4 ປີຍັງບໍ່ສວາຍ! Mohamed Salah ໂພສຂໍ້ຄວາມ ບອກວ່າ ມີເລື່ອງຕ້ອງສະສາງ ຫຼັງເຣອັນ ມາດຣິດ ຜ່ານເຂົ້າຮອບຊິງຊະນະເລີດ UEFA Champions League


ພາຍຫຼັງຈົບການແຂ່ງຂັນ UEFA Champions League ຮອບຮອງຊະນະເລີດ ທີ່ເປັນທາງຂອງ ເຣອັນ ມາດຣິດ ທີ່ສາມາດເອົາຊະນະ ແມນເຊສເຕີ້ ຊິດຕີ້ ຜ່ານເຂົ້າຮອບໄປຊິງຊະນະເລີດ ກັບ ລິເວີ້ພູລ ໄດ້.  ພາຍຫຼັງເກມນັດນີ້ຈົບລົງ ແລ້ວຮູ້ວ່າຈະໄດ້ພົບກັບ ເຣອັນ ມາດຣິດ ໃນນັດຊິງ, ໂມຮາເມັດ ຊາຣ້າ ປີກຄວາມໄວສູງຂອງ ລິເວີ້ພູລ ໄດ້ສະແດງຄວາມກະຕືລືລົ້ນ ທີ່ຈະໄດ້ມີໂອກາດ ລ້າງແຄ້ນ ກັບເຫດການເມື່ອ 4 ປີກ່ອນ.

ຢ້ອນກັບໄປ ເມື່ອນັດຊິງຊະນະເລີດ UEFA Champions League ລະດູການ 2017-2018 ທີ່ຕອນນັ້ັ້ນ ຊາຣ້າ ເປັນລັງສຳຄັນທີ່ພາ ລິເວີ້ພູລ ເຂົ້າໄປເຖິງຮອບຊິງຊະນະເລີດ ໂດຍຍິງໄປເຖິງ 10 ປະຕູ ແລະ ຫຼາຍຄົນເຊື່ອວ່າ ຊາຣ້າ ຈະເປັນຄົນທີ່ເຮັດໃຫ້ ລິເວີ້ພູລ ຄວ້າໄຊເໜືອ ເຣອັນ ມາດຣິດ ຄູ່ຕໍ່ສູ້ໃນຕອນນັ້ນໄປໄດ້.

ແຕ່ພໍແຕ່ເລີ່ມເກມໄດ້ ພຽງ 31 ນາທີ ຊາຣ້າຕ້ອງຖືກປ່ຽນຕົວອອກ ຍ້ອນອາກາດບາດເຈັບ ທີ່ເກີດຈາກການປະທະກັນກັບ ເຊີຈິໂອ້ ຣາມອສ ກອງຫຼັງກັບຕັນທີມຂອງ ເຣອັນ ມາດຣິດ.

ຈົນສຸດທ້າຍ ເກມຈົບລົງ ດ້ວຍໄຊຊະນະຂອງ ເຣອັນ ມາດຣິດ 3 ປະຕູຕໍ່ 1. ໂດຍແຟນບານຫຼາຍຄົນຂອງ ລິເວີ້ພູລ ເຊື່ອວ່າ ໃນຕອນນັ້ນ ຖ້າ ຊາຣ້າ ບໍ່ເຈັບ ລິເວີ້ພູລ ອາດຈະໄດ້ແຊັ້ມໄປແລ້ວ.

ຈົນຫຼ້າສຸດ ຫຼັງຈາກ ເຣອັນ ມາດຣິດ ສາມາດຜ່ານເຂົ້າມາຮອບຊິງຊະນະເລີດໄດ້ ໂມຮາເມັດ ຊາຣ້າ ກໍໄດ້ໂພສຮູບບັນຍາກາດທີ່ພົບກັບ ບີຍ່າຣີເອລ ລົງໃນ Twitter ແລະ Instagram ຂອງຕົນເອງ ພ້ອມກັບຂໍ້ຄວາມວ່າ: “ພວກເຮົາມີເລື່ອງຕ້ອງສະສາງກັນ” ເຊິ່ງປັດຈຸບັນມີຄົນເຂົ້າໄປກົດຖືກໃຈຢູ່ Instagram ແລ້ວ ຫຼາຍກວ່າ 2 ລ້ານຄົນ ແລະ ໃນ Twitter ອີກ 3 ແສນກວ່າຄົນ.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/