6 ທັກສະສໍາຄັນ ທີ່ຈຳເປັນເພື່ອອະນາຄົດ


ມາຮູ້ຈັກກັບທັກສະ 6 ຢ່າງ ທີ່ຈຳເປັນເພື່ອການປັບຕົວເອົາຕົວລອດໃນອະນາຄົດ ໂດຍສະເພາະເມື່ອປະສົບກັບຄວາມບໍ່ແນ່ນອນ ຫຼື ວິກິດການໃດໜຶ່ງ.

ຄວາມຮູ້ທີ່ເຮົາໄດ້ຮຽນມາໃນຕອນທີ່ເປັນນັກສຶກສານັ້ນ ມີຄວາມສຳຄັນ ມັນໄດ້ຫຼໍ່ຫຼອມເຮົາໃຫ້ເຂົ້າໃຈຕໍ່ກັບບັນຫາ, ສິ່ງທີ່ໄດ້ຮຽນມາ, ຕໍ່ກັບຂົງເຂດສາຂາວິຊາທີ່ເຮົາໄດ້ເລືອກຮຽນ ແຕ່ຫາກມີໂອກາດສອບຖາມຄົນທີ່ຫາກໍຮຽນຈົບມາໃນຊ່ວງ 5 – 10 ປີ ວ່າໄດ້ໃຊ້ຄວາມຮູ້ທີ່ໄດ້ຮຽນມາໃນການເຮັດວຽກບໍ່ ກໍມີຫຼາຍຄົນທີ່ຈະຕອບວ່າ ບໍ່ຄ່ອຍໄດ້ໃຊ້ຄວາມຮູ້ກົງກັບສິ່ງທີ່ໄດ້ຮຽນມາ ເພາະທິດສະດີ ຫຼື ວິຊາການທີ່ໄດ້ຮຽນນັ້ນ ບໍ່ທັນກັບສະພາບການຂອງໂລກໃນປັດຈຸບັນເທົ່າທີ່ຄວນ.

ເຊັ່ນດຽວກັນກັບຄົນທີ່ຮຽນຈົບມາດົນ 10 – 20 ປີ ກໍຈະໃຫ້ຄໍາຕອບຄ້າຍຄືກັນ ກໍຄື ຄວາມຮູ້ທາງດ້ານວິຊາການ ບໍ່ສຳຄັນເທົ່າກັບ ຄວາມຄິດຕັກກະທີ່ສົມເຫດສົມຜົນ ລວມເຖິງ ທັດສະນະຄະຕິເຊີງບວກ ເຊິ່ງຫາກສະຖາບັນການສຶກສາສາມາດບົ່ມສອນນັກສຶກສາໃຫ້ເຕີບໃຫຍ່ມາມີຄຸນລັກສະນະແນວນີ້ໄດ້ຈະເຮັດໃຫ້ນັກສຶກສາມີຄຸນະພາບຫຼາຍ ຫຼື ປະສົບຜົນສຳເລັດໃນໜ້າທີ່ວຽກງານ ໃນຍຸກປັດຈຸບັນ. ແຕ່ໂດຍສ່ວນໃຫຍ່ ໃນສະຖາບັນການສຶກສາ ພວກເຮົາຈະໄດ້ຮ່ຳຮຽນບົດຮຽນທີ່ເປັນຄວາມຮູ້ທີ່ດີສຸດໃນອະດີດ ໂດຍອາຈານກໍຫວັງໃຫ້ນັກສຶກສາເອົາຄວາມຮູ້ນັ້ນໄປນຳໃຊ້ໄດ້ໃນອະນາຄົດ. ແນວຄວາມຄິດແບບນີ້ ອາດເໝາະສົມກັບຍຸກກ່ອນໜ້ານີ້ ທີ່ສັງຄົມບໍ່ໄດ້ມີການປ່ຽນແປງຢ່າງໄວວາ.

ແຕ່ສຳລັບຍຸກໂລກາພິວັດນີ້ ຄວາມຮູ້ໃນອະດີດ ເມື່ອ 10 – 20 ປີກ່ອນ ໃນບາງສາຂາວິຊາຊີບ ອາດຈະບໍ່ມີປະໂຫຍດຫຍັງຕໍ່ກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ທີ່ປ່ຽນແປງແບບໜ້າມືເປັນຫຼັງມື. ທິດສະດີຕ່າງໆທີ່ເຄີຍໃຊ້ໄດ້ຜົນກໍອາດມີຄວາມຮູ້ໃໝ່ໆເຂົ້າມາແທນທີ່.

