ການເລືອກເກີດບໍ່ໄດ້ ຂອງກອງໜ້າ F1 ເມື່ອນັກເຕະຄົນໜຶ່ງ ຖືກໂຈມຕີຈາກສື່ ແລະ ຄົນໃນຊາດຕົນເອງ


ໃນຍຸກນີ້ ຖ້າຈະເວົ້າເຖິງກອງໜ້າຕົວເປົ້າທີ່ດີທີ່ສຸດ ທັງໃນ ແລະ ນອກສະໜາມ ເປັນແບບຢ່າງທີ່ດີ ຫຼາຍໆຄົນຕ້ອງເວົ້າເຖິງ ໂຣເບີດ ເລວານໂດສກີ້ ດາວຍິງຂອງ ບາເຍີນ ມິວນິກ ແລະ ອື່ນໆອີກຫຼາຍຄົນ.

ແຕ່ມື້ນີ້ຈະພາມາຮູ້ຈັກກັບ ກອງໜ້າ F1 ຂອງ ເຣອັນ ມາດຣິດ ທີ່ປີນີ້ ຜົນງານໂດດເດັ່ນຫຼາຍນັ້ນກໍຄື ຄາຣິມ ເບນເຊມາ ທີ່ຄົນຫຼາຍຄົນເບິ່ງຂ້າມ. ໃນສາຍຕາແຟນບານທົ່ວໄປ ລາວມັກຈະຖືກເບິ່ງວ່າເປັນນັກເຕະທີ່ມີຂ່າວເສຍໆຫາຍໆ ຕະຫຼອດ ແລະ ມັກຈະຖືກໂຈມຕີຈາກສື່ຕ່າງໆໃນປະເທດບ້ານເກີດຕົນເອງ.

ໃນປີ 2000 ຄາຣິມ ເບນເຊມາ ເປັນເຍົາວະຊົນຂອງສະໂມສອນ Olympique Lyonnais ທີມໃນຝຣັ່ງ ບ້ານເກີດຂອງລາວ, ເບນເຊມາ ຖືວ່າເປັນເດັກໜຸ່ມທີ່ມີຄວາມສາມາດສູງ ເກັ່ງເຖິງຂັ້ນວ່າ ໄດ້ຮັບສັນຍານັກເຕະອາຊີບຕັ້ງແຕ່ອາຍຸ 17ປີ ເຊິ່ງໃນເວລານັ້ນມີໜ້ອຍຄົນທີ່ເຮັດໄດ້.

ຫຼັງຈາກໄດ້ຮັບສັນຍາ ເບນເຊມາ ກໍໃຊ້ເວລາບໍ່ດົນກ້າວຂຶ້ນມາເປັນກຳລັງສຳຄັນໃຫ້ກັບທີມ ແລະ ພາທີມປະສົບຜົນສຳເລັດຢ່າງຫຼວງຫຼາຍ, ຈາກນັ້ນຈຶ່ງໄດ້ກາຍເປັນເປົ້າໝາຍສຳຄັນຂອງທີມໃຫຍ່ໆ ທົ່ວຢູໂຣບ. ຈົນສຸດທ້າຍ ໃນປີ 2009 ເບນເຊມາ ໄດ້ຍ້າຍມາຢູ່ກັບ ເຣອັນ ມາດຣິດ ສະໂມສອນຍັກໃຫຍ່ ຈາກສະເປນດ້ວຍຄ່າຕົວ 35 ລ້ານຢູໂຣ ແລະ ກາຍເປັນກຳລັງຫຼັກຕັ້ງແຕ່ມື້ນັ້ນ ຈົນມາຮອດທຸກມື້ນີ້.

ເຫດຜົນທີ່ຄົນວິພາກວິຈານ ແລະ ໂຈມຕີລາວ, ໜຶ່ງກໍແມ່ນຟອມໃນສະໜາມທີ່ອາດຈະບໍ່ໂດດເດັ່ນ ເພາະຖືກບົດບັງດ້ວຍບາລະມີຂອງ ຄຣິສເຕຍໂນ ໂຣນັລໂດ້ ແລະ ຮັບບົດພະຮອງຕະຫຼອດເວລາ.

ແຟນບານສ່ວນຫຼາຍ ທີ່ບໍ່ແມ່ນແຟນບານຂອງ ເຣອັນ ມາດຣິດ ແທ້ໆ ມັກຈະເວົ້າວ່າ ກອງໜ້າຄົນນີ້ ບໍ່ມີປະສິດທິພາບ ຍິງກໍບໍ່ຄົມ ແລ່ນກໍບໍ່ໄວ ເປັນຫຍັງຄືໄດ້ເປັນຕົວຈິງໃຫ້ກັບສະໂມສອນດົນປານນີ້.

ແຕ່ຈາກມຸມມອງຂອງນັກເຕະດ້ວຍກັນເອງ ແມ່ນຍ້ອງລາວວ່າເປັນຄົນທີ່ສຸດຍອດຫຼາຍ ແມ່ນແຕ່ ເທີຣີ້ ອອງຣີ  ສຸດຍອດກອງໜ້າ ຂອງຊາວຝຣັ່ງ ຍັງອອກມາຍ້ອງ ເບນເຊມາ. ມີສະຖິຕິອອກມາວ່າ ລາວເປັນໜຶ່ງໃນນັກເຕະຂອງຝຣັ່ງທີ່ຍິງໄດ້ຫຼາຍທີ່ສຸດ ແລະ ເປັນນັກເຕະຝຣັ່ງທີ່ສາມາດຄວ້າແຊັ້ມ UEFA Champions League ໄດ້ຫຼາຍທີ່ສຸດນຳອີກ.

ອີກເລື່ອງໜຶ່ງຄື ພື້ນຖານຂອງລາວເປັນຄົນຂີ້ອາຍ ບໍ່ຄ່ອຍຊຸມແຊວກັບໃຜ ເລີຍມັກຈະຖືກເບິ່ງວ່າ ເປັນຄົນຫຍິ່ງຍະໂສ ແລະ ອີກຈຸດໜຶ່ງທີ່ສຳຄັນ ທີ່ມັກເຮັດໃຫ້ສື່ ແລະ ຄົນຝຣັ່ງ ຕັດສິນລາວໄປໃນທາງທີ່ຜິດ ນັ້ນກໍຄື ເບນເຊມາ ເກີດແລະໃຫຍ່ມາໃນພື້ນທີ່ໜຶ່ງໃນຝຣັ່ງ ທີ່ຊື່ວ່າ Bron (ບຣົງ) ເຊິ່ງເປັນພື້ນທີ່ ຫຼື ຊຸມຊົນທີ່ບໍ່ຄ່ອຍດີຂອງຝຮັ່ງ ເຊິ່ງເວລາເກີດບັນຫາຫຍັງຂຶ້ນມາ ຄົນກໍເລີຍມັກຕັດສິນລາວໄປກ່ອນ ຍ້ອນລາວເປັນຄົນໃນພື້ນທີ່ນີ້.

ເຫດການທີ່ຢືນຢັນເລື່ອງນີ້ກໍຄື ໃນການແຂ່ງຂັນ  Euro 2008 ທີ່ທີມຊາດຝຣັ່ງ ຕົກຮອບທຳອິດ ຫຼື ຮອບ 32 ທີມ ໂດຍທີ່ກະແສຂ່າວອອກມາວ່າ ມີການຜິດຖຽງກັນ ລະຫວ່າງນັກເຕະຮຸ່ນໃຫຍ່ ກັບ ນັກເຕະດາວຮຸ່ງ Gen87 (ນັກເຕະທີ່ເກີດໃນປີ 1987) ກຸ່ມນີ້ປະກອບມີ ຄາຣິມ ເບນເຊມາ, ຊາເມຍ ນາສຣີ້, ຮາເຍັມ ເບນອາຟຟາ ແລະ ເຈຣາມີ້ ເມັນເດສ.

ເຊິ່ງກຸ່ມນີ້ໄດ້ໂດ່ງດັງ ແລະ ໄດ້ຮັບຄຳຍ້ອງຍໍມາແຕ່ປີ 2004 ຈາກຜົນງານທີ່ພາຝຣັ່ງຄວ້າແຊັ້ມ Euro U17 ເລີຍເຮັດໃຫ້ກຸ່ມນີ້ມີອີໂກ້ສູງ. ສາເຫດທີ່ຜິດກັນ ແມ່ນຍ້ອນວ່າຕາມທຳນຽມຂອງການຊ້ອມໃນແຄັ້ມທີມຊາດຝຣັ່ງ ຫຼັງຈາກຊ້ອມແລ້ວ ເດັກໃໝ່ຕ້ອງເປັນຄົນເກັບໝາກບານ ແລະ ອຸປະກອນຕ່າງໆໄວ້ ແຕ່ນັກເຕະຕັ້ງແຕ່ຍຸກໃໝ່ໃນຕອນນັ້ນ ຫຼືວ່າ ນັກເຕະ Gen87 ບໍ່ຍອມເກັບເລີຍເຮັດໃຫ້ມີບັນຫາກັນ.

ເຊິ່ງຕົວຕົ້ນເລື່ອງນີ້ ແມ່ນ ຊາເມຍ ນາສຣີ້ ແຖມລາວຍັງໃຫ້ສຳພາດໃນພາຍຫຼັງອີກວ່າ: “ເຮົາຈ້າງຄົນມາເກັບ ເປັນຫຍັງເຮົາຕ້ອງເກັບເອງ”. ແຕ່ຕອນນັ້ນ ເຊື່ອຫຼືບໍ່ວ່າ ສື່ທຸກສື່ໃນຝຣັ່ງໂທດ ເບນເຊມາ ວ່າເປັນຄົນກໍ່ເລື່ອງ ຍ້ອນພື້ນຖານທີ່ລາວໃຫຍ່ມາໃນຊຸມຊົນທີ່ບໍ່ດີ ແລະ ເປັນຄົນເກັ່ງສຸດໃນດາວຮຸ່ງຍຸກນັ້ນ.

ອີກໜຶ່ງເຫດການທີ່ເຮັດໃຫ້ເຫັນວ່າສື່ຝຣັ່ງໂຈມຕີລາວກໍແມ່ນ ໃນປີ 2015 ກໍລະນີ Sex Tape ຂອງ ມາຕິເອີ ວາບູເອນາ ກອງກາງທີມຊາດຝຣັ່ງທີ່ຫຼຸດໄປຢູ່ໃນມືຂອງກຸ່ມຄົນບໍ່ດີ ແລະໄດ້ມີການ Blackmail ຂົ່ມຂູ່ເອົາເງິນເປັນຈຳນວນ 150,000 ຢູໂຣ, ດ້ວຍຄວາມຫວັງດີຂອງ ເບນເຊມາ ຈຶ່ງເຂົ້າໄປບອກ ວາບູເອນາ ວ່າໃຫ້ຈ່າຍໆໄປໂລດ ເລື່ອງມັນຈະໄດ້ຈົບໆ ແຕ່ໜຶ່ງໃນກຸ່ມຄົນບໍ່ດີນັ້ນ ເປັນໝູ່ສະໄໝຍັງນ້ອຍຂອງ ເບນເຊມາ  ແລະ ໄດ້ມີບົດສົນທະນາຂອງ ເບນເຊມາ ກັບໝູ່ຄົນນີ້ຫຼຸດອອກມາ. ບວກກັບທີ່ລາວໄປບອກໃຫ້ ວາບູເອນາ ຍອມຈ່າຍເງິນ ເຮັດໃຫ້ສື່ທຸກສຳນັກຂຽນຂ່າວໂຈມຕີລາວ ວ່າລາວມີສ່ວນກ່ຽວຂ້ອງກັບການ Blackmail ໂດຍທີ່ຍັງບໍ່ມີການພິສູດໃດໆ.

ຈາກກະແສລົບແບບນີ້ ເຮັດໃຫ້ທາງສະຫະພັນບານເຕະຝຣັ່ງ ຕັດຊື່ ເບນເຊມາ ອອກຈາກການຕິດທີມຊາດທັນທີ ແລະ ເກີດກະແສດຣາມ່າໄປທົ່ວປະເທດ ລາມໄປເຖິງການແບ່ງແຍກເຊື້ອຊາດຂອງ ເບນເຊມາ ເພາະລາວມີເຊື້ອສາຍ ອາຈີເຣຍ.

ເຊິ່ງໃນເວລານັ້ນ ເບນເຊມາ ໄດ້ກາຍເປັນຄົນຊົ່ວໃນສາຍຕາຂອງຄົນໝົດປະເທດ ແລະ ຖືກປະນາມວ່າເປັນນົກສອງຫົວ, ຫັກຫຼັງໝູ່ຮ່ວມທີມຊາດນຳກັນເອງ. ແຕ່ຕອນນັ້ນຄະດີຍັງບໍ່ສິ້ນສຸດ ແລະ ຍັງບໍ່ມີການຕັດສິນໃດໆຈາກສານ  (ປັດຈຸບັນແມ່ນສານຊັ້ນຕົ້ນຕັດສິນວ່າ ມີຄວາມຜິດໃນຂໍ້ຫາຮູ້ເຫັນ ແລະ ເປັນຄົນກາງ ແຕ່ຍັງຕ້ອງສູ້ກັນໃນຊັ້ນສານຕໍ່ໄປ)

ແຕ່ວ່າໃນຕອນນັ້ນສື່ທຸກສື່ເຫັນລາວເປັນຜູ້ຮ້າຍໄປຮຽບຮ້ອຍແລ້ວ. ຊ້ຳບໍ່ໜຳ ຍັງມີນັກຂ່າວບາງຄົນຍັງພະຍາຍາມໂຈມຕີລາວຕະຫຼອດເວລາແບບບໍ່ມີເຫດຜົນ ຍ້ອນເຊື້ອຊາດຂອງລາວ. ເຊິ່ງກໍລະນີແບບນິ້ມັກເກີດກັບ ເບນເຊມາ ຕະຫຼອດ ຍ້ອນການເລືອກເກີດບໍ່ໄດ້ຂອງລາວ.

ອີກໜຶ່ງກໍລະນີຄ້າຍໆກັນກໍຄື ໄລຍະທີ່ມີການເກັບຕົວທີມຊາດ ມີຂ່າວອອກມາວ່າ ແຟຣງ ຣິເບີຣີ ປີກຄວາມໄວສູງທີມຊາດຝຣັ່ງ ແລະ ເບນເຊມາ ໄດ້ໄປຊື້ບໍລິການທາງເພດກັບຜູ້ຍິງທີ່ຍັງບໍ່ທັນບັນລຸນິຕິພາວະ ເຊິ່ງເປັນເລື່ອງຜິດກົດໝາຍ.

ໃນຕອນນັ້ນ ຍັງບໍ່ທັນມີການຍືນຢັນ ຫຼື ຕັດສິນໃດໆຈາກສານ ແຕ່ສື່ລວມເຖິງແຟນບານຊາວຝຣັ່ງໄດ້ຕັດສິນລາວໄປແລ້ວວ່າເປັນຄົນຜິດ. ພາຍຫຼັງ ສານໄດ້ຕັດສິນອອກມາວ່າ ເບນເຊມາບໍ່ມີຄວາມຜິດໃດໆ ແຕ່ກໍບໍ່ມີໃຜແກ້ຂ່າວໃຫ້ລາວ ແລະ ປະນາມວ່າລາວບໍ່ດີ ນຳຄວາມເສື່ອມເສຍມາໃຫ້ປະເທດ ທັ້ງໆທີ່ຄວາມຈິງລາວບໍ່ໄດ້ເຮັດຫຍັງເລີຍ.

ນອກຈາກກໍລະນີເຫຼົ່ານີ້ ກໍຍັງມີອີກຫຼາຍເລື່ອງທີ່ລາວຖືກໂຈມຕີຈາກຄົນໃນບ້ານເກີດຂອງຕົນເອງ ເຊິ່ງທີ່ໜ້າຫົດຫູ່ແມ່ນ ບັນຫາຫຼາຍຢ່າງທີ່ສົ່ງຜົນເສຍຕໍ່ອາຊີບຂອງລາວ ແມ່ນເກີດຈາກການທີ່ສື່ໂຈມຕີແບບບໍ່ມີເຫດຜົນ ຍ້ອນວ່າບໍ່ມັກໃນຄວາມເປັນລາວ ບໍ່ວ່າຈະເປັນ ທ່າທາງທີ່ຈິງຈັງ ບໍ່ເຂົ້າສັງຄົມ ຫຼື ບ່ອນທີ່ລາວເກີດ ລວມໄປຮອດເຊື້ອຊາດຂອງລາວ ທີ່ລາວເລືອກເກີດບໍ່ໄດ້.

ບົດສະຫຼຸບຂອງເລື່ອງນີ້ແມ່ນ ເບນເຊມາ ຕ້ອງທົນທຸກກັບເລື່ອງທີ່ລາວບໍ່ໄດ້ເປັນຄົນກໍ່ ແລະ ເສຍຜົນປະໂຫຍດຫຼາຍຢ່າງຈາກເຫດການຫຼົ່ານີ້, ໃນການຫຼິ້ນໃຫ້ສະໂມສອນເບນເຊມາ ຖືວ່າເປັນອີກໜຶ່ງໃນນັກເຕະທີ່ປະສົບຜົນສຳເລັດຫຼາຍທີ່ສຸດໃນໂລກ ລາວສາມາດຄວ້າທຸກແຊັ້ມທີ່ລົງຫຼິ້ນ ແຕ່ໃນນາມທີມຊາດລາວກັບບໍ່ປະສົບຜົນສຳເລັດ ແລະ ບໍ່ໄດ້ລົງຫຼິ້ນຫຼາຍເທົ່າທີ່ຄວນ ຍ້ອນຂ່າວບໍ່ດີຕ່າງໆທີ່ສື່ສ້າງຂຶ້ນ ເຊິ່ງໃນທີ່ສຸດແລ້ວ ມັນບໍ່ແມ່ນຄວາມຈິງເລີຍ. ຄວາມສຳເລັດດຽວທີ່ລາວໄດ້ໃນນາມທີມຊາດຝຣັ່ງ ແມ່ນການຄວ້າແຊັ້ມ Euro U17 ໃນປີ 2004.

ສຸດທ້າຍນີ້ ເຖິງບັນຫານອກສະໜາມທີ່ທັບຖົມເຂົ້າມາຫຼາຍພຽງໃດ ແຕ່ ເບນເຊມາ ກໍບໍ່ເຄີຍທໍ້ຖອຍ ຈາກເດັກນ້ອຍ ດາວຮຸ່ງຄົນໜຶ່ງທີ່ພົບກັບບັນຫາຫຼາຍຂະໜາດນີ້ ຖ້າເປັນຄົນອື່ນບໍ່ຮູ້ຈະເປັນແນວໃດ ແຕ່ ເບນເຊມາ ລາວກົ້ມໜ້າເຮັດຜົນງານໃຫ້ດີທີ່ສຸດໃຫ້ກັບທີມ ໃນນາມສະໂມສອນ ລາວຖືເປັນກຳລັງສຳຄັນໃຫ້ກັບ ເຣອັນ ມາດຣິດ ທີ່ຖືວ່າເປັນທີມໜຶ່ງທີ່ດີທີ່ສຸດໃນໂລກ ໄດ້ເປັນເວລາ 10 ກວ່າປີແລ້ວ ແລະ ນີ້ກໍເປັນອີກສິ່ງໜຶ່ງທີ່ບົ່ງບອກເຖິງຄວາມສຸດຍອດຂອງລາວ ທີ່ທາງຝຣັ່ງເບິ່ງບໍ່ເຫັນ.

ລາວເຄີຍໃຫ້ສຳພາດວ່າ: ລາວພູມໃຈໃນທຸກຢ່າງທີ່ລາວເປັນມາ ບໍ່ວ່າຈະເປັນຖິ່ນກຳເນີດ, ເຊື້ອຊາດ ທຸກສິ່ງທີ່ລາວເປັນ ແລະ ເຖິງແມ່ນວ່າສື່ໃນບ້ານເກີດຕົນເອງຈະເຮັດກັບລາວແບບນີ້ ແຕ່ລາວກໍຈະຮັກ ແລະ ເຊຍທີມຊາດຝຣັ່ງຕະຫຼອດໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/