ສາຍດອງແຊັດຄວນຮູ້! ອ່ານແລ້ວບໍ່ຕອບ ສາມາດເຮັດໃຫ້ກະທົບຈິດໃຈຄົນທີ່ລໍຖ້າໄດ້


ໝູ່ເພື່ອນ, ຄົນສະໜິດ ຫຼື ຕົວເຈົ້າເອງ ເຄີຍມີພຶດຕິກໍາແບບນີ້ບໍ່?  ໂດຍມັກຈະສົ່ງຂໍ້ຄວາມໄປຫາຄົນໆໜຶ່ງທີ່ເຮົາຕັ້ງໃຈຢາກລົມນໍາ ແຕ່ສົ່ງໄປເທື່ອໃດເຂົາກໍມັກຈະອ່ານແລ້ວບໍ່ຕອບ ຫຼື ມັກຈະດອງແຊັດເຮົາ ເຊິ່ງນັ້ນມັນເຮັດໃຫ້ເຮົາຮູ້ສຶກນ້ອຍໃຈ, ຮ້ອນຮົນ, ຄິດຫຼາຍ ເກືອບຈະບໍ່ເປັນຕົວຂອງຕົນເອງຢູ່ແລ້ວ ແຕ່ຈະທັກຈະທ້ວງໄປບອກເຂົາວ່າ ເຮົາຖ້າຢູ່ ກໍບໍ່ໄດ້ອີກ ມັນໜ້າເສົ້າໃຈຫຼືບໍ່?

ຢ່າງໃດກໍຕາມ ຖ້າເຮົາຕົກຢູ່ໃນສະພາບທີ່ກ່າວມາຂ້າງເທິງຢູ່ເລື້ອຍໆ ແມ່ນມັນບໍ່ເປັນຜົນດີຕໍ່ຕົວເຮົາແທ້ ເພາະມັນອາດຈະເຮັດໃຫ້ເຈົ້າມີອາການທາງຈິດໄດ້.

ບາງຄົນທີ່ອ່ານເນື້ອຫາຂ້າງເທິງມາກໍອາດຈະຄິດວ່າ ພຽງ “ອ່ານແລ້ວບໍ່ຕອບ” ມັນສາມາດເຮັດໃຫ້ຄົນໆໜຶ່ງເປັນໄດ້ເຖິງຂະໜາດນັ້ນເລີຍຫວາ? ເຊິ່ງເຮົາກໍສາມາດຫາຂໍ້ສະຫຼຸບໃຫ້ໄດ້ວ່າ ‘ແມ່ນແທ້’ ໂດຍ Dr Tony D. Sampson ສາສະດາຈານຈາກມະຫາວິທະຍາໄລ University of East London ຂອງປະເທດອັງກິດ ໄດ້ເຜີຍວ່າ ‘ການອ່ານແລ້ວບໍ່ຕອບມັນ ເປັນຕົວກະຕຸ້ນໃຫ້ຄົນທີ່ລໍຖ້າເກີດອາລົມດ້ານລົບ’.

ທັງນີ້ ຢ່າລືມວ່າແພລັດຟອມໂຊຊຽວມີເດຍຕ່າງໆ ໃນສະໄໝປັດຈຸບັນນີ້ ມັນມີ Function ທີ່ເວລາສົ່ງຂໍ້ຄວາມແລ້ວຖ້າອີກຝ່າຍເປີດອ່ານມັນຈະມີການແຈ້ງວ່າ “ເຫັນແລ້ວ” ຫຼື “ໄດ້ອ່ານແລ້ວ” ດັ່ງນັ້ນຖ້າຕອບຊ້າແລ້ວແກ້ຕົວວ່າ “ຫາກໍເຫັນ” , “ຄາວຽກ” ຫຼື “ບໍ່ໄດ້ສັງເກດ” ມັນກໍອາດຈະເປັນເຫດຜົນຂອງການບໍ່ຢາກຕອບ.