ສິ່ງທີ່ສຳຄັນທີ່ນັກສຶກສາໄດ້ຈາກຮົ້ວມະຫາວິທະຍາໄລ ທີ່ຍັງສາມາດນຳໃຊ້ໄດ້ ກໍຄົງຈະແມ່ນ ແນວຄວາມຄິດເຊີງຕັກກະ ທີ່ນັກສຶກສາໄດ້ຮັບແບບທາງອ້ອມ. ຄວາມຄິດເຊີງຕັກກະນີ້ ຈະຊ່ວຍໃຫ້ພວກເຂົາປັບໂຕເຂົ້າກັບການປ່ຽນແປງໄດ້ດີ. ການພັດທະນາຄວາມຄິດເຊີງຕັກກະສາມາດພັດທະນາໄດ້ໃນທຸກຊ່ວງອາຍຸ ບໍ່ຈຳເປັນຕ້ອງແມ່ນຕອນເປັນນັກສຶກສາເທົ່ານັ້ນ ພຽງແຕ່ທ່ານມີຄວາມຕ້ອງການຢາກປ່ຽນແປງຕົວເອງດ້ວຍການຮຽນຮູ້ສິ່ງໃໝ່ໆ, ບໍ່ແມ່ນພຽງແຕ່ດ້ານວິຊາການຢ່າງດຽວ ແຕ່ຍັງມີສິ່ງອື່ນສຳຄັນທີ່ຕ້ອງຮຽນຮູ້ຄຽງຄູ່ກັນໄປ ເຊັ່ນ: ການເຮັດວຽກແບບໝູ່ຄະນະ, ການສື່ສານ, ການມີເນື້ອໃນສາລະ, ຄວາມສາມາດໃນການຄິດວິເຄາະ, ຄວາມຄິດສ້າງສັນ ແລະ ການເຊື່ອໝັ້ນໃນຕົນເອງ.

