ຢ່າອໍ້ແອກັບຄວາມເຜັດ! ຊາຍໄຕ້ຫວັນກິນເຜັດຫຼາຍ ເຮັດໃຫ້ທ້ອງປັ່ນປ່ວນ ຖ່າຍເປັນເລືອດ


ຊາຍໄຕ້ຫວັນ ອາຍຸ 40 ປີ ມັກການກິນໝໍ້ໄຟເປັນຊີວິດຈິດໃຈ ຫຼັງຈາກການທ້າທາຍຕົນເອງດ້ວຍການກິນໝໍ້ໄຟເຜັດລະບົບນາຮົກທີ່ເກີນຂີດຈຳກັດຕົນເອງ ຈົນມີອາການໜ້າຈືດ, ທ້ອງປັ່ນປວນ, ຖ່າຍອຸດຈາລະເປັນເລືອດ ແລະ ໄດ້ເຂົ້າພົບແພດ ເລີ່ມມີອາການເລືອດຈາງ ທາງໝໍເຕືອນຢ່າກິນອາຫານເຜັດເກີນຂີດຈຳກັດ.

ໂດຍທາງໝໍໄດ້ຄາດການສາເຫດຂອງອາການວ່າ ກ່ຽວຂ້ອງກັບການທີ່ຄົນເຈັບໄດ້ຮັບປະທານໝາກເຜັດຈຳນວນຫຼາຍໃນເວລາດຽວກັນ ເມື່ອຮ່າງກາຍໄດ້ຮັບຈະກະຕຸ້ນລະບົບທາງເດີນອາຫານ ສົ່ງຜົນໃຫ້ຂັບສິ່ງທີ່ລະຄາຍເຄືອງອອກຈາກຮ່າງກາຍ ລວມໄປຮອດຄົນເຈັບເອງກໍມີປະຫວັດເປັນລິດສີດວງ ເຮັດໃຫ້ລິດສີດວງແຕກ ແລະ ມີເລືອດອອກມາຈຳນວນຫຼາຍ ຫຼັງມີການຖ່າຍໜັກຢ່າງຕໍ່ເນື່ອງ.

ເຖິງແມ່ນວ່າຈະບໍ່ມີອາການລິດສີດວງ ແຕ່ການຖ່າຍໜັກເປັນສີດຳ ອາດຈະເກີດມາຈາກພາວະເລືອດອອກໃນລະບົບທາງເດີນອາຫານ ຫຼື ຫຼອດອາຫານ ຫຼື ຮັບປະທານອາຫານທີ່ມີສີເຂັ້ມເຂົ້າໄປ ທາງແພດເອງກໍໄດ້ອອກມາເຕືອນກັບຄົນເຈັບວ່າຢ່າກິນເຜັດຫຼາຍເກີນໄປ ແລະ ຄວນງົດອາຫານຣົດເຜັດ ເພື່ອໃຫ້ລະບົບທາງເດີນອາຫານໄດ້ຜັກຜ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/