ລັດຖະບານລາວ ຂອບໃຈທະນາຄານໂລກທີ່ໃຫ້ການສະໜັບສະໜູນຕະຫຼອດມາ ແລະ ສອງຝ່າຍຫາລືແຜນຕໍ່ໜ້າຕື່ມອີກ


ວັນທີ 3 ພຶດສະພາ 2022 ທີ່ຜ່ານມານີ້, ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບຜູ້ອຳນວຍການປະຈຳພາກພື້ນຈາກທະນາຄານໂລກ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜູ້ອຳນວຍການປະຈຳພາກພື້ນຈາກທະນາຄານໂລກ ພ້ອມດ້ວຍຄະນະທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້.

ໂດຍສະເພາະແມ່ນການພົບປະ ແລກປ່ຽນບົດຮຽນກັບພາກສ່ວນທີ່ກ່ຽວຂ້ອງໃນການຮ່ວມມືດ້ານຕ່າງໆ ທາງລັດຖະມົນຕີໄດ້ສະແດງຄຳຂອບໃຈຕໍ່ກັບທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ລາວ ໃນໄລຍະທີ່ຜ່ານມາ ຫຼາຍຂົງເຂດວຽກງານ ໂດຍສະເພາະແມ່ນການຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງລັດຖະບານລາວທີ່ສອດຄ່ອງ ແລະ ຕິດພັນກັບແຜນຍຸດທະສາດ, ການຮ່ວມມືກັບລັດຖະບານລາວ ແລະ ທະນາຄານໂລກ ໃນໄລຍະທີ່ຜ່ານມາ ພ້ອມນີ້ທັງສອງຝ່າຍຍັງໄດ້ປຶກສາຫາລື ແຜນການຮ່ວມມືກັນໃນຕໍ່ໜ້າຕື່ມອີກ.

ຂອບໃຈຂໍ້ມູນຈາກ: https://bit.ly/3kVr6bH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/