  1. ການເຮັດວຽກແບບໝູ່ຄະນະ: ຄົນທີ່ປະສົບຜົນສຳເລັດໃນຍຸກປັດຈຸບັນລ້ວນແລ້ວແຕ່ຕ້ອງອາໄສທີມງານທີ່ເກັ່ງ ແລະ ຕ້ອງຮ່ວມເຮັດວຽກນຳກັນຢ່າງໜຽວແໜ້ນ ເຊິ່ງໃນທຸກມື້ນີ້ ບັນດາອາຈານກໍສິດສອນໃຫ້ນັກຮຽນນັກສຶກສາຮຽນຮູ້ການເຮັດວຽກຮ່ວມກັນຕັ້ງແຕ່ອາຍຸຍັງນ້ອຍ ເພື່ອປູກຝັງແນວຄວາມຄິດດັ່ງກ່າວ. ສຳລັບຄົນທີ່ລຶ້ງເຄີຍກັບການເຮັດວຽກຜູ້ດຽວ ຕ້ອງໄດ້ປັບທັດສະນະຄະຕິ ໃຫ້ເປີດໃຈເຮັດວຽກຮ່ວມກັບຜູ້ອື່ນ ໂດຍຕ້ອງສ້າງຄວາມໝັ້ນໃຈວ່າ ສອງຫົວຍ່ອມດີກວ່າຫົວດຽວ ແລະ ຍອມຮັບຜູ້ອື່ນໃຫ້ໄດ້.
  1. ການສື່ສານ: ຫາກທ່ານໝັ້ນໃຈວ່າ ມີຄວາມຄິດ ແລະ ແຜນວຽກທີ່ດີເລີດແລ້ວ ການຈະເຮັດໃຫ້ສິ່ງນັ້ນໆ ເປັນຮູບປະທຳ ຈຳເປັນຕ້ອງມີການຖ່າຍທອດໃຫ້ຄົນອື່ນຮັບຮູ້ຢ່າງຖ່ອງແທ້ ເຊິ່ງຕ້ອງອາໄສຄວາມສາມາດໃນການສື່ສານທີ່ມີປະສິດທິພາບ. ຂໍ້ນີ້ມີສ່ວນຕິດພັນກັບຂໍ້ໜຶ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ເພາະຫາກເຮົາໝັ້ນໃຈແຕ່ພຽງຄົນດຽວ ເຮົາມັກຈະຄິດວ່າບໍ່ຈຳເປັນຕ້ອງສື່ສານກັບຄົນອື່ນ ສຸດທ້າຍແລ້ວ ແນວຄວາມຄິດຂອງເຮົາກໍຈະບໍ່ໄດ້ຮັບການຕອບຮັບ ຫຼື ການສະໜັບສະໜູນ ເພາະບໍ່ມີໃຜເຫັນຄວາມສໍາຄັນ ຈົນມັນຄ່ອຍໆຫາຍໄປ ໃນທີ່ສຸດ.
  1. ເນື້ອຫາສາລະ: ການທີ່ເຮົາເປັນຄົນມີສາລະ ມັນເປັນແມ່ເຫຼັກດຶງດູດໃຫ້ຄົນອື່ນເຂົ້າມາໂອ້ລົມນຳເຮົາຕະຫຼອດ ອາດຈະລົມເລື່ອງທົ່ວໄປ ຫຼື ເລື່ອງວຽກ ບາງຄົນກໍມີບຸກຄະລິກທີ່ເຊີນຊວນໃຫ້ມີຄົນເຂົ້າມາແລກປ່ຽນຄວາມຄິດນຳຕະຫຼອດ. ບຸກຄະລິກດັ່ງກ່າວແມ່ນມາຈາກຄົນທີ່ເປີດກວ້າງ, ຮັບຟັງແນວຄວາມຄິດຂອງຄົນອື່ນຕະຫຼອດ ແລະ ຮູ້ຈັກໃຊ້ຄຳເວົ້າເພື່ອຖ່າຍທອດຕໍ່ໃຫ້ຜູ້ອື່ນຟັງ ແລະ ສາມາດເຂົ້າໃຈໄດ້ງ່າຍ ເຮັດໃຫ້ຄົນທີ່ມາແລກປ່ຽນນຳ ມີຄວາມສະບາຍໃຈ ແລະ ຢາກໂອ້ລົມນຳ.
  1. ຄວາມສາມາດໃນການຄິດວິເຄາະ (Critical Thinking): ອາໄສການວິເຄາະຢ່າງເປັນລະບົບ ແລະ ມີຂະບວນການສັງເຄາະຄວາມຄິດທີ່ດີ ບໍ່ແມ່ນການຄິດແບບກະແຈກກະຈາຍ ເພາະປົກກະຕິ ຄົນເຮົາຈະມີຄວາມຄິດແບບກະແຈກກະຈາຍ ບໍ່ສາມາດເຊື່ອມໂຍງຄວາມຄິດແຕ່ລະດ້ານເຂົ້າກັນໄດ້. ການຄິດວິເຄາະນີ້ຊ່ວຍໃຫ້ເຮົາລຽງລຳດັບກ່ອນ ແລະ ຫຼັງ ທັງເລັງເຫັນໄດ້ວ່າ ຫາກຄິດ ຫຼື ເຮັດສິ່ງໃດໜຶ່ງແລ້ວ ຜົນຕາມມາຈະເປັນແນວໃດແດ່?
  1. ນະວັດຕະກຳ ແລະ ຄວາມຄິດສ້າງສັນ: ເປັນທັກສະທີ່ຕ້ອງອາໄສປະສົບການ ແລະ ການຮຽນຮູ້ຢ່າງຍາວນານ. ອາດມີທາງລັດ ໂດຍທີ່ບໍ່ຕ້ອງລົງທຶນລົງແຮງຫຍັງ ເຊັ່ນ: ການຮຽນແບບຜູ້ອື່ນ. ແຕ່ມັນຈະສ້າງຜົນສຳເລັດໄດ້ໃນໄລຍະສັ້ນໆເທົ່ານັ້ນ. ການທີ່ມີແນວຄິດເປັນຂອງໂຕເອງ ຍ່ອມໄດ້ປຽບຫຼາຍກວ່າ ເພາະຈະໄດ້ຮັບໂອກາດໃໝ່ ກ່ອນຄົນອື່ນ ໃນຂະນະທີ່ຄົນຮຽນແບບຄົນອື່ນ ເປັນແຕ່ພຽງຄົນເຮັດຕາມ ເຊິ່ງຈະບໍ່ເປັນທີ່ຍອມຮັບເທົ່າທີ່ຄວນ.
  1. ຄວາມໝັ້ນໃຈ: ເຮົາຕ້ອງໝັ້ນໃຈໃນໂຕເອງກ່ອນ ກ່ອນທີ່ຈະສາມາດເຮັດໃຫ້ຄົນອື່ນ ກໍຄື ລູກຄ້າ ຫຼື ຜູ້ລົງທຶນເຊື່ອໃຈ, ດັ່ງນັ້ນ ເຮົາຕ້ອງມີຈິດໃຈທີ່ເຂັ້ມແຂງ ແລະ ເຊື່ອໝັ້ນໂຕເອງ. ໃນໄວໜຸ່ມປະຈຸບັນ ຈະເຫັນໄດ້ວ່າ ເຂົາເຈົ້າມີຄວາມເຊື່ອໝັ້ນໃນໂຕເອງ ສະທ້ອນໃຫ້ເຫັນນຳບັນດາທຸລະກິດໃໝ່ໆ ທີ່ສຳເລັດໄດ້ຍ້ອນພວກເຂົາເຊື່ອໝັ້ນໃນໂຕເອງ ຈົນຫຼໍ່ຫຼອມກາຍເປັນຄວາມມຸ່ງໝັ້ນ ພ້ອມທີ່ຈະເອົາຊະນະບັນຫາ ແລະ ອຸປະສັກຕ່າງໆ ໄດ້ຢ່າງສຳເລັດ.

ທີ່ມາ: https://www.bangkokbiznews.com/news/detail/912084