

ການຮຽນແມ່ນ ຖືວ່າຢູ່ໃນລະດັບຕົ້ນໆຂອງພາກວິຊາ ຄະແນນຕອນຈົບແມ່ນຢູ່ໃນ Top5 😉

ຫຼັງຈາກຈົບໃໝ່ໆ ກໍໄດ້ເຮັດວຽກກັບບໍລິສັດທີ່ປຶກສາສິ່ງແວດລ້ອມ ປະມານ 1 ປີ (ທີ່ມີບໍລິສັດແມ່ຢູ່ອອສເຕຣເລຍ) ເຊິ່ງເຮົາເຄີຍເຝິກງານຕອນປີ 3 ເປັນອົງກອນໜຶ່ງທີ່ດີຫຼາຍເລີຍ. ແຕ່ດ້ວຍເຫດຜົນທາງຄອບຄົວທີ່ບໍ່ມີໃຜຢູ່ນຳພໍ່ແມ່ ແລະ ດ້ວຍຄວາມທີ່ມັກແຂວງສະຫວັນນະເຂດ ເລີຍຕັດສິນໃຈມາຊອກວຽກຢູ່ສະຫວັນນະເຂດ ແຕ່ກໍຈະຊອກຍາກໜ້ອຍໜຶ່ງ ເພາະຕົວເລືອກ ຫຼື ວຽກງານສາຍນີ້ບໍ່ຫຼາຍຄືກັບຢູ່ນະຄອນຫຼວງວຽງຈັນ.
ປະກອບກັບ ພໍ່ ແລະ ແມ່ ຢຸດການຄ້າຂາຍເຄື່ອງຢູ່ຕະຫຼາດ, ຈຶ່ງໄດ້ໂອ້ລົມກັບແມ່ ວ່າຈະສືບຕໍ່ເຮັດກິດຈະການ ຫຼື ທຸລະກິດໃດດີ ໃນໄລຍະທີ່ກຳລັງຊອກສິ່ງທີ່ມັກໃຫ້ຕົນເອງ ແລະ ການເຮັດທຸລະກິດອາຫານກໍຄືຄຳຕອບ ຫຼັງຈາກນັ້ນ ກໍເຮັດມາຈົນຮອດທຸກມື້ນີ້.

3. ຈຸດເລີ່ມຕົ້ນໃນການເຮັດທຸລະກິດນີ້ເລີ່ມຈາກໃສ?

ເລີ່ມຕົ້ນຈາກສອງເມນູ ທຸກມື້ນີ້ແມ່ນມີເມນູຂາຍໜ້າຮ້ານ 13 ເມນູ ແລະ ນອກນັ້ນກໍມີເປີດອໍເດີ້ ເມນູພິເສດ ລາກູງົວ, ໝີ່ກະທິ, ວຸ້ນ, ນ້ຳຫວານເຜືອກເຂົ້າເໝົ້າ  ແລະ ເມນູອື່ນໆ ຕາມລະດູການ.

ຈາກທີ່ຂາຍໃນອອນລາຍ ກໍເລີ່ມມີຄົນຮູ້ໜ້າຮ້ານ ສົ່ງຕ່າງເມືອງ ຕ່າງແຂວງ ແລະ ທ້າຍເດືອນກໍລະກົດທີ່ຜ່ານມາ ແມ່ນມີສາຂາ 2 ຢູ່ ນະຄອນຫຼວງວຽງຈັນ ດ້ານຫຼັງທະນາຄານ ICBC ເອື້ອຍໃພ້ເປີດຮ້ານອາຫານ “ນັ່ງກິນ” ແລະ ມີອາຫານແມ່ກຸກໃນເມນູພ້ອມເສີບ ແລະ ແບບແຊ່ແຂງກັບບ້ານ.

4. ຄວາມທ້າທາຍໃນການຄ້າຂາຍມີຄືແນວໃດ?

