ລາວ-ໄທ ເຫັນດີ ຊຸກຍູ້ການສ້າງເສັ້ນທາງ ແລະ ຂົວເຊື່ອມຕໍ່ກັນໃຫ້ຫຼາຍຂຶ້ນ ເພີ່ມການຄ້າ ແລະ ການລົງທຶນ


ລັດຖະບານລາວ ແລະໄທ ວາງແຜນທີ່ຈະເພີ່ມປະລິມານການຄ້າຮ່ວມກັນ ໂດຍການສ້າງເສັ້ນທາງ ແລະ ຂົວເຊື່ອມຕໍ່ ເປັນຕົ້ນແມ່ນຂົວສຳລັບທາງລົດໄຟພິເສດ ຫຼັງການພົບປະກັນລະຫວ່າງລັດຖະມົນຕີ ກະຊວງການຕ່າງປະເທດ ຂອງທັງ 2 ຝ່າຍ ເມື່ອຕົ້ນອາທິດທີ່ຜ່ານມາ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ປະ​ເທດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື.

ແຜນການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຖືກ​ປຶກສາ​ຫາລື​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ​ໄທ​ແຕ່​ວັນ​ທີ 22-25 ​ເມສາ​ນີ້​ ໃນການພົບກັນລະຫວ່າງ ​​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ໂດຍທັງ 2 ​ຝ່າຍໄດ້ເຫັນດີ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ສອງຝ່າຍຈະສືບຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການຄ້າສອງຝ່າຍໃຫ້ຫຼາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟສະເພາະ, ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມເມືອງ ແລະ ບັນດາແຂວງຕາມຊາຍແດນ ລາວ-ໄທ, ການຮ່ວມມືເພື່ອການພັດທະນາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງການຮ່ວມມືກັນໃນການຄຸ້ມຄອງບັນຫາໝອກຄວັນຂ້າມແດນຮ່ວມກັນ. ສອງຝ່າຍ ໄດ້ເຫັນດີຊຸກຍູ້ກົນໄກການຮ່ວມມືສອງຝ່າຍ ລາວ-ໄທ-ລາວ ທີ່ມີຢູ່ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການພົວພັນຮ່ວມມືໃຫ້ກ້າວສູ່ລວງເລິກ ໂດຍສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ທ່ານ ປານປຣີ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຊຸກຍູ້​ໃຫ້​ລັດຖະບານ​ໄທ ໃຫ້​ປະຕິບັດ​ຕາມ​ໝາກຜົນ​ຂອງ​ການ​ພົບ​ປະ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ລາວ-​ໄທໃຫ້ຍິ່ງຂຶ້ນກວ່າເກົ່າ

https://www.vientianetimes.org.la/freefreenews/freecontent_79_LaoThailand_y24.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/