ຊີເກມຄັ້ງທີ 31! ນັກກິລາອີສະປອດພ້ອມສູ້ຊົນຈົນສຸດຄວາມສາມາດ


ສະຫະພັນກິລາອີສະປອດ ແຫ່ງຊາດລາວ ຈະສົ່ງຄະນະນໍາ, ກໍາມະການ, ຄູຝຶກ ແລະ ນັກກິລາ 68 ຄົນ, ໃນນີ້ ສະເພາະນັກກິລາ 50 ຄົນ ເຂົ້າຮ່ວມງານມະຫະກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022 ເຊິ່ງຖືເປັນຄັ້ງປະຫວັດສາດທີ່ສະຫະພັນດັ່ງກ່າວສົ່ງເຂົ້າຮ່ວມຫຼາຍທີ່ສຸດຕັ້ງແຕ່ເຄີຍສົ່ງນັກກິລາເຂົ້າຮ່ວມແຂ່ງຂັນລະດັບສາກົນໃນໄລຍະຜ່ານມາ.

ພິທີຖະແຫຼງຂ່າວກ່ຽວກັບນັກກິລາອີສະປອດທີມຊາດລາວເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 5 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະກໍາມະການໂອລິມປິກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ, ຮອງຫົວໜ້າກົມກິລາລະດັບສູງ, ກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສິຣິສັກສາ, ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ.

ໃນຊີເກມຄັ້ງນີ້, ນັກກິລາອີສະປອດ ທີມຊາດລາວ ຈະແຂ່ງຂັນ 9 ລາຍການ ໂດຍສົ່ງເຂົ້າຮ່ວມ 10 ທີມ ຄື:

  • ປະເພດ Arena of Valor ຫຼື AOV ປະເພດ MOBA ເທິງ ມືຖືຕໍ່ສູ້ທີມຍຸດທະສາດ 5 ຄົນ.
  • ປະເພດ Mobile Legend Bang Bang ຫຼື MLBB ປະເພດ MOBA ເທິງມືຖືຕໍ່ສູ້ທິມຍຸດທະສາດ 5 ຄົນ
  • ປະເພດ League of Legends ຫຼື LOL ປະເພດ MOBA ຜ່ານອຸປະກອນຄອມພິວເຕີ້ຕໍ່ສູ້ທີມຍຸດທະສາດ 5 ຄົນ.
  • ປະເພດ Mobile Legend Bang Bang ຫຼື MLBB ປະເພດ MOBA ເທິງມືຖືຕໍ່ສູ້ທີມຍຸດທະສາດ 5 ຄົນ.
  • League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຍິງລ້ວນຍຸດທະສາດ 5 ຄົນ.
  • League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຊາຍລ້ວນຍຸດທະສາດ 5 ຄົນ.
  • CROSSFIRE ປະເພດ Shooting ທີມ ຜ່ານອຸປະກອນຄອມພິວເຕີ້ ທີມ 5 ຄົນ
  • PUBG Mobile ປະເພດ Shooting ທີມເທິງມືຖື ທີມ 4 ຄົນ (ສົ່ງ 2 ທີມ)
  • FREEFIRE ປະເພດ Shooting ທີມເທິງມືຖື ທີມ 4 ຄົນ (ສົ່ງ 2 ທີມ).

ທ່ານ ໂຈນາທານ ສິຣິສັກສາ, ປະທານສະຫະພັນກິລາອີສະປອດ ແຫ່ງຊາດລາວ ໃຫ້ຮູ້ວ່າ: ເປົ້າໝາຍໃນການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ເພື່ອເປັນການເປີດໂອກາດໃຫ້ນັກກິລາອີສະປອດໃນຫຼາຍປະເພດ ໄດ້ພັດທະນາ ແລະ ມີທ່າກ້າວໃນເວທີສາກົນ ເພື່ອນໍາມາຜັນຂະຫຍາຍຢູ່ລາວໃນອະນາຄົດ, ທັງເປັນການສ້າງຄວາມສາມາດໃຫ້ຄູຝຶກ ແລະ ຄະນະນຳ ແຕ່ລະສະໂມສອນໃຫ້ມີປະສິດທິພາບກວ່າເກົ່າ ເຊິ່ງນັກກິລາອີສະປອດທີມຊາດລາວທຸກຄົນ ພ້ອມແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນຊີເກມຄັ້ງນີ້ ແລະ ຈະສູ້ຊົນຢ່າງສຸດຄວາມສາມາດເພື່ອໃຫ້ໄດ້ຫຼຽນຮາງວັນປະເພດຕ່າງໆ ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ກິລາອີສະປອດຂອງລາວ.

ໃນພິທີຖະແຫຼງຂ່າວຄັ້ງນີ້ ຍັງໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກບໍລິສັດຈໍານວນໜຶ່ງ ໃຫ້ແກ່ສະຫະພັນກິລາ ອີສະປອດແຫ່ງຊາດລາວ ຕື່ມອີກ.

ສໍາລັບກິລາອີສະປອດ ໃນການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ແມ່ນໜຶ່ງໃນຈໍານວນ 11 ປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ເຊິ່ງທັງຄະນະນໍາ, ຄູຝຶກ ແລະ ນັກກິລາມີແຜນຈະອອກເດີນທາງໄປ ສສ ຫວຽດນາມ ເປັນ 4 ຂະບວນ ຄື: ວັນທີ 10, 13, 15 ແລະ 18 ພຶດສະພາ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/