ຄວາມທ້າທາຍຂອງການຄ້າຂາຍໄລຍະນີ້ແມ່ນ: ຄ່າເງິນກີບທີ່ອ່ອນຄ່າ ເພາະເຮົາໄດ້ຊື້ເຄື່ອງຈາກຝັ່ງໄທ ສິນຄ້າທີ່ແພງຂຶ້ນ ເຮົາໄດ້ຂຶ້ນລາຄາອາຫານ ການຊື້ກໍຈະບໍ່ຫຼາຍເທົ່າທີ່ຄວນຈະເປັນ ແລະ ອີກຄວາມທ້າທາຍ ແມ່ນທາງດ້ານແຮງງານ, ພະນັກງານຊ່ວຍວຽກສ່ວນຫຼາຍກຽມໄປເຮັດວຽກຢູ່ໄທ ເພາະຄ່າແຮງທີ່ສູງກວ່າ ເຮັດໃຫ້ໄດ້ຊອກຄົນໃໝ່ເປັນປະຈຳ ແລ້ວໄດ້ມາສອນວຽກຕະຫຼອດ.

5. ເຄີຍພົບບັນຫາຫຍັງບໍ່ໃນໄລຍະເລີ່ມຕົ້ນ?

ເລີ່ມຂາຍຕອນປີ 2017, ໃນ 2 ປີທໍາອິດທີ່ເລີ່ມເຮັດ ເວລາຖືກຖາມກໍຮູ້ສຶກນ້ອຍໃຈ ແລະ ລັງເລໃນທາງທີ່ຕົນເລືອກ ດ້ວຍຄວາມທີ່ຫຼາຍຢ່າງບໍ່ລົງຕົວ, ທຶນທີ່ໃຊ້ໄປກໍຫຼາຍເຕີບ ແລະ ທຸລະກິດກໍຍັງບໍ່ໄດ້ດີເທົ່າທີ່ຄວນ; ໃຜຖາມຫຍັງກໍກະທົບຈິດໃຈ, ທໍ້, ເມື່ອຍ ໄປໃນໄລຍະໜຶ່ງ.

ແຕ່ເຮົາຍັງໂຊກດີ ທີ່ຄອບຄົວ, ພີ່ນ້ອງ, ໝູ່, ຄົນສະໜິດ ຂ້ອນຂ້າງເຫັນດີ ກັບທາງທີ່ເຮົາເລືອກ ແລະ ເບິ່ງວ່າເຮົາຍັງໄປໄດ້ແລະພັດທະນາໄດ້ກວ່ານີ້ອີກ ເຮັດໃຫ້ເຮົາໄດ້ຮັບການສະໜັບສະໜູນ, ໄດ້ຄຳປຶກສາ ທັງດ້ານທຸລະກິດ ແລະ ດ້ານຈິດໃຈ. ບວກກັບ ເປັນຄົນມັກຟັງ podcast ເລື່ອງເສດຖະກິດ, ການເງິນ, ການລົງທຶນ ແລະ ການໃຊ້ຊີວິດ ເຮັດໃຫ້ຈາກທີ່ເປັນຄົນໄຟອ່ອນກັບວຽກ ລັງເລກັບທາງທີ່ເລືອກ ກໍເລີ່ມເປັນຄົນທີ່ເຫັນທາງໄປຕໍ່ ແລະ ພ້ອມສູ້ກັບຄວາມທ້າທາຍຕ່າງໆ.

ຮຽນຈົບແລ້ວ

6. ເປີດຮ້ານໄດ້ຈັກປີແລ້ວ ?

ສຳລັບຮ້ານແມ່ກຸກ ແມ່ນເກືອບ 5 ປີແລ້ວ ຕັ້ງແຕ່ຂາຍອອນລາຍ ເປັນການເປີດໂລກໃຫ້ເຮົາຫຼາຍອີ່ຫຼີ.

