ເຈົ້າບ່າວເມົາໜັກເຮັດໃຫ້ມາງານແຕ່ງຊ້າ! ພໍ່ແມ່ເຈົ້າສາວທົນບໍ່ໄຫວເລີຍຍົກໃຫ້ແຕ່ງກັບແຂກໃນງານ


ຖ້າຄິດຈະແຕ່ງງານກັບໃຜຈັກຄົນ ເຮົາຕ້ອງກຽມຄວາມພ້ອມ, ຈັດລຳດັບຄວາມສໍາຄັນໃຫ້ດີ ແລະ ທີ່ສໍາຄັນຢ່າເມົາຈົນເກີນພໍດີ ເພາະບໍ່ສະນັ້ນຈະເປັນຄືເຫດການນີ້ ທີ່ເຈົ້າບ່າວເມົາໜັກເລີຍມາງານແຕ່ງຊ້າ ພໍ່ແມ່ເຈົ້າສາວເລີຍຍົກໃຫ້ແຕ່ງກັບແຂກໃນງານໄປໃນທີ່ສຸດ.
ຕາມການລາຍງານໄດ້ລະບຸວ່າເລື່ອງລາວນີ້ແມ່ນເກີດຂຶ້ນທີ່ປະເທດອິນເດຍ ໂດຍໃນມື້ແຕ່ງງານຂອງຄູ່ບ່າວສາວຄູ່ນີ້ ທຸກຢ່າງພາຍໃນງານແມ່ນໄດ້ກະກຽມໄວ້ເປັນທີ່ຮຽບຮ້ອຍໝົດແລ້ວ ແລະ ງານກໍມີກໍານົດຈັດຂຶ້ນຕອນ 4 ໂມງແລງຂອງມື້ນັ້ນ ເຊິ່ງທາງດ້ານເຈົ້າສາວແລະແຂກທີ່ມາຮ່ວມງານກໍໄດ້ມາລໍຖ້າພ້ອມກັນ.
ເຖິງວ່າງານແຕ່ງແມ່ນຈະເລີ່ມໃນຕອນແລງ ແຕ່ເຈົ້າບ່າວມາຮອດງານຕອນ 8 ໂມງຄໍ່າ ເຊິ່ງຢູ່ໃນສະພາບທີ່ເມົາໜັກໜ່ວງ ເພາະວ່າຕົວເຈົ້າບ່າວນັ້ນໄດ້ໄປສັງສັນກັບໝູ່ເພື່ອນຂອງຕົນເອງ ຈົນເຮັດໃຫ້ລືມເວລາແຕ່ງງານ.
ເມື່ອເຈົ້າບ່າວມາຮອດງານແຕ່ງ ທາງພໍ່ແມ່ຝ່າຍເຈົ້າສາວໄດ້ປະຕິເສດທີ່ຈະໃຫ້ແຕ່ງງານກັນ ໂດຍບອກວ່າ ໄດ້ຍົກລູກສາວໃຫ້ກັບຍາດພີ່ນ້ອງຄົນໜຶ່ງໃນງານແທນແລ້ວ.
ແມ່ຂອງເຈົ້າສາວໄດ້ໃຫ້ສຳພາດກັບສື່ຂອງອິນເດຍວ່າ: “ເຈົ້າບ່າວແລະໝູ່ຂອງລາວເມົາໜັກແຮງ ພວກເຂົາມາຮອດງານຕອນ 8 ໂມງແລງ ແທນທີ່ຈະເປັນຕອນ 4 ໂມງແລງ ແລະ ເລີ່ມຜິດຖຽງກັນ ເຮົາເລີຍຍົກລູກສາວຂອງເຮົາໃຫ້ແຕ່ງກັບຍາດຄົນໜຶ່ງໃນງານແທນ”
ທັງນີ້ ຕາມລາຍງານຍັງໄດ້ບອກວ່າ ເມື່ອເຈົ້າບ່າວມາບໍ່ກົງເວລານັດ ພໍ່ຂອງເຈົ້າສາວໄດ້ຫາເຈົ້າບ່າວຄົນໃໝ່ຈາກແຂກທີ່ມາຮ່ວມງານ ແລະພົບກັບຊາຍຄົນໜຶ່ງທີ່ເໝາະສົມກັບລູກສາວ ເຊິ່ງເປັນຍາດຄົນໜຶ່ງໃນຄອບຄົວທີ່ມາໃນຖານະແຂກ.
ແລະໝູ່ເພື່ອເດ ເຄີຍເມົາຈົນລືມມື້ສໍາຄັນຂອງຕົນເອງແບບນີ້ບໍ່?
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/