ແຄັດທີ້ ພິນພະນາພອນ ສາວ Food Blogger ອາລົມດີ ຜູ້ທີ່ມາພ້ອມຄວາມເຟຣນລີ່ ແລະ ຄວາມມ່ວນຊື່ນ


ພິນພະນາພອນ ຈັນທະພອນ ຫຼື ທີ່ຮູ້ຈັກກັນໃນຊື່ “ແຄັດທີ້” ຫຼື ເອີ້ນສັ້ນໆ ວ່າ “ແຄັດ” ເປັນອີກບຸກຄົນໜຶ່ງທີ່ມີຄວາມສາມາດຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນການຮ້ອງເພງ, ເປັນນັກເອັນເຕີເທນ, ນັກຣີວິວອາຫານ ແລະ ບວກກັບນິດໄສທີ່ເຟຣນລີ່, ເຮຮາມ່ວນຊື່ນ ຢູ່ຕະຫຼອດເວລາ ແລະ ແຄັດທີ້ຍັງເປັນອີກໜຶ່ງບຸກຄົນທີ່ມີຊື່ສຽງໃນດ້ານຂອງການເປັນ Food Blogger ອີກດ້ວຍ. ມື້ນີ້ LaoX ຂອງພວກເຮົາຈະພາມາຮູ້ຈັກກັບ ແຄັດທີ້ ກັນອີກຕື່ມ ເຊິ່ງຈະເປັນແນວໃດນັ້ນເຮົາມາເລີ່ມກັນເລີຍ.

  • LaoX: ສະບາຍດີແຄັດທີ້ ຊ່ວຍແນະນໍາຕົວໃຫ້ພວກເຮົາຮູ້ຕື່ມອີກແດ່ໄດ້ບໍ່?

Catty: ໂດຍ ສະບາຍດີ ຊື່ ແຄັດທີ້ (ບໍ່ແມ່ນແຄັດຕີ້ເດີ້) ຖ້າໃຫ້ແນະນຳແບບລະອຽດມື້ນີ້ເຮົາກັອບປີ້ສຳມະໂນຄົວມາໃຫ້ພ້ອມ ຮາຮາຮາ ຢອກໆ. ແຄັດເອງຮັບບົດເປັນອິນຟູເອັນເຊີຄົນໜຶ່ງໃນວົງການອາຫານ ສາມາດເອີ້ນໃຊ້ໄດ້ເດີ້ເຈົ້າ ແລະ ປັດຈຸບັນນີ້ອາຍຸ 27 ປີ ແນ່ນອນວ່າສາມາດເປັນນ້າສາວຂອງໃຜຫຼາຍໆ ຄົນໄດ້ແລ້ວ 555555.

  • LaoX: ປັດຈຸບັນນອກຈາກເປັນອິນຟູເອັນເຊີ ແຄັດທີ້ ປະກອບອາຊີບຫຍັງແດ່?

Catty: ໂດຍປັດຈຸບັນນີ້ ນອກຈາກຈະເປັນອິນຟູເອັນເຊີແລ້ວ ແຄັດ ຍັງເປັນພະນັກງານຢູ່ບໍລິສັດກ່ຽວກັບ Digital Marketing, ເປັນ Food Blogger ຢູ່ໃນສັງກັດ KOLAB ແລະ ມີທຸລະກິດສ່ວນຕົວກ່ຽວກັບການອອກແບບເຮືອນແລະສວນ ຊື່ PHAILINH ARCH.

  • LaoX: ແຄັດທີ້ ກ້າວເຂົ້າມາເປັນ Influencer ດ້ານອາຫານໄດ້ແນວໃດ?