ດ້ວຍຄວາມທີ່ ອາຫານຮ້ານເຮົາ ມີລາຄາເລີ່ມຕົ້ນລາຄາເບົາໆ, ເຂົ້າປັ້ນ ລາຄາ 4,000 ກີບ ໄປຮອດ ຊີ້ນສະຫວັນງົວ ໂລລະ 400,000 ກີບ ເລີຍເຮັດໃຫ້ໄດ້ຮູ້, ໄດ້ລົມ, ໄດ້ແລກປ່ຽນບົດຮຽນ ຈາກຄົນຫຼາກຫຼາຍອາຊີບ. ທີ່ສໍາຄັນ ເຮົາມີຄວາມສາມາດໃນການຄວບຄຸມເວລາດ້ວຍຕົນເອງ ຢາກໄປໃສກໍໄດ້ ໂດຍທີ່ບໍ່ຈຳເປັນຕ້ອງຖ້າເທສະການ ຫຼື ມື້ພັກ ເຮັດໃຫ້ບໍ່ຕ້ອງໄປແຫຍ້ຢູ່ບ່ອນທ່ອງທ່ຽວ ເພາະເຮົາໄປມື້ເຂົ້າການໄດ້ ຖ້າຈັດການວຽກໄດ້, ໄດ້ເຫັນຄົນມີຄວາມສຸກ ເວລາໄດ້ກິນອາຫານຈາກຮ້ານເຮົາ, ໄດ້ເປັນອີກສ່ວນໜຶ່ງ ໃນການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງແຂວງ ເພື່ອໃຫ້ນັກທ່ອງທ່ຽວຢາກມາເລາະກິນອາຫານ ທີ່ຫຼາກຫຼາຍຂອງແຂວງສະຫວັນ.

ຮຽນຈົບແລ້ວ

7. ສຳລັບເຈົ້າແລ້ວຄຳວ່າ “ຮຽນຈົບມາຂາຍເຄື່ອງ” ແມ່ນຜິດບໍ່?

ສຳລັບເອື້ອຍແລ້ວຄິດວ່າ ບໍ່ຜິດເລີຍ ເພາະເອື້ອຍກໍກຳລັງເຮັດຢູ່. ການທີ່ຮຽນຈົບປະລິນຍາຕີແລ້ວມາຂາຍເຄື່ອງ ເຮັດໃຫ້ເອື້ອຍໄດ້ມີເຄືອຂ່າຍທີ່ກວ້າງຂຶ້ນ, ໄດ້ທັງລູກຄ້າ, ໄດ້ທັງຄົນແນະນຳ ແລະ ສະໜັບສະໜູນ.

ເອື້ອຍຮຽນຈົບຈາກ ມຊ ມີອາຈານ, ມີໝູ່, ມີ ອ້າຍເອື້ອຍນ້ອງທີ່ຮັກແພງຈາກຫຼາຍແຂວງ ເອື້ອຍໄດ້ຮັບປະສົບການຫຼາຍແບບນີ້ ກໍຍ້ອນໄດ້ສຶກສາທີ່ສະຖາບັນທີ່ຕົນເອງຮຽນມາຈົນຈົບ. ນອກຈາກນັ້ນ ຍັງເປັນການເປີດກວ້າງຄວາມຄິດ ແລະ ໄດ້ເຫັນສິ່ງໃໝ່ໆ ຈາກຄົນທີ່ມາຈາກທ້ອງຖິ່ນທີ່ແຕກຕ່າງກັນ ເພາະການມາຮຽນມະຫາວິທະຍາໄລ ເຮັດໃຫ້ໄດ້ທຶນໄປຮຽນ ໄປສຳມະນາ ຢູ່ຕ່າງປະເທດ ເຮັດໃຫ້ເຫັນການຄ້າການຂາຍຢູ່ບ້ານເຂົາ ແລ້ວມາປັບໃຊ້ ໃຫ້ເຂົ້າກັບທຸລະກິດຂອງເຮົາເອງ. ເໜືອສິ່ງອື່ນໃດ ການໄດ້ຮຽນມະຫາວິທະຍາໄລ ເຮັດໃຫ້ເອື້ອຍເບິ່ງເລື່ອງຕ່າງໆໃນຫຼາຍໆມຸມ ແລະ ໃນຈຸດທີ່ກວ້າງຂຶ້ນ.

