ຈີນອອກຂໍ້ບັງຄັບ ພາຍໃນ 2 ປີ ໜ່ວຍງານແລະບໍລິສັດທີ່ຢູ່ພາຍໃຕ້ລັດຖະບານ ຕ້ອງປ່ຽນມາໃຊ້ຄອມພິວເຕີ ທີ່ຈີນຜະລິດຂຶ້ນມາເອງ


ໃນວັນທີ 6 ພຶດສະພາ 2022 ເວັບໄຊ Straitstimes ໄດ້ລາຍງານວ່າ ຈີນໄດ້ບັງຄັບໜ່ວຍງານຂອງລັດ ແລະ ບັນດາບໍລິສັດທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ໃຫ້ມີການປ່ຽນເຄື່ອງຄອມພິວເຕີ ທີ່ເປັນຍີ່ຫໍ້ຂອງຕ່າງຊາດ ໃຫ້ມາເປັນເຄື່ອງຄອມພິວເຕີທີ່ເປັນຂອງຈີນພາຍໃນໄລຍະເວລາ 2 ປີ.

ໂດຍຂໍ້ບັງຄັບນີ້ນັບເປັນຄວາມພະຍາຍາມໃນການກໍາຈັດເທັກໂນໂລຢີຈາກຕ່າງຊາດແລະໃຫ້ໜ່ວຍງານທີ່ກ່ຽວຂ້ອງຫັນມາໃຊ້ເທັກໂນໂລຢີທີ່ພັດທະນາພາຍໃນປະເທດ ເຊິ່ງມັນຄອບຄຸມທັງອຸປະກອນ semiconductors ໄປຈົນຮອດອຸປະກອນສົ່ງສັນຍານ ລວມເຖິງໂທລະສັບມືຖືນໍາ.

ໃນເບື້ອງຕົ້ນຄາດວ່າຂໍ້ບັງຄັບດັ່ງກ່າວຈະກະທົບຕໍ່ຍອດຂາຍຂອງບໍລິສັດເທັກໂນໂລຢີຊື່ດັ່ງຢ່າງ Dell ແລະ HP ເຊິ່ງທັງສອງບໍລິສັດນີ້ຖືວ່າເປັນເຈົ້າໃຫຍ່ໃນການຕີຕະຫຼາດເຄື່ອງໃຊ້ເທັກໂນໂລຢີໃນຈີນ ພ້ອມກັນນັ້ນມັນຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມໝັ້ນຄົງທາງຂໍ້ມູນຂອງຈີນອີກພ້ອມ.

ນອກຈາກນີ້ແລ້ວ ຍັງມີການລາຍງານວ່າພະນັກງານໃນບໍລິສັດທີ່ຢູໃນເກນຈະຕ້ອງນໍາເອົາເຄື່ອງຄອມພິວເຕີແບຣນຕ່າງຊາດ ມາປ່ຽນເປັນອຸປະກອນທີ່ມີ Software ທີ່ພັດທະນາພາຍໃນປະເທດ ອາດເຮັດໃຫ້ຕ້ອງຍົກເລີກການໃຊ້ແບຣນຄອມພິວເຕີຕ່າງຊາດເຖິງ 50 ລ້ານເຄື່ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/