Catty: ໂດຍສ່ວນຕົວແລ້ວ ແຄັດ ເປັນຄົນມັກເລາະກິນອາຫານ ບວກກັບເປັນຄົນມັກເວົ້າມັກຈາ (ຝອຍແບບນ້ຳຖ້ວມທົ່ງ) ເລີຍມີຄົນຮູ້ຈັກເຊີນຊວນໄປເຮັດເພຈກ່ຽວກັບການຣີວິວອາຫານແລ້ວບັງເອີນກະແສຕອບຮັບຈາກຄົນທີ່ເຂົ້າມາເບິ່ງເຮົາແມ່ນຢູ່ໃນເກນທີ່ດີ ເລີຍຄິດວ່ານີ້ເປັນໂອກາດເໝາະທີ່ຈະຫັນມາເອົາດີໃນດ້ານນີ້.

  • LaoX: ໃນເວລາວ່າງ ແຄັດທີ້ ແມ່ນມັກເຮັດຫຍັງ?  ມີຄວາມສາມາດພິເສດຫຍັງແດ່?

Catty: ໃນເວລາວ່າງໆ ແຄັດ ມັກອ່ານນິຍາຍ, ເບິ່ງຊີຣີ້, ເຮັດອາຫານ ແລະ ຊອກຫາຄອນເທັ້ນກ່ຽວກັບອາຫານ

ນອກຈາກນີ້ແລ້ວ ແຄັດ ຍັງມີຄວາມສາມາດພິເສດຄື ຮ້ອງເພງ, ເປັນນັກສ້າງຄວາມມ່ວນຊື່ນໃຫ້ກັບໝູ່ຄູ່ ແລະ ຄົນອ້ອມຂ້າງອີກພ້ອມ.

  • LaoX: ເຄັດລັບໃນການເປັນສາວອາລົມດີ?

Catty: ກ່ອນໜ້ານີ້ ສະພາບແວດລ້ອມ ແລະ ສິ່ງທີ່ຢູ່ອ້ອມຂ້າງແຄັດ ຂ້ອນຂ້າງທີ່ຈະເປັນພິດກັບສຸຂະພາບຈິດ ດ້ວຍເຫດນັ້ນເລີຍເຮັດໃຫ້ ແຄັດ ກາຍເປັນຄົນຫງຸດຫງິດງ່າຍ, ໃຈຮ້ອນ ແລະ ອາລົມບໍ່ຄົງທີ່ ທ້າຍສຸດເຮັດໃຫ້ເປັນໂຣກຄຽດລົງກະເພາະ ແລະ ໄດ້ໄປປຶກສາທ່ານໝໍກ່ຽວກັບເລື່ອງສຸຂະພາບຈິດ. ເມື່ອຜ່ານເວລານັ້ນມາໄດ້ ແຄັດກໍໄດ້ເຂົ້າໃຈໂລກແລະສັງຄົມຫຼາຍຂຶ້ນ ຈາກນັ້ນມາຈຶ່ງເລືອກທີ່ຈະປ່ອຍວາງ ແລະ ຮັບເອົາແຕ່ພະລັງງານດ້ານບວກ ເພື່ອທີ່ຈະສົ່ງຕໍ່ເລື່ອງດີໆ, ພະລັງງານດີໆ ໃຫ້ກັບຄົນອື່ນ.

  • LaoX: ໃນອະນາຄົດຢາກເຮັດຫຍັງແດ່ ນອກຈາກວຽກງານທີ່ເຮັດໃນປັດຈຸບັນ?

Catty: ໃນອະນາຄົດແມ່ນ ແຄັດຢາກມີຮ້ານ ຄາເຟເປັນຂອງຕົນເອງ ແລະ ຢາກເຮັດລາຍການ Reality ກ່ຽວກັບການທ່ອງທ່ຽວທີ່ສາມາດໄປຄູ່ກັບການກິນອາຫານໄດ້ ເພາະແຄັດຢາກແນະນຳສະຖານທີ່ທ່ອງທ່ຽວແຕ່ລະພາກພື້ນໃນລາວ ບວກກັບການນຳສະເໜີເອກະລັກ ແລະ ການເປັນຢູ່ຂອງພື້ນທີ່ນັ້ນໆ ໃນແບບຂອງແຄັດ ທີ່ບໍ່ໄດ້ມາໃນຮູບແບບສາລະຄະດີ.

  • LaoX: ປັດຈຸບັນມີຫວານໃຈແລ້ວຫຼືບໍ່? ຖ້າຍັງບໍ່ມີ ແຄັດທີ້ ມັກຄົນແບບໃດ?

Catty: ໂດຍປັດຈຸບັນນີ້ແຄັດ ຍັງບໍ່ມີຫວານໃຈ ແຕ່ເບົາຫວານຫັ້ນມີແນ່ນອນ ຮາຮາຮາ ເພາະທ່ານໝໍນັດຕັດຂາພໍດີ (ຢອກໆ) ຍັງໂສດເດີ້ ໂສດຕົວບັກໃຫຍ່ເລີຍ ແລະ ຖ້າຖາມວ່າມັກຄົນແບບໃດ ກໍຄື ມັກຄົນອາລົມດີຄືເຮົາ, ເຂົ້າກັບຄົນງ່າຍ (ສິງຮ່າງໄດ້ສິງເລີຍ ຮາຮາ), ມັກຄົນມີມາລະຍາດຮູ້ກາລະເທສະ, ມັກຄົນສະອາດ (ເພາະແຄັດເປື້ອນ 5555) ແລະ ທີ່ສໍາຄັນເລີຍ ຄື ມັກຄົນຕົວຫອມ.

  • LaoX: ສຸດທ້າຍນີ້ ແຄັດທີ້ ຢາກຝາກຜົນງານ ແລະ ຢາກຝາກຫຍັງເຖິງຄົນທີ່ຕິດຕາມບໍ່?

Catty: ຖ້າໃຜທີ່ຍັງງົງວ່າ ເຮົາແມ່ນໃຜ ສາມາດເບິ່ງຜົນງານຢ້ອນຫຼັງໄດ້ທີ່ Facebook ເພຈ ລໍ້ລົມ ແຕ່ປັດຈຸບັນນີ້ແມ່ນໄດ້ແຍກຕົວມາເຮັດເພຈຂອງຕົນເອງແລ້ວຊື່ວ່າ: “ລອງເບາະ” ໃນເພຈອາດຈະຍັງບໍ່ມີຄອນເທັ້ນຫຍັງເພາະເປັນເພຈເປີດໃຫມ່ແຕ່ຈັ່ງໃດກໍຝາກກົດຕິດຕາມເພຈນ້ອຍໆຂອງເຮົາແນ່ເດີ້. ນອກຈາກນີ້ ແຄັດຍັງມີ Facebook ແລະ IG ສ່ວນຕົວໃຫ້ຕິດຕາມນຳພ້ອມ:

Facebook: Phinphanaphone Catty Chanthaphone

IG: ctunicornnn

ສຳລັບຄົນທີ່ຕິດຕາມແຄັດກໍຕ້ອງຂອບໃຈຫຼາຍໆ ທີ່ຮັກ ແລະ ເອັນດູແຄັດມາຕະຫຼອດ ສະໜັບສະໜູນໃນສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົານຳສະເໜີ. ຖ້າບໍ່ມີຜູ້ຕິດຕາມແນ່ນອນວ່າຢູ່ມາບໍ່ຮອດທຸກມື້ນີ້ແນ່ນອນຕ້ອງຂອບໃຈອີ່ຫຼີຈາກໃຈ, ສຸດທ້າຍຫວັງວ່າຈະຍັງຮັກ ແລະ ຕິດຕາມກັນຕໍ່ໄປເລື້ອຍໆເດີ້.

ຂອບໃຈບົດສຳພາດຈາກ:  ແຄັດທີ້ ພິນພະນາພອນ ຈັນທະພອນ

ສຳພາດ ແລະ ຮຽບຮຽງໂດຍ: ເຕິ້ນ ໄຊຍະສັກ (ທີມຂ່າວ LaoX)

ສຳພາດສຳເລັດ: ໃນວັນທີ 30/ເມສາ/2022

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/