ເອື້ອຍບໍ່ປິດ ຫຼື ຂີດເສັ້ນທີ່ຕາຍຕົວວ່າ ຈົບມາຕ້ອງເຮັດສາຂາອາຊີບທີ່ກ່ຽວຂ້ອງເທົ່ານັ້ນ. ອີກຢ່າງແມ່ນ ເປົ້າໝາຍຄົນເຮົາ ສາມາດປ່ຽນໄປໄດ້ໃນແຕ່ລະໄລຍະ ຫຼື ເງື່ອນໄຂຕ່າງໆທີ່ຕອບສະໜອງໃນເວລານັ້ນໆ.

ເອື້ອຍວ່າ ຖ້າເຮົາຈົບມາແລ້ວໄດ້ເຮັດວຽກຖືກສາຍທີ່ຮຽນມາ ຖືວ່າໂຊກດີ ເພາະເຮົາມີເປີເຊັນທີ່ຈະກ້າວໜ້າໃນວຽກງານໄວກວ່າຄົນອື່ນທີ່ບໍ່ຈົບສາຍນັ້ນໆ ແຕ່ຖ້າບໍ່ໄດ້ເປັນແບບນັ້ນ ກໍບໍ່ຢາກໃຫ້ຮູ້ສຶກຜິດຫວັງ ຫຼື ເສຍດາຍເວລາ.

ຖ້າຕອນນີ້ສິ່ງທີ່ເຮັດຢູ່ ເປັນສິ່ງທີ່ຖືກຕ້ອງ ສາມາດລ້ຽງຕົນເອງໄດ້ ແລະ ມີຄວາມສຸກຢູ່ ກໍຖືວ່າເປັນຜົນສຳເລັດໜຶ່ງຂອງຊີວິດແລ້ວ.

ຮຽນຈົບແລ້ວ

8. ເອື້ອຍມີຫຍັງຢາກແນະນຳ ນ້ອງໆທີ່ຮຽນຈົບໃໝ່ໆບໍ?

ຖ້າຖາມວ່າ ຫ່ວງຫຍັງແດ່ ສຳລັບນ້ອງໆທີ່ຈົບໃໝ່ ເອື້ອຍກໍຄືຊິວ່າ ເລື່ອງການເງິນ ການບໍລິຫານເງິນ ເຮົາເຄີຍຖືກສອນມາແຕ່ນ້ອຍໃຫ້ຮຽນເກັ່ງໆ ເພື່ອຊິມີວຽກເຮັດດີໆ ເງິນເດືອນດີ ແຕ່ບໍ່ຄ່ອຍມີໃຜສອນເລື່ອງການໃຊ້ເງິນ ເກັບເງິນ ວາງແຜນການເງິນເຜື່ອຕອນເຖົ້າແກ່. ຈາກທີ່ເຫັນໝູ່ຮຸ່ນດຽວກັນ ຮຸ່ນອ້າຍຮຸ່ນເອື້ອຍ ຫຼື ຄົນຮູ້ຈັກໃນສັງຄົມບາງຄົນ ມີວຽກເຮັດທີ່ໄດ້ເງິນເດືອນສູງ (ເກີນເງິນເດືອນພື້ນຖານຂອງລາວຫຼາຍເທົ່າ) ແຕ່ພົບກັບສະຖານະການໝົດເດືອນໝົດເງິນ ບໍ່ມີເງິນເກັບໄວ້ໃຊ້ຍາມສຸກເສີນ.