ໂດຍ Dr Tony ບອກວ່າການແຊັດຂໍ້ຄວາມຫາກັນໃນຊ່ອງທາງໂຊຊ່ຽວມີເດຍ ຖືກອອກແບບມາເພື່ອໃຫ້ເກີດການສື່ສານທີ່ວ່ອງໄວ ດັ່ງນັ້ນການດອງແຊັດຈຶ່ງຜົນຕໍ່ຈິດໃຈຂອງຄົນສົ່ງ ເຖິ່ງຖ້າຄົນຮັບຂໍ້ຄວາມອ່ານແລ້ວບໍ່ຕອບກັບມາທັນທີ ຫຼື ປ່ອຍໄວ້ເປັນເວລາດົນ ຄົນທີ່ລໍຖ້າກໍຈະເກີດຂໍ້ສົງໄສວ່າ ຕົນເອງເຮັດຫຍັງຜິດຫຼືບໍ່ ແລະ ອາດຈະເຖິງຂັ້ນມີການຄຽດໃຫ້ກັນເລີຍກໍໄດ້ ຫຼື ໃນບາງກໍລະນີອາດບານປາຍໄປເປັນເລື່ອງຜິດຖຽງກັນ.

ດັ່ງນັ້ນ ສໍາລັບຄົນທີ່ຕິດໂຊຊຽວມີເດຍເປັນຊີວິດຈິດໃຈ ຫາກພົບກັບສະຖານະການ “ອ່ານແລ້ວບໍ່ຕອບ” ຢູ່ຫຼາຍໆຄັ້ງ ມັນຈະກາຍເປັນແຮງກະຕຸ້ນທີ່ເຮັດໃຫ້ເກີດຄວາມຮູ້ສຶກວິຕົກກັງວົນ, ຊຶມເສົ້າ ແລະ ຮູ້ສຶກໂດດດ່ຽວ.

ເຖິງຢ່າງນັ້ນ ຈະມາໂທດວ່າເປັນຄວາມຜິດຂອງຝ່າຍຄົນອ່ານທັງໝົດ ກໍບໍ່ແມ່ນວ່າຈະຖືກຕ້ອງ ເພາະມັນບໍ່ໄດ້ມີກົດບັງຄັບວ່າ ອ່ານແລ້ວຕ້ອງຕອບທັນທີ ໂດຍສາເຫດອາດແມ່ນບາງຄົນອາດບໍ່ສະດວກຕອບ ຫຼື ຍັງບໍ່ຢາກຕອບກໍເປັນໄດ້.

ເມື່ອພົບກັບເຫດການໃນລັກສະນະນີ້ ກໍຄວນມີວິທີຮັບມືກັບມັນໃຫ້ໄດ້ ໂດຍຜ່ານວິທີເຫຼົ່ານີ້:

  • ລອງເປີດໃຈລົມກັບຄົນທີ່ມີຄວາມສົນໃຈຄ້າຍໆກັນ ເພາະຖ້າລົມເລື່ອງທີ່ມັກ ທັງເຈົ້າແລະຄົນລົມ ແມ່ນຈະບໍ່ປ່ອຍໃຫ້ອີກຝ່າຍຖ້າເປັນເວລາດົນນານແນ່ນອນ.
  • ໂອ້ລົມ ຫຼື ຫາເລື່ອງສົນທະນາກັບໝູ່ເພື່ອນ, ຄົນສະໜິດ ຫຼື ຄອບຄົວໃຫ້ຫຼາຍໆ ເຈົ້າຈຶ່ງຈະບໍ່ຕ້ອງໄປຄິດຫາຄົນໆດຽວ.
  • ໃນໂລກໂຊຊຽວ ມີຫຼາຍສິ່ງຫຼາຍຢ່າງໃຫ້ເຮົາເຮັດ ບໍ່ແມ່ນຈະມີພຽງການແຊັດລົມກັນ. ດັ່ງນັ້ນໃນລະຫວ່າງທີ່ລໍຖ້າອີກຝ່າຍຕອບ ກໍຄວນຫາກິດຈະກໍາຢ່າງອື່ນມາເຮັດຂັ້ນເວລາກໍໄດ້ ເຈົ້າຈຶ່ງຈະໄດ້ບໍ່ຈົດຈໍ່ກັບຄໍາວ່າ “ອ່ານແລ້ວບໍ່ຕອບ”

ຢ່າງໃດກໍດີ ທຸກສິ່ງທຸກຢ່າງມັນຂຶ້ນທີ່ຕົວເຮົາເອງທີ່ຈະເລືອກຮັບມື ແລະ ຈັດການໃຫ້ມັນອອກມາໃນຮູບແບບໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/