TikTok ເຂົ້າສູ່ວິກິດ! ສ່ຽງທີ່ຈະສູນເສຍຜູ້ໃຊ້ງານຫຼາຍກວ່າ 170 ລ້ານຄົນໃນສະຫະລັດ ຖ້າຫາກບໍ່ຂາຍທຸລະກິດພາຍໃນ 9 ເດືອນ


Joe Biden ປະທານາທິບໍດີສະຫະລັດ ໄດ້ໃຫ້ໄຟສີຂຽວໃນການລົງນາມອະນຸມັດຮ່າງກົດໝາຍໃນການແບນ TikTok, ເພື່ອບີບໃຫ້ ByteDance ຕ້ອງຂາຍກິດຈະການ ພາຍໃນໄລຍະເວລາ 9 ເດືອນຫາ 1 ປີ. ຖ້າບໍ່ດັ່ງນັ້ນ, ຈະຖືກແບນບໍ່ໃຫ້ສາມາດໃຊ້ງານໄດ້ໃນສະຫະລັດ, ເຊິ່ງເປັນປະເທດໜຶ່ງທີ່ມີການໃຊ້ງານ TikTok ສູງທີ່ສຸດໃນໂລກທີ່ 170 ລ້ານຄົນ.

​ເຖິງ​ແມ່ນວ່າ​ກ່ອນໜ້ານີ້ ເບິ່ງຄືວ່າຮ່າງກົດໝາຍ​ດັ່ງກ່າວ​ຈະຕ້ອງ​ໃຊ້​ເວລາໃນການ​ພິ​ຈາ​ລະ​ນາ​ໂດຍ​ລັດຖະສະພາ​ພາຍຫຼັງ​ໄດ້​ຜ່ານ​ການ​ອະນຸມັດ​ຂັ້ນ​ຕົ້ນ​ຂອງ​ສະພາ​ຜູ້​ແທນ​ລາຊະ​ດອນ​ຂອງ​ອາ​ເມ​ຣິ​ກາ (US House of Representative), ​ແຕ່​ທາງ​ດ້ານ​ວິຊາ​ການ​ທາງ​ດ້ານ​ການ​ເມືອງ​ໄດ້​ສົ່ງ​ຜົນ​ໃຫ້​ຮ່າງ​ກົດໝາຍ​ດັ່ງກ່າວຖືກສົ່ງໄປເຖິງໂຕະ​ຂອງ​ປະທານາທິບໍດີ Joe Biden ​ໃນ​ເວລາ​ສັ້ນໆ. ໂດຍການມັດລວມ​ກົດໝາຍ​ງົບປະມານ​ເພື່ອ​ຊ່ວຍ​ປະ​ເທດ​ພັນທະ​ມິດ​ຂອງ​ສະຫະລັດ ​ໃນ​ສະພາວະ​ສົງຄາມ​ເຊັ່ນ: ຢູເຄຣນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ປະມານ 60 ຕື້​ໂດ​ລາ, ອິດສະຣາ​ເອວ 26 ຕື້​ໂດ​ລາ, ໄຕ້​ຫວັນ ​ແລະ ​ພາກ​ພື້ນ​ອິນ​ໂດ​-ປາຊີ​ຟິກ 8 ຕື້​ໂດ​ລາ ​ແລະ​ ເຂດ​ກາຊາ 1 ຕື້​ໂດ​ລາ. ສໍາລັບການຊ່ວຍເຫຼືອດ້ານມະນຸດສະທໍາ ທັງ​ໝົດ​ແມ່ນຖືກມັດລວມຕິດກັບ​ຮ່າງກົດໝາຍໃນການແບນ TikTok, ເຮັດ​ໃຫ້​ກອງ​ປະ​ຊຸມ​ຕ້ອງພິ​ຈາ​ລະ​ນາກົດໝາຍ​ເຫຼົ່າ​ນີ້​ຮ່ວມ​ກັນ.

ຫຼັງ​ຈາກ​ນັ້ນ​ບໍ່​ດົນ, Shou Zi Chew CEO ຂອງ TikTok ກໍໄດ້​ໂພສ​ວິ​ດີ​ໂອລົງໃນ social media ​ໂດຍ​ກ່າວ​ວ່າ “ວາງໃຈໄດ້ເລີຍ, ພວກ​ເຮົາຈະ​ບໍ່​ໄປໃສທັງນັ້ນ​… ຄວາມຈິງແລ້ວ ລັດຖະທໍາມະນູນແມ່ນຢູ່ຂ້າງພວກເຮົາ ແລະ ພວກເຮົາຄາດວ່າຈະໄດ້ຮັບໄຊຊະນະອີກຄັ້ງ”

ເຊິ່ງນັ້ນໝາຍຄວາມວ່າເສັ້ນຕາຍຂອງ TikTok ຈະຕົກຢູ່ໃນວັນທີ 19 ມັງກອນ 2025 ຫຼື ເຫຼືອພຽງແຕ່ໜຶ່ງມື້ກ່ອນທີ່ Biden ຈະໝົດວາລະໃນການດຳລົງຕໍາແໜ່ງ. ແຕ່ Biden ສາມາດຂະຫຍາຍເສັ້ນຕາຍໄດ້ອີກສາມເດືອນຖ້າຫາກເຫັນວ່າ ByteDance ມີຄວາມຄືບໜ້າກ່ຽວກັບບັນຫາດັ່ງກ່າວ.

ໂຄສົກທຳນຽບຂາວ Caryn Jean-Pierre ກ່າວວ່າ “ພວກເຮົາບໍ່ຕ້ອງການໃຫ້ການແບນເກີດຂຶ້ນ. ​ແຕ່​ປະເດັນມັນຢູ່ທີ່ວ່າ TikTok ນັ້ນ​ສາທາລະນະ​ລັດ​ປະຊາຊົນ​ຈີນເປັນເຈົ້າຂອງ”

ຕະຫຼອດຫຼາຍປີທີ່ຜ່ານມານັບຕັ້ງແຕ່ TikTok ກາຍເປັນໜຶ່ງໃນແອັບຍອດນິຍົມທີ່ສຸດຂອງອາເມຣິກາ, ສະມາຊິກ​ສະພາ​ນິຕິບັນຍັດ​ສະຫະລັດ ກໍເກີດມີ​ຄວາມ​ກັງວົນ​ວ່າ​ລັດຖະບານ​ຈີນ​ອາດ​ຈະ​ສາມາດ​​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ພົນລະ​ເມືອງ​ໃນ​ປະ​ເທດ​ໂດຍ​ຜ່ານ​ການ​ປະສານ​ງານ​ກັບ TikTok. ແລະ​ໃນ​ວັນ​ອັງຄານ​ (23 ​ເມສາທີ່ຜ່ານມາ), ສະພາ​ສູງ​ສະຫະລັດ ​ໄດ້​ຮັບໄຟ​ສີຂຽວ​ຕໍ່​ຮ່າງ​ກົດໝາຍ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ລົ້ນ​ເຫຼືອ​ຈາກ​ສະ​ມາ​ຊິກ​ຂອງ​ທັງ​ສອງ​ພັກ​. ໂດຍກົດໝາຍ​ດັ່ງກ່າວ​ຍັງ​ຖືກ​ຖື​ວ່າ​ເປັນ​ເຄື່ອງມື​ໃໝ່ທີ່​ລັດຖະບານ​ສະຫະລັດຈະໃຊ້ເພື່ອອອກຄຳສັ່ງຫ້າມ ຫຼື ບັງຄັບໃຫ້ແອັບພິເຄຊັນຂອງຕ່າງປະເທດຖອນຕົວອອກຖ້າພວກເຂົາເຫັນວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ.

ທີ່ມາ:

theverge

thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/