ເອື້ອຍວ່າທຸກມື້ນີ້ຫາເງິນເກັ່ງ ຫາໄດ້ຫຼາຍ ຍັງບໍ່ສຳຄັນເທົ່າບໍລິຫານເງິນເປັນ ເພາະຮູ້ສຶກວ່າ ຄົນເຮົາມີຄວາມສາມາດພິເສດໃນການເພີ່ມລາຍຈ່າຍ ຈາກລາຍຮັບທີ່ເພີ່ມຂຶ້ນສະເໝີ, ຖ້າບໍ່ຮູ້ເກັບ ຫຼື ຕໍ່ຍອດ ບາດອາຍຸເພີ່ມຂຶ້ນ ແທນທີ່ຈະມີເງິນໄວ້ຜ່ອນແຮງ ແຕ່ຍັງຕ້ອງເມື່ອຍຄືຕອນໄວໜຸ່ມ.

ອີກຢ່າງທີ່ເຫັນສຳຄັນແມ່ນ ພາສາຕ່າງປະເທດ, ຈະເປັນພາສາຫຍັງກໍໄດ້ ຂໍໃຫ້ສື່ສານໄດ້ ຂຽນໄດ້ຈະເປັນການດີອີກລະດັບໜຶ່ງ ເພາະການທີ່ເຮົາໄດ້ພາສາຕ່າງປະເທດ ມັນເປັນຄືການທີ່ເຮົາໄດ້ກ້າວໄປກ່ອນຄົນອື່ນ ຢ່າງໜ້ອຍກ້າວໜຶ່ງ, ເຮົາຈະມີທາງເລືອກ ມີໂອກາດທີ່ເພີ່ມຂຶ້ນໃນຫຼາຍໆເລື່ອງ ໂດຍສະເພາະວຽກງານ.

ຮຽນຈົບແລ້ວ

9. ຮູ້ສຶກແນວໃດເວລາມີຄົນຖາມ “ຮຽນຈົບມາແລ້ວຄືຄ້າຂາຍ”?

ດ້ວຍຄວາມທີ່ເປັນຄົນຂ້ອນຂ້າງຮູ້ຈັກຄົນຫຼາຍ ແລະ ມັກລົມມັກວ່າ ກໍຫຼີກບໍ່ໄດ້ທີ່ຈະຖືກຖາມ ແລະ ເປັນທີ່ສົງໄສຂອງຄົນອ້ອມຂ້າງວ່າ “ຮຽນມາເທົ່າໃດປີຄືມາຄ້າຂາຍ ຖ້າຊິຄ້າຂາຍບໍ່ໄປຮຽນກໍໄດ້ ເສຍດາຍຄວາມຮູ້ ພໍ່ແມ່ຄືຈະຜິດຫວັງ” ແຕ່ໃນຄວາມບໍ່ເຂົ້າໃຈຂອງຫຼາຍຄົນ ກໍມີຫຼາຍຄົນທີ່ເຂົ້າໃຈ ແລະ ເຄົາລົບທາງທີ່ເຮົາເລືອກ.

ທຸກມື້ນີ້ ແມ່ນໃຜຖາມຫຍັງກໍຂ້ອນຂ້າງມີຄຳຕອບທີ່ດີໃຫ້ເຂົາແລ້ວ ແລະ ກໍຕອບແບບບໍ່ໄດ້ເສຍໃຈທີ່ເລືອກທາງນີ້ອີກ ເພາະຮູ້ສຶກວ່າ ຕົນເອງຄິດຖືກແລ້ວທີ່ມາທາງນີ້. ຄຳຕອບທີ່ດີຂອງເຮົາແມ່ນ ຄຳຕອບທີ່ເຂົ້າໃຈທັງເຮົາ ແລະ ເຂົ້າໃຈທັງຄົນທີ່ຖາມ ເພາະແຕ່ລະຄົນຢູ່ໃນຈຸດທີ່ແຕກຕ່າງກັນ ເບິ່ງຄວາມສຸກຕ່າງກັນ ເບິ່ງຄວາມສຳເລັດຕ່າງກັນ ເລີຍບໍ່ແປກທີ່ເຂົາຈະສົງໄສກັບທາງທີ່ເຮົາເລືອກ.

ຮຽນຈົບແລ້ວ

ບົດສຳພາດໂດຍ: ລີລາວັນ ຈັນທະວົງ (ແບ໋ລີ)

https://cutt.ly/rZYUY4q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