ນັກວິໄຈພັດທະນາເອນໄຊມ໌ຊະນິດໃໝ່ ທີ່ສາມາດຍ່ອຍສະຫຼາຍພລາສຕິກໄດ້ພາຍໃນ 2-3 ອາທິດ ຫຼື ບາງກໍລະນີກໍບໍ່ຮອດ 24 ຊົ່ວໂມງ


ຂີ້ເຫຍື້ອຈາກພລາສຕິກນັ້ນແມ່ນບັນຫາໃຫຍ່ທີ່ທຸກປະເທດກໍາລັງປະເຊີນໜ້າຢູ່ ເນື່ອງຈາກຄຸນສົມບັດຂອງພວກມັນທີ່ຍາກຕໍ່ການຍ່ອຍສະຫຼາຍ ແລະ ຂີ້ເຫຍື້ອພລາສຕິກບາງປະເພດຕ້ອງໃຊ້ເວລາໃນກາຍຍ່ອຍສະຫຼາຍຢ່າງໜ້ອຍເຖິງ 100 ປີ ດ້ວຍເຫດນີ້ມັນຈຶ່ງກາຍເປັນມົນລະພິດ ແລະ ສົ່ງຜົນຕໍ່ສິ່ງທີ່ມີຊີວິດ, ສິ່ງແວດລ້ອມ ແລະ ລະບົບນິເວດ… ບັນຫາທີ່ກ່າວມາເຮັດໃຫ້ນັກວິທະຍາສາດມັກຈະຄິດຄົ້ນວິທີການເພື່ອທີ່ຈະກໍາຈັດພວກມັນໃຫ້ຫາຍໄປ ໂດຍບໍ່ກະທົບຕໍ່ສິ່ງແວດລ້ອມ.

ເຊິ່ງຫຼ້າສຸດນີ້ ຮາລ ອັລເປີ (Hal Alper) ຜູ້ທີ່ເປັນນັກວິໄຈ ແລະ ນັກວິສະວະກອນເຄມີ ຈາກ University of Texas at Austin ກໍເຮັດມັນໄດ້ສໍາເລັດໃນອີກຂັ້ນຂອງການກໍາຈັດພລາສຕິກ ໂດຍໄດ້ພັດທະນາ ເອນໄຊມ໌ (enzyme) ທີ່ສາມາດຍ່ອຍສະຫຼາຍພລາສຕິກໄດ້ພາຍໃນ 2-3 ອາທິດ ຫຼື ບາງກໍລະນີກໍບໍ່ຮອດ 24 ຊົ່ວໂມງ.

ຄວາມພະຍາຍາມກ່ອນໜ້ານີ້ ໃນການໃຊ້ເອນໄຊມ໌ກໍາຈັດພລາສຕິກແມ່ນມີຂໍ້ກໍາຈັດຫຼາຍຢ່າງເຊັ່ນ: ຄວາມ ‘ອ່ອນແອ’ ຂອງຕົວເອນໄຊມ໌ຈົນໄປຮອດອຸນຫະພູມແລະໄລຍະທີ່ pH ເຮັດວຽກໄດ້ ແລະ ອັດຕາການເກີດປະຕິກິລິຍາທີ່ຊ້າ. ແຕ່ເອນໄຊມ໌ຕົວໃໝ່ນີ້ສາມາດຍ່ອຍສະຫຼາຍໄດ້ ເຖິງຈະຢູ່ໃນບ່ອນທີ່ອຸນຫະພູມຕ່ຳກວ່າ 50 ອົງສາ.

ໂດຍພວກເຂົາເອີ້ນເອນໄຊມ໌ໃໝ່ນີ້ວ່າ “FAST-PETase” ພ້ອມດ້ວຍລະບຸຄຸນສົມບັດຂອງມັນວ່າ “ສະຖຽນແລະທົນທານ” ມັນສາມາດຍ່ອຍສະຫຼາຍພລາສຕິກປະເພດ PET ເຊິ່ງເປັນພລາສຕິກທີ່ຖືກໃຊ້ຫຼາຍທີ່ສຸດຊະນິດໜຶ່ງ ຕັ້ງແຕ່ໃນອຸດສາຫະກໍາແຜ່ນແພໄປຈົນຮອດຕຸກນ້ຳພລາສຕິກ ຄິດໄລ່ເປັນ 12% ຂອງຂີ້ເຫຍື້ອທັງໝົດທົ່ວໂລກ.

ດ້ວຍເອນໄຊມ໌ໃໝ່ນີ້ ນັກວິໄຈກ່າວວ່າ ຂະບວນການຣີໄຊເຄິນພລາສຕິກຈະກາຍເປັນ “ວົງມົນສົມບູນແບບ”ພລາສຕິກຈະແຕກເປັນອັນເລັກອັນນ້ອຍແລ້ວນໍາກັບມາລວມກັນໃຫ້ກາຍເປັນສານຕັ້ງຕົ້ນຜະລິດພລາສຕິກຂຶ້ນມາໃໝ່ ອີກທັງພວກເຂົາຍັງລະບຸວ່າພວກມັນມີລາຄາຖືກແລະສາມາດຂະຫຍາຍໄປເຖິງລະດັບອຸດສາຫະກໍາໄດ້.

ຈາກຄວາມສໍາເລັດນີ້ມັນໄດ້ກາຍເປັນຄວາມຫວັງໃໝ່ທີ່ຈະແກ້ໄຂບັນຫາພລາສຕິກທີ່ສ້າງມົນລະພິດໄປທົ່ວໂລກ ໂດຍຫຼັງຈາກນີ້ທາງທີມວິໄຈກຽມຈະຜະລິດມັນໃນປະລິມານທີ່ຫຼາຍ ເພື່ອທົດລອງໃຊ້ສໍາລັບພລາສຕິກໃນອຸດສາຫະກໍາ ແລະ ພລາສຕິກທີ່ຕົກຄ້າງໃນສິ່ງແວດລ້ອມ ຕົວຢ່າງເຊັ່ນ: ຂີ້ເຫຍື້ອພລາສທີ່ຫຼົງເຫຼືອໃນຂຸມ ຫຼື ໜອງຂີ້ເຫຍື້ອ.

ຕົວຢ່າງວິດີໂອ: https://cutt.ly/UGNsnO6

ງານວິໄຈ: https://cutt.ly/gGNssJ9

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/