ສຸດຄັກ! ໄວໜຸ່ມຊາວການາ ປະດິດສະກູ໊ດເຕີໄຟຟ້າຈາກພະລັງງານແສງຕາເວັນໃຊ້ເອງ!!


Samuel Aboagye ອາຍຸ 17 ປີ ໃນປະເທດການາ ໄດ້ປະດິດສະກູ໊ດເຕີໄຟຟ້າດ້ວຍເສດໄມ້ເຫຼືອໃຊ້ ເນື່ອງຈາກວ່າແຖວບ້ານລາວມີໄມ້ຈຳນວນຫຼາຍ ເຊິ່ງເປັນໄມ້ທີ່ເຮັດຟືນ, ຢູ່ມາມື້ໜຶ່ງລາວເກີດຄວາມຄິດວ່າໄມ້ເຫຼົ່ານັ້ນສາມາດກາຍເປັນຢ່າງອື່ນທີ່ດີກວ່ານີ້ໄດ້ ຈຶ່ງເກີດເປັນສະກູ໊ດເຕີໄຟຟ້າ ແລະ ຍັງເອົາຢາງລົດ, ອາໄຫຼ່ຊິ້ນສ່ວນຕ່່າງໆມາຈາກລົດຖີບເກົ່າຂອງລາວເອງ. ນອກຈາກນັ້ນ ອາໄຫຼ່ຕ່າງໆທີ່ຫາບໍ່ໄດ້ບາງສ່ວນລາວກໍໄປຊື້ມາເອງ ໂດຍເງິນທີ່ຊື້ກໍແມ່ນເງິນທ້ອນທີ່ໄດ້ຈາກພໍ່ແມ່ໃຫ້ໄປໂຮງຮຽນ ແລະ ບາງສ່ວນຈາກການທີ່ລາວຂີ່ລົດຄັນນີ້ໄປຕາມທາງ ບາງຄົນກໍສະໜັບສະໜູນທຶນໃຫ້ລາວເລັກນ້ອຍເພາະມັກໃນຄວາມຄິດຂອງລາວ.

ລົດຈັກໄຟຟ້າຂອງລາວມີທັງລະບົບກະດິ່ງ, ເບກ, ແສງໄຟ ແລະ ລຳໂພງເພື່ອຟັງເພງ-ວິທະຍຸໄດ້ນຳ. ທຳອິດ Samuel ໄດ້ໃຊ້ແບັດເຕີຣີໂທລະສັບຫຼາຍເຖິງ 20 ກ້ອນເພື່ອຂັບເຄື່ອນ, ເຊິ່ງເຄື່ອງຈັກທີ່ໃຊ້ໃນສະກູ໊ດເຕີໄຟຟ້ານີ້ກໍແມ່ນເຄື່ອງຈັກຫຍິບເຄື່ອງຂອງແມ່ລາວເອງ.

ຕົວ Samuel ເອງ ໄດ້ເລືອກພະລັງງານແສງຕາເວັນມາເປັນພະລັງງານຂັບເຄື່ອນ ຍ້ອນຢາກລົດປະລິມານການປ່ອຍຄາບອນໃນສິ່ງແວດລ້ອມ ເພາະມັນສົ່ງຜົນກະທົບຕໍ່ສຸຂະພາບ. ລົດຄັນນີ້ ສາມາດສາກໄຟຟ້າ ແລະ ເກັບພະລັງງານໄວ້ດ້ວຍໂຊລາເຊວ ມັນຈຶ່ງໃຊ້ໄດ້ເປັນອາທິດໃນການສາກພຽງຄັ້ງດຽວ.

Samuel ໄດ້ເປີດເຜີຍວ່າ ໄດ້ຄວາມຮູ້ມາຈາກຄູສອນວິທະຍາສາດ ແຖມຄູູຍັງຊ່ວຍໃນການຕໍ່ສາຍໄຟຕ່າງໆໃນລົດ. ນອກຈາກສະກູ໊ດເຕີແລ້ວ ໄວໜຸ່ມການາຄົນນີ້ຍັງເຄີຍປະດິດໂດຣນ, ເຄື່ອງຈັກຊັກຜ້າ ແລະ ລຳໂພງບລູທູດຈາກຖັງອີກດ້ວຍ.

ລາວກ່າວວ່າ ກ່ອນພໍ່ຂອງລາວຈະເສຍ ພໍ່ໄດ້ບອກລາວວ່າ “ຢ່າສົນໃຈຄຳທີ່ຄົນອື່ນຈະເວົ້າ ແລ້ວເຈົ້າຈະເປັນຄົນທີ່ເກັ່ງໄດ້” Samuel ໄດ້ກ່າວເພີ່ມວ່າ ໃນອະນາຄົດລາວຢາກມີບໍລິສັດເປັນຂອງຕົນເອງ ລາວຈະສ້າງລົດ, ໂດຣນ,  ລຳໂພງ, ເຄື່ອງດູດຝຸ່ນ… ລາວຢາກຈ້າງຜູ້ຄົນທີ່ມີທັກສະ ແຕ່ມີໂອກາດໜ້ອຍ ບາງຄົນບໍ່ມີຮອດບ່ອນຈະຢູ່ ລາວຢາກໃຫ້ທີ່ຢູ່ອາໄສພວກເຂົາ ໃຫ້ວຽກພວກເຂົາ ແລະ ຢາກໃຫ້ພວກເຂົາມີລາຍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/