ເກີດເຫດລະເບີດຮຸນແຮງ ໃນໂຮງແຮມ ປະເທດຄິວບາ ຍອດຜູ້ເສຍຊີວິດ ບໍ່ຕໍ່າກວ່າ 22 ຄົນ ແລະ ບາດເຈັບຫຼາຍກວ່າ 70 ຄົນ


ໃນວັນສຸກທີ 6 ພຶດສະພາ ໄດ້ເກີດເຫດລະເບີດຢ່າງຮຸນແຮງ ທີ່ໂຮງແຮມຫຼູ ຊາຣາໂຕກາ (Hotel Saratoga) ໃຈກາງເມືອງ ຮາວານາ ປະເທດຄິວບາ. ໂດຍແຮງລະເບີດສົ່ງຜົນໃຫ້ອາຄານໂຮງແຮມເສຍຫາຍຢ່າງໜັກ ເປັນເຫດໃຫ້ມີຜູ້ເສຍຊີວິດໄປແລ້ວບໍ່ຕໍ່າກວ່າ 22 ຄົນ ແລະ ບາດເຈັບອີກຫຼາຍກວ່າ 70 ຄົນ.

ກ່ຽວກັບສາເຫດຂອງການລະເບີດ ແມ່ນໄດ້ມີການຖະແຫຼງການຜ່ານທາງໂທລະພາບຂອງປະເທດຄິວບາວ່າ ສາເຫດການລະເບີດ ໜ້າຈະເກີດຈາກ ແກສຮົ່ວ. ປະທານາທິບໍດິ ມິເກວ ດິອາສ-ກາແນວ ແຫ່ງຄິວບາ ໃຫ້ສຳພາດກັບ Reuters ວ່າ: “ມັນບໍ່ແມ່ນການວາງລະເບີດ ຫຼື ການໂຈມຕີຢ່າງແນ່ນອນ. ມັນເປັນອຸບັດຕິເຫດທີ່ໂຊກຮ້າຍແທ້ໆ”.

ເຫດ​ລະ​ເບີດຄັ້ງນີ້​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ໂຮງຮຽນ​ແຫ່ງ​ໜຶ່ງ​ໃນບໍລິເວນນັ້ນ ທີ່​ມີ​ນັກ​ຮຽນ 300 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ເດັກ​ນ້ອຍ 1 ຄົນ​ເສຍ​ຊີວິດ ແລະ ອີກຢ່າງໜ້ອຍ 15 ຄົນໄດ້ຮັບບາດເຈັບ, ອີງຕາມຂໍ້ມູນຈາກອົງການສາທາລະນະສຸກ.

ສໍາລັບໂຮງແຮມດັ່ງກ່າວ ແມ່ນເປັນໂຮງແຮມຂະໜາດ 96 ຫ້ອງ ຖືເປັນອີກໜຶ່ງໂຮງແຮມທີ່ມີຊື່ສຽງທີ່ສຸດຂອງ ຄິວບາ ແລະ ຢູ່ໃນຂັ້ນຕອນການກະກຽມຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ອີກ​ໃນ 2-3 ມື້ ເຮັດໃຫ້​ໃນ​ເວລາ​ເກີດ​ເຫດ ມີພຽງແຕ່ຄົນທີ່ເຮັດວຽກຢູ່ພາຍໃນ.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/