ເຊວຊີຢືນຢັນ! ກຸ່ມທຶນຂອງ Todd Boehly ເສດຖີຊາວອາເມຣິກາ ຈະເຂົ້າມາເປັນເຈົ້າຂອງໃໝ່ ດ້ວຍມູນຄ່າ 2,500 ລ້ານປອນ


ຫຼັງຈາກເມື່ອປະມານ 2-3 ເດືອນທີ່ຜ່ານມາ ສະໂມສອນບານເຕະ ເຊວຊີ ທີມດັງຈາກອັງກິດ ຕ້ອງຕົກຢູ່ໃນສະພາວະບໍ່ມີເຈົ້າຂອງຢ່າງເປັນທາງການ ເນື່ອງເຈົ້າຂອງເກົ່າ ຢ່າງ ໂຣມັນ ອັບບຣາໂມວິສ ທີ່ເປັນຊາວຣັດເຊຍ ຖືກບັງຄັບໃຫ້ຍຸຕິບົດບາດການເປັນເຈົ້າຂອງ ແລະ ຍຶດເອົາຊັບສິນທັງໝົດທີ່ມີໃນອັງກິດ (ລວມທັງສະໂມສອນເຊວຊີ) ພາຍໃຕ້ມາດຕະການຂວ້ຳບາດຂອງອັງກິດ ທີ່ມີຕໍ່ຣັດເຊຍ ເຮັດໃຫ້ບັນດາມະຫາເສດຖີຈາກທົ່ວທຸກມຸມໂລກ ທີ່ສົນໃຈຈະລົງທຶນໃນທີມບານເຕະ ເຂົ້າມາລຽງແຖວຂໍຊື້ເຊວຊີແບບບໍ່ຂາດສາຍ.

ຫຼ້າສຸດ ສະໂມສອນເຊວຊີໄດ້ມີການປະກາດອອກມາແລ້ວວ່າ ໄດ້ບັນລຸຂໍ້ຕົກລົງ ເງື່ອນໄຂຕ່າງໆກັບກຸ່ມທຶນທີ່ຈະມາເປັນເຈົ້າຂອງໃໝ່ໄດ້ແລ້ວ ໂດຍຕົກລົງກັນທີ່ລາຄາ 2,500 ລ້ານປອນ.

ໂດຍຖະແຫຼງການຂອງທາງເຊວຊີມີເນື້ອໃນວ່າ: “ສະໂມສອນ ເຊວຊີ ຂໍຢືນຢັນວ່າໄດ້ບັນລຸຂໍ້ຕົກລົງເງື່ອນໄຂກັບເຈົ້າຂອງທີມລາຍໃໝ່ໄດ້ແລ້ວ. ເປັນກຸ່ມທຶນທີ່ນຳໂດຍ ທັອກ ໂບລີ, ເຄຍເລັກ ແຄັບປິຕອລ, ມາກ ວໍເຕີ ແລະ ຮັນຍອກ ວິສ.

ຈາກການລົງທຶນທັງໝົດ 2,500 ລ້ານປອນ ແມ່ນຈະຖືກນໍາໃຊ້ເພື່ອຊື້ຮຸ້ນໃນສະໂມສອນ. ແລະ ເງິນຈຳນວນດັ່ງກ່າວຈະຖືກຝາກເຂົ້າໄປໃນບັນຊີທະນາຄານອັງກິດທີ່ຖືກລະງັບໄປກ່ອນໜ້ານີ້ຂອງ ໂຣມັນ ອັບບຣາໂມວິສ. ໂດຍເງິນຈຳນວນນີ້ຈະຖືກບໍລິຈາກ 100% ໃຫ້ແກ່ການກຸສົນ ຕາມຄວາມຕັ້ງໃຈຂອງ ໂຣມັນ ອັບບຣາໂມວິສ ທີ່ຢືນຢັນໄປກ່ອນໜ້ານີ້. ແຕ່ສຳລັບເງິນທີ່ຈະຖືກໂອນເຂົ້າບັນຊີທີ່ຖືກໂຈະໄວ້ນັ້ນ ແມ່ນຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານອັງກິດ ອີກເທື່ອໜຶ່ງ.

ນອກຈາກນີ້ ອະນາຄົດເຈົ້າຂອງທີມຄົນໃໝ່ ຍັງລົງທຶນເພີ່ມຕື່ມອີກ 1,750 ລ້ານປອນ ເພື່ອໃຫ້ເປັນປະໂຫຍດ ແກ່ສະໂມສອນ ລວມເຖິງການລົງທຶນໃນການປັບປຸງ ສະໜາມ ສະແຕັມຟອດ ບຣິດສ (Stamford Bridge), ສູນຝຶກເຍົາວະຊົນ ຂອງສະໂມສອນ, ທີມບານເຕະ ຍິງ ໄປຈົນຮອດສະໜາມ ຄິງເມໂດ ລວມເຖິງການລະດົມທຶນຢ່າງຕໍ່ເນື່ອງໃນສ່ວນຂອງ ມູນນິທິຂອງສະໂມສອນເຊວຊີອີກນຳ.

ການຂາຍສະໂມສອນຄາດວ່າຈະສໍາເລັດໃນທ້າຍເດືອນພຶດສະພາ. ຂຶ້ນກັບການອະນຸມັດກົດລະບຽບທີ່ຈໍາເປັນທັງໝົດ ລາຍ​ລະ​ອຽດ​ເພີ່ມ​ຕື່ມ​ຈະ​ແຈ້ງໃຫ້ຊາບນເວລານັ້ນ.

ທັອດ ໂບລີ ເປັນເຈົ້າຂອງທີມ Los Angeles Dodgers ໃນ Major League Baseball ໃນສະຫະລັດ. ກ່ອນໜ້ານີ້ໃນປີ 2019 ລາວສົນໃຈທີ່ຈະຊື້ ເຊວຊີ ເທື່ອໜຶ່ງແລ້ວ ແຕ່ຖືກປະຕິເສດໄປ.

